ປີເຕີ ພັນທະວົງ ກອງໜ້າອາຍຸ 18 ປີຈາກສະໂມສອນ ເອສະຣາ ກາຍເປັນນັກເຕະຄົນທໍາອິດທີ່ເຮັດແຮັດທຣິກໃນ ເປບຊີ ລາວລີກ 1 ລະດູການ 2024/2025 ຫຼັງຍິງໄປຄົນດຽວ 3 ປະຕູພາທີມເປີດບ້ານຖະຫຼົ່ມ ຈຳປາສັກ ໄປຂາດລອຍ 10-0 ເມື່ອທ້າຍອາທິດທີ່ຜ່ານມາ.
ນອກນັ້ນ, ໄຊຊະນະດັ່ງກ່າວຍັງເຮັດໃຫ້ ເອສະຣາ ເອັຟຊີ ຢຶດຕໍາແໜ່ງທີມນໍາໃນຕາຕະລາງຕັ້ງແຕ່ອາທິດທໍາອິດ ຈາກການມີ 3 ຄະແນນເທົ່າກັບ ຊ້າງນ້ອຍ ເອັຟຊີ
ສ່ວນອີກ 2 ຄູ່ໃນອາທິດທີ່ຜ່ານມາແມ່ນເລື່ອນການແຂ່ງຂັນກໍຄືນັດ ມາສເຕີ ເອັຟຊີ ທີມຮອງແຊ້ມ ພົບກັບ ນໍ້າທາ ຢູໄນເຕັດ ແລະ ກອງທັບ ພົບ ຫລວງພະບາງ ເນື່ອງຈາກ ນໍ້າທາ ແລະ ຫລວງພະບາງ ຍັງບໍ່ພ້ອມ ຍ້ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ.
ສໍາລັບ ອາທິດທີສອງ ຈະສືບຕໍ່ແຂ່ງຂັນໃນທ້າຍນີ້ທາງ ສະຫະພັນບານເຕະແຫ່ງຊາດລາວ ຈະມີການແຈ້ງຢ່າງເປັນທາງການອີກເທື່ອໜຶ່ງ