ພາຍຫຼັງທີ່ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC), ກອງປະຊຸມເວທີເຈົ້າຄອງນະຄອນຫຼວງອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ (RVASE AIMF) ທີ່ໄດ້ດຳເນີນມາແຕ່ 17-19 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ສຳເລັດຢ່າງເປັນທາງການ. ໃນວັນທີ 19 ກັນຍາ 2024 ໄດ້ມີພິທີຖະແຫຼງຂ່າວກ່ຽວກັບຜົນສຳເລັດດັ່ງກ່າວ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຖະແຫຼງຂ່າວຜົນສຳເລັດຂອງບາງຕອນວ່າ: ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມເອົາບັນດາທ່ານເຈົ້າຄອງ-ຮອງເຈົ້າຄອງນະຄອນຫຼວງອາຊຽນ, ບັນດາທ່ານເຈົ້ານະຄອນ, ການນໍາຂັ້ນທ້ອງຖິ່ນ ພ້ອມທັງບັນດາຊ່ຽວຊານ, ວິຊາການ, ຜູ້ຕາງໜ້າຈາກຄູ່ຮ່ວມມື ແລະ ພາກສ່ວນຕ່າງໆ ມາຮ່ວມປະຊຸມເພື່ອແລກປ່ຽນບັນຫາຄຳຄິດເຫັນກ່ຽວກັບພາລະບົດບາດໜ້າທີ່ຂອງອົງການປົກຄອງຂັ້ນທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ແລກປ່ຽນບົດຮຽນ ແລະ ປະສົບການໃນການພັດທະນາ ແລະ ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆທີ່ບັນດານະຄອນກໍາລັງປະເຊີນຢູ່ໃນປັດຈຸບັນນີ້.
ສະເພາະກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ (RVAS/AIMF) ມີຜູ້ແທນຈາກ 3 ປະເທດ ເຂົ້້າຮ່ວມ ຄື: ສປປ ລາວ, ກຳປູເຈຍ ແລະ ຫວຽດນາມ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບວຽກງານການທ່ອງທ່ຽວ ແລະ ວາງແຜນວຽກຈຸດສຸມໃນຕໍ່ໜ້າຂອງຕົນ.
ໃນກອງປະຊຸມຄັ້ງນີ້ ນະຄອນຫຼວງວຽງຈັນ ໄດ້ກຳນົດຄໍາຂວັນຂອງກອງປະຊຸມ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງ ບັນດານະຄອນອາຊຽນ” ເຊິ່ງສອດຄ່ອງກັບຄໍາຂວັນການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມໄດ້ກໍານົດ 5 ຂົງເຂດວຽກງານທີ່ສໍາຄັນ ເພື່ອນໍາມາປຶກສາຫາລື ຄື: (1) ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, (2) ການທ່ອງທ່ຽວສີຂຽວ, (3) ການພັດທະນາເສດຖະກິດແບບຍືນ ຍົງ, (4) ຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ; (5) ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ.
ກອງປະຊຸມຂອງພວກເຮົາໄດ້ມີການແລກປ່ຽນທັດສະນະ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ທັງໄດ້ທົບທວນຄືນເຖິງຄວາມໝາຍໝັ້ນ ແລະ ຄວາມພະຍາຍາມໃນກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ທີ່ໄດ້ຈັດຂຶ້ນຜ່ານມາ ນັບແຕ່ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ ຢູ່ ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໃນປີ 2013 ຈົນເຖິງ ປັດຈຸບັນ.
ພວກເຮົາໄດ້ຢໍ້າຄືນຄວາມໝາຍໝັ້ນຂອງບັນດານະຄອນຫຼວງອາຊຽນ ໃນການສົ່ງເສີມນະວັດຕະກຳໃໝ່ ແລະ ລະດົມແຫຼ່ງຊັບພະຍາກອນ ໃນການຂັບເຄື່ອນການພັດທະນາຕົວເມືອງແບບຍືນຍົງ ເພື່ອໃຫ້ສອດຄ່ອງກັບວາລະ 2030, ສັນຍາປາຣີ ແລະ ເປົ້າໝາຍລະດັບໂລກໃນວາລະໃໝ່ ແຫ່ງການພັດທະນາຕົວເມືອງ; ເນັ້ນໜັກເຖິງຄວາມສຳຄັນ ຂອງການເພີ້ມທະວີສ້າງສາຍພົວພັນຄູ່ຮ່ວມມື ພາຍໃນ ແລະ ລະຫວ່າງພາກພື້ນຕື່ມອີກ ເພື່ອເຮັດໃຫ້ອາຊີຕາເວັນອອກສ່ຽງໃຕ້ ເປັນເຂດທີ່ໜ້າຢູ່, ເປັນສູນກາງຂອງການເຕີບໂຕດ້ານເສດຖະກິດຂອງພາກພື້ນ ແລະ ເປັນກົນໄກຂັບເຄື່ອນໃນການຈະເລີນເຕີບໂຕຂອງໂລກ, ເພື່ອໃຫ້ບັນລຸວິໄສທັດປະຊາຄົມອາຊຽນ 2025 ແລະ ຍົກສູງຄວາມສຳຄັນຂອງກົນໄກທີ່ມີອາຊຽນເປັນຜູ້ນໍາພາ ເປັນເວທີເປີດກວ້າງການຮ່ວມມື ແລະ ແລກປ່ຽນກັບບັນດານະຄອນ ແລະ ອົງການປົກຄອງທ້ອງຖິ່ນຈາກບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ການພັດທະນາແບບຍືນຍົງຢູ່ບັນດານະຄອນອາຊຽນ.
ໃນກອງປະຊຸມໄດ້ຮັບຮອງເອົາຖະແຫຼງການນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ:
1. ເພີ່ມທະວີການເຊື່ອມຈອດ: ຮັບຮູ້ເຖິງຄວາມສໍາຄັນຂອງການເຊື່ອມຈອດໃນການອໍານວຍຄວາມສະດວກໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ, ຄວາມສາມັກຄີປອງດອງຂອງສັງຄົມ ແລະ ການແລກປ່ຽນວັດທະນະທໍາ ລະຫວ່າງ ບັນ ດານະຄອນຫຼວງອາຊຽນ. ພວກເຮົາໃຫ້ຄໍາໝັ້ນສັນຍາວ່າ ຈະເພີ່ມທະວີຄວາມເຂັ້ມແຂງຂອງເຄືອຂ່າຍການຂົນສົ່ງ, ພື້ນ ຖານໂຄງລ່າງດີຈີຕອນ, ການເຊື່ອມໂຍງທາງດ້ານປະຊາກອນ ເປັນຕົ້ນການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ ເພື່ອຮັບປະກັນການເຊື່ອມໂຍງ ແລະ ການຮ່ວມມືຢ່າງບໍ່ຢຸດຢັ້ງ.
2. ການສ້າງຄວາມເຂັ້ມແຂງ: ຮັບຮູ້ເຖິງບັນດາສິ່ງທ້າທາຍທີ່ເກີດຂຶ້ນຍ້ອນການປ່ຽນແປງສະພາບດິນຟ້າອາກາດ, ການຫັນເປັນຕົວເມືອງ ແລະ ປັດໄຈສິ່ງແວດລ້ອມອື່ນໆ, ພວກເຮົາ ຍຶດໝັ້ນໃນການເສີມຂະຫຍາຍຄວາມເຂັ້ມແຂງ ຂອງພວກເຮົາ ດ້ວຍການລົງທຶນໃສ່ການວາງຜັງເມືອງແບບຍືນຍົງ, ປັບປຸງມາດຕະການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ ເພື່ອປົກປ້ອງປະຊາຊົນ, ຊຸມຊົນ ແລະ ລະບົບນິເວດຂອງພວກເຮົາ.
3. ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ: ໂດຍເນັ້ນໃສ່ຄວາມສໍາຄັນຂອງການພັດທະນາແບບກວມລວມ ແລະ ມີສ່ວນຮ່ວມ, ພວກເຮົາພະຍາຍາມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ, ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ ດ້ວຍການເຂົ້າເຖິງການດໍາລົງຊີວິດທີ່ບໍ່ກະທົບຈາກໄພຂົ່ມຂູ່ຈາກທໍາມະຊາດ, ເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ເຂົ້າເຖິງການຮັກສາສຸຂະພາບ ແລະ ການບໍລິການສັງຄົມ. ພວກເຮົາຈະຍຶດຖືເອົາການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດ ຊອບຂອງພົນລະເມືອງຕໍ່ການພັດທະນາຕົວເມືອງ ແບບຍືນຍົງ.
4. ສົ່ງເສີມນະວັດຕະກໍາ: ຖືເອົານະວັດຕະກໍາ ແລະ ເຕັກໂນໂລຊີ ເປັນຕົວຂັບເຄື່ອນຕົວເມືອງແບບຍືນຍົງ, ພວກເຮົາໝາຍໝັ້ນທີ່ຈະສົ່ງເສີມການລິເລີ່ມຂອງນະຄອນອັດສະລິຍະ, ການຫັນເປັນດິຈີຕອນ ແລະ ເຕັກໂນໂລຊີສີຂຽວ. ພວກເຮົາຈະຊຸກຍູ້ການຮ່ວມມື ລະຫວ່າງ ບັນດານະຄອນຂອງອາຊຽນ, ນັກວິຊາການ ແລະ ພາກເອກະຊົນ ເພື່ອໝູນໃຊ້ນະວັດຕະກໍາເພື່ອການພັດທະນາແບບຍືນຍົງ.
5. ສົ່ງເສີມການແລກປ່ຽນວັດທະນະທໍາ: ຮັບຮູ້ເຖິງຄວາມອຸດົມສົມບູນ ແລະ ຫຼາກຫຼາຍຂອງວັດທະນະທໍາອາຊຽນ, ພວກເຮົາໃຫ້ຄໍາໝັ້ນສັນຍາ ຈະສົ່ງເສີມການແລກປ່ຽນວັດທະນະທໍາ ແລະ ປົກປັກຮັກສາມໍລະດົກຕົກທອດ ຈາກບັນພະບູລຸດ. ພວກເຮົາ ຈະເຄົາລົບເອກະລັກທາງວັດທະນະທໍາຂອງກັນ ແລະ ກັນ ພ້ອມທັງເສີມຂະຫຍາຍຄວາມເຂົ້າໃຈ, ການຮ່ວມມືເຊິ່ງກັນ ແລະ ກັນ.
6. ຄວາມໝາຍໝັ້ນໃນການເປັນຄູ່ຮ່ວມມື: ຮັບຮູ້ເຖິງຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ, ພວກເຮົາຈະຍຶດໝັ້ນການຮ່ວມມືກັບສະຖາບັນອາຊຽນ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ. ພວກເຮົາ ຈະພ້ອມກັນພະຍາຍາມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.