ເປີດສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

19 Sep 2024

ຄລິກແຊຣ໌ 0 Facebook WhatsApp

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດສູນສົ່ງເສີມ ເຕັກໂນໂລຊີ ແລະ ນະວັດຕະກໍາຂຶ້ນທີ່ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ, ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮັກສາການອະທິການບໍດີ ມຊ, ທ່ານ H.E. Daren TAN ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ພ້ອມດ້ວຍຄະນະ

ກ່ອນພິທີເປີດສູນ ສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ ໄດ້ມີການພົບປະ 2 ຝ່າຍລະຫວ່າງ ທ່ານ H.E. Daren TAN  ແລະ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ເຊິ່ງທ່ານໃຫ້ຮູ້ວ່າ: ໃນໄລຍະຜ່ານມາວິໄສທັດຂອງ ມຊ ແມ່ນສ້າງໃຫ້ມະຫາວິທະຍາໄລແຫ່ງຊາດກາຍເປັນສູນກາງການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ ທີ່ມີຄຸນະພາບໄດ້ມາດຕະຖານພາກພື້ນ ແລະ ສາກົນ ໂດຍແນ່ໃສ່ການສົ່ງເສີມ ແລະ ຄຸ້ມຄອງທາງດ້ານຊັບສິນທາງປັນຍາ.ພາລະກິດຕົ້ນຕໍ ຂອງ ມຊ ມີ 4 ດ້ານຄື :

  1. ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກບໍລິຫານ, ນັກວິຊາການ, ນັກຄົ້ນ ຄວ້າ

ວິທະຍາສາດ ທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດມີຄຸນສົມບັດ, ມີວິໄນ, ມີຫົວ ຄິດປະດິດ

ສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ;

  1. ດຳເນີນ ແລະ ສົ່ງເສີມການຄົ້ນຄ້ວາວິທະຍາສາດໃຫ້ມີມາດຕະຖານ ເພື່ອຕອບສະໜອງນະໂຍບາຍການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສຳເລັດຂອງການຄົ້ນຄວ້າວິທະຍາ ສາດ:
  2. ບໍລິການທາງດ້ານວິຊາການທີ່ມີປະສິດທິພາບເພື່ອຕອບສະໜອງໃຫ້ແກ່ສັງຄົມ;
  3. ປົກປັກຮັກ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມທັງເລືອກເຟັ້ນ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການ ພັດທະນາ.

ປະຈຸບັນ ມຊ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 6 ສູນຄົ້ນຄວ້າວິທະຍາສາດ, 118 ຫຼັກ ສູດໃນລະດັບປະລິນຍາຕີ, 67 ຫຼັກສູດ ໃນລະດັບປະລິນຍາໂທ ແລະ 10 ຫຼັກສຸດໃນລະດັບປະລິນຍາເອກ ແລະ ມີ 10 ກວ່າຫຼັກສູດ ທີ່ສອນເປັນພາສາຕ່າງປະເທດ ແລະ ສອນເປັນ 2 ພາສາ.

ສ່ວນລາຍລະອຽດກ່ຽວກັບວຽກງານຊັບສິນທາງປັນຍາ ຂອງ ມຊ ແມ່ນມີດັ່ງນີ້:ວຽກງານທາງດ້ານຊັບສິນທາງປັນຍາ ແມ່ນນັບມື້ນັບມີບົດບາດສຳຄັນ ໂດຍສະເພາະເພື່ອສົ່ງເສີມການສ້າງຜະລິດ ຕະພັນ, ການສ້າງເຄື່ອງໝາຍການຄ້າ ເພື່ອເປັນ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ທີ່ມີຫົວຄິດ ປະດິດສ້າງ ແລະ ລິເລີ່ມໃນການຄົ້ນຄວ້າ. ທາງ ມຊ ກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວແລະ ໄດ້ມີການ ເສີມຂະຫຍາຍ ສ້າງສາຍພົວພັນ ຮ່ວມມື ແລກປ່ຽນບົດຮຽນຮ່ວມກັບບັນດາໜ່ວຍງານທີ່ກ່ຽວຂ້ອງທາງ ພາຍໃນ ແລະ ຕ່າງປະເທດ. ເຊິ່ງ ມຊ ຍັງໄດ້ສ້າງພະແນກຊັບສິນທາງປັນຍາໜ້າທີ່ອັນຕົ້ນຕໍຂອງພະແນກຊັບສິນທາງປັນຍາ ມຊ ແມ່ນກຳນົດຫຼັກການ, ລະບຽບການ, ມາດຕະຖານກ່ຽວກັບການສົ່ງເສີມການປະດິດແຕ່ງຂອງບຸກຄະລາກອນ, ເປັນ ໃຈກາງໃນການຊອກຫາແຫຼ່ງທຶນ, ອຳນວຍຄວາມສະດວກໃຫ້ເເກ່ນັກຄົ້ນຄວ້າ ພາຍໃນ ມຊ, ການຕິດຕໍ່ພົວພັນ ອົງການພາຍໃນ ແລະ ຕ່າງປະເທດເພື່ອການສຶກສາຄົ້ນຄວ້າວິທະຍາສາດທາງ ດ້ານຊັບສິນທາງປັນຍາ ແລະ AI, ຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາຂອງ ມຊ, ປັບປຸງ ນິຕິກຳ, ລະບຽບການຊັບສິນທາງປັນຍາຂອງ ມຊ, ສ້າງປຶ້ມຄູ່ມືເຜີຍເເຜ່ກ່ຽວກັບຊັບສິນທາງປັນຍາ ແລະ ໃຫ້ຄຳປຶກສາກ່ຽວກັບວຽກງານຊັບສິນທາງປັນຍາ.

ໃນທຸກໆ ປີ ທາງ ມຊ ແມ່ນມີການຈັດຝຶກອົບຮົມເຜີຍແຜ່ກ່ຽວກັບການປົກປ້ອງຄຸ້ມຄອງ ແລະສົ່ງເສີມການຄົ້ນຄວ້າວິທະຍາສາດ ທີ່ຕິດພັນກັບວຽງານຊັບສິນທາງປັນຍາ ໃຫ້ແຕ່ລະຄະນະທົ່ວ ມຊ

ໂດຍຮ່ວມມືກັບກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍ ແລະ ການຄ້າ ໄລຍະທີ່ຜ່ານມາ ໄດ້ມີການລົງນາມເຊັນສັນຍາ ສາມຝ່າຍ ທັງພາຍໃນ ແລະ ຕ່າງປະເທດ ພາຍໃຕ້ຂອບການຮ່ວມມືໃນຂົງເຂດວຽກງານຊັບສິນທາງປັນຍາ. ໃນນັ້ນປະກອບມີມະຫາວິທະຍາໄລ ເຕັກໂນໂລຊີສົງຊິງ, ສປ. ຈີນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກີລາ ຜ່ານມາໄດ້ນຳສົ່ງຄູອາຈານໄປຝຶກອົບຮົມ 10 ກວ່າຄົນໂດຍການຊ່ວຍເຫຼືອຈາກ WIPO.ສ່ວນທິດທາງໃນຕໍ່ໜ້າ ຂອງ ມຊ ເພື່ອເພີ່ມທະວີຂອບການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ໄດ້ມີແຜນສ້າງສູນສຶກສາ ແລະ ຄົ້ນຄວ້າວິໄຈ ກ່ຽວກັບວຽກງານຊັບສິນທາງປັນຍາ ໂດຍສະເພາະ ແມ່ນການສ້າງ ຖານຂໍ້ມູນການວິໄຈ ທີ່ຕິດພັນກັບການສຶກສາຄົ້ນຄວ້າ ກ່ຽວກັບລະບົບກົດໝາຍຊັບສິນທາງປັນຍາ ຂອງ ສປປ ລາວ ແລະ WIPO, ສ້າງຖານຝຶກອົບຮົມ ທີ່ເປັນຫຼັກສູດວິຊາສະເພາະດ້ານຊັບສິນທາງປັນຍາໃຫ້ແກ່ພະນັກງານລັດ ແລະ ພາກສ່ວນກ່ຽວຂ້ອງ.ມຊ ມີແຜນຈະຮ່ວມມື ແລະ ປຶກສາຫາລືໃນຫຼາຍດ້ານກັບ WIPO ເປັນຕົ້ນແມ່ນ: ທິດທາງການຮ່ວມມື ດ້ານວຽກງານຊັບສິນທາງປັນຍາ ລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະອົງການຊັບສິນທາງປັນຍາໂລກ;ການຝຶກອົບຮົມ ແລະ ການຈັດກິດຈະກຳ ລະຫວ່າງ ມຊ ແລະ ອົງການຊັບສິນທາງປັນຍາໂລກ;ການສ້າງຫຼັກສູດ ດ້ານວຽກງານຊັບສິນທາງປັນຍາ; ການຊ່ວຍເຫຼືອ ທາງດ້ານອຸປະກອນ ດ້ານວຽກງານຊັບສິນທາງປັນຍາ; ການຊ່ວຍເຫຼືອ ໃນການເປີດສູນສົ່ງ ເສີມເຕັກໂນໂລຊີ ແລະ ນະວັດຕະກໍາ Tisc ຢູ່ ມຊ.

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ