ນັກດົນຕີຫຼວງພະບາງ ຮ່ວມມືກັນກຽມຈັດການສະແດງດົນຕີ ແລະ ຂັບຟ້ອນແບບພື້ນເມືອງຂື້ນ ລະດົນທຶນຊ່ວຍຜູ້ປະສົບໄພນໍ້າຖ້ວມ ຈັດຂຶ້ນໃນວັນສຸກທີ 20 ກັນຍາ 2024 ທ່າສວນລາດແລງ ( ຕະຫຼາດກາງຄືນ ) ນະຄອນຫຼວງພະບາງ ແຂວງຫຼວງພະບາງ.
ເຟສບຸກ Aiy Vongsone ໂພດວ່າ: ສະບາຍດີ ຫມູ່ເພື່ອນ ອ້າຍ ເອື້ອຍ ນ້ອງ ທຸກໆຄົນ ໃນວັນທີ່ 20.09.2024 ນີ້ (ວັນສຸກ) ພວກເຮົາກຸ່ມນັກດົນຕີຫລວງພະບາງ ແລະ ຫມູ່ເພື່ອນທີມງານຫລາກຫລາຍກຸ່ມອາຊີບ ເປັນຄັ້ງທຳອິດທີ່ໄດ້ມີການສາມັກຄີຮ່ວມໃຈກັນຈັດກິດຈະກຳການສະແດງດົນຕີສົດ ແລະ ຂັບຟ້ອນແບບພື້ນເມືອງຂື້ນ ຢູ່ທີ່ ສວນລາດແລງ (ຕະຫລາດກາງຄືນ) ເມືອງ ແລະ ແຂວງຫລວງພະບາງ
ຈຸດປະສົງຂອງກິດຈະກຳນີ້ແມ່ນຈັດຂື້ນເພື່ອລະດົມທຸນຊ່ວຍເຫຼືອອຸທົບກະໄພນ້ຳຖ້ວມທັ້ງທີ່ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ເນື່ອງໃນໂອກາດນີ້ເຮົາເອງຂໍຕາງຫນ້າກຸ່ມນັກດົນຕີຫລວງພະບາງທັ້ງຫມົດທຸກໆວົງ ທຸກໆກຸ່ມ ເພື່ອມາເຊີນຊວນທຸກໆທ່ານ ເຂົ້າຮ່ວມມ່ວນຊື່ນ ແລະ ເປັນສ່ວນຫນື່ງໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໄປພ້ອມໆກັບພວກເຮົາ
ແຕ່ຖ້າຫາກວ່າທ່ານໃດທີ່ອາດຈະບໍ່ສະດວກໃນການເດີນທາງ ຫລື ຕິດພາລະກິດທີ່ຈະມາຮ່ວມບໍ່ລິຈາກນຳພວກເຮົາໄດ້ ພວກເຮົາຈະມີການໄລ້ສົດ ຜ່ານທາງ Facebook ແລະ ແພັດຟອມອື່ນໆທາງໂຊຊຽວມີເດຍ ທ່ານກໍ່ສາມາດຮັບຊົມຜ່ານທາງໄລ້ສົດ ແລະ ຮ່ວມບໍ່ລິຈາກຕາມເລກບັນ ແລະ QR Code ທີ່ຂື້ນເທີງຈໍໄດ້ເລີຍ ແລະທ້າຍນີ້ ພວກເຮົາ ກຸ່ມນັກດົນຕີຫລວງພະບາງ ຂໍສົ່ງກຳລັງໃຈ ແລະ ອວຍພອນໄຊໃຫ້ຜູ້ປະສົບໄພທຸກໆທ່ານໃຫ້ສຸຂະພາບແຂງແຮງ ປອດໄພ ແລະ ຜ່ານພົ້ນວິກິດນີ້ໄປໂດຍໄວ…
ຂໍ້ມູນຈາກ: Aiy Vongsone