ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງ ສະຫະພາບເອີລົບ (AEM-EU Trade Commissioner) ຄັ້ງທີ 20 ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດ ຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນ ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ, ມີ ທ່ານ ນາງ Maria Martin-Prat, ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີລົບ ໃນນາມປະທານຮ່ວມ, ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ທ່ານລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍເລດສເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນເຂົ້າຮ່ວມ.

ປີ 2024 ນີ້, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ ‘ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ’. ສໍາລັບປະຊາຄົມເສດຖະກິດອາຊຽນ, ພວກເຮົາ ໄດ້ເນັ້ນໃສ່ 03 ກຸ່ມຍຸດທະສາດຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງເສດຖະກິດ, ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການເຊື່ອມໂຍງທາງເສດຖະກິດ ແລະ ການຄ້າໃນພາກພື້ນ.
ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ອາຊຽນ ແລະ ອີຢູ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອີຢູ ມີມູນຄ່າ 279.8 ຕື້ໂດລາສະຫະລັດ, ກວມເອົາ 7.9% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ອີຢູ ເປັນຄູ່ຄ້າອັນດັບທີ 3 ຂອງອາຊຽນ.

ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນຈາກອີຢູ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 24.9 ຕື້ໂດລາສະຫະລັດ, ກວມເອົາ 10.8% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ອີຢູ ເປັນອັນດັບທີ 2 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫຼາຍຢູ່ໃນອາຊຽນ, ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫຼັງທີ່ເຮັດສໍາເລັດການຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ.
ເຊິ່ງປີທີ່ຜ່ານມາ ພວກເຮົາໄດ້ມີການປຶກສາຫາລື ໃນຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ ເຊິ່ງໃນນັ້ນ ໄດ້ມອບໝາຍໃຫ້ຄະນະວິຊາການ ຄົ້ນຄວ້າແຜນງານການຮ່ວມມືລະຫວ່າງສອງພາກພື້ນ ເພື່ອຫຼຸດຜ່ອນຜົນກະທົບຂອງບັນດາສິ່ງທ້າທາຍຈາກສາກົນ ແລະ ສົ່ງເສີມການພັດທະນາເສດຖະກິດ ໃຫ້ມີຄວາມຍືນຍົງ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານການຄ້າ ແລະ ການລົງທຶນ ພ້ອມທັງສ້າງຄວາມເຂັ້ມແຂງແກ່ຕ່ອງໂສ້ການສະໜອງ.
ພວກເຮົາ ຍັງໄດ້ຢືນຢັນຄຳໝັ້ນສັນຍາ ທີ່ຈະເພີ່ມທະວີການຮ່ວມມືທາງເສດຖະກິດໃນຫຼາຍຂົງເຂດວຽກງານ ພາຍໃຕ້ຖະແຫຼງການຮ່ວມຂອງຜູ້ນໍາໃນກອງປະຊຸມສຸດຍອດອາຊຽນ ແລະ ອີຢູ ເຊັ່ນ: ສົ່ງເສີມການຄ້າ ແລະ ການລົງທຶນແບບມີສ່ວນຮ່ວມ ແລະ ຍືນຍົງ ໂດຍເນັ້ນໃສ່ການປ່ຽນແປງສະພາບອາກາດ, ເສດຖະກິດໝູນວຽນ ແລະ ສີຂຽວ, ພະລັງງານທົດແທນ ແລະ ການຫັນເປັນດີຈີຕອນ.
ສະນັ້ນ, ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, ກອງປະຊຸມໃນຄັ້ງນີ້ ຈະໄດ້ເນັ້ນໃສ່ແລກປ່ຽນທັດສະນະ ກ່ຽວກັບ ການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນການຮ່ວມມືທາງເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ ພ້ອມທັງພິຈາລະນາຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີລົບ ຄັ້ງທີ 20. ແນໃສ່ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງທາງເສດຖະກິດ ໃນພາກພື້ນຂອງພວກເຮົາ ໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ.