ເປີດກອງປະຊຸມ ສະພາເຂດການຄ້າເສລີ ອາຊຽນ ຄັ້ງທີ 38 (The 56th AEM-38th AFTA Council Meeting)

16 Sep 2024

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 16 ກັນຍາ 2024 ໄດ້ມີກອງປະຊຸມສະພາເຂດການຄ້າເສລີ ອາຊຽນ ຄັ້ງທີ 38 (The 56th AEM-38th AFTA Council Meeting) ຂຶ້ນ, ທີ່ໂຮງແຮມຄຣາວພາຊາ. ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ທັງເປັນລັດຖະມົນເສດຖະກິດອາຊຽນ (AEM) ຂອງ ສປປ ລາວ ມີລັດຖະມົນຕີສະພາເຂດການຄ້າເສລີອາຊຽນ, ທ່ານ ກາວ ກິມຮູນ ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕິມໍເລດສເຕ, ບັນດາຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ກ່າວເປີດກອງປະຊຸມ ບາງຕອນວ່າ: ການພົບປະຂອງພວກເຮົາ ໃນກອງປະຊຸມ ສະພາເຂດການຄ້າເສລີ ອາຊຽນ ຄັ້ງທີ 38 (The 56th AEM-38th AFTA Council Meeting) ຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນຂອງປະເທດສະມາຊິກ ທີ່ຈະສືບຕໍ່ຮ່ວມກັນເພື່ອສ້າງໃຫ້ອາຊຽນ ກາຍເປັນຖານການຜະລິດໜຶ່ງດຽວທີ່ມີຄວາມສາມາດດ້ານການແຂ່ງຂັນໃນພາກພື້ນ.


ດັ່ງທີ່ທ່ານໄດ້ຮັບຊາບແລ້ວວ່າ ພາຍຸໄຕ້ຝຸ່ນຢາກິ (Yagi) ໄດ້ສ້າງຄວາມເສຍຫາຍ ແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ ສປປ ລາວ, ມ້ຽນມາ, ຟິລິບປິນ, ໄທ ແລະ ຫວຽດນາມ. ພວກເຮົາ ຂໍສະແດງຄວາມເສົ້າສະລົດໃຈ ມາຍັງຄອບຄົວ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ. ຂ້າພະເຈົ້າ ໝັ້ນໃຈວ່າ ອາຊຽນ ມີຄວາມພ້ອມທີ່ຈະໃຫ້ການຮ່ວມມື ແລະ ການສະໜັບສະໜູນ ການບັນເທົາທຸກ ຜ່ານຫຼາຍຊ່ອງທາງ ເປັນຕົ້ນ ຜ່ານສູນປະສານງານອາຊຽນ ເພື່ອການຊ່ວຍເຫຼືອດ້ານມະນຸດສະທໍາໃນການຄຸ້ມຄອງໄພພິບັດ (AHA Centre), ແນໃສ່ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໃຫ້ສາມາດຟື້ນຕົວໄດ້ຢ່າງວ່ອງໄວ.


ນັບແຕ່ອາຊຽນໄດ້ສ້າງຕັ້ງເຂດການຄ້າເສລີ ອາຊຽນ ໃນປີ 1992 ເປັນຕົ້ນມາ, ພາກພື້ນອາຊຽນ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຫຼຸດຜ່ອນ ແລະ ລົບລ້າງອັດຕາພາສີ, ການສ້າງຄວາມສະດວກທາງດ້ານການຄ້າ ແລະ ການຫັນເປັນທັນສະໄໝດ້ານການເຊື່ອມໂຍງລະບົບແຈ້ງພາສີ ແລະ ອື່ນໆ. ມາຮອດປະຈຸບັນ, ອາຊຽນ ໄດ້ລົບລ້າງອັດຕາພາສີເກືອບໝົດທຸກລາຍການສິນຄ້າ, ກວມເອົາ 98.6% ຂອງລາຍການອັດຕາພາສີທັງໝົດ ແລະ ສືບຕໍ່ພັດທະນາລະບົບແຈ້ງພາສີ ປະຕູດຽວອາຊຽນຢ່າງຕໍ່ເນື່ອງ ເຊິ່ງເປັນການຫຼຸດຜ່ອນຕົ້ນທຶນການຄ້າ ແລະ ອໍານວຍຄວາມສະດວກແກ່ພາກທຸລະກິດ ໃນພາກພື້ນຂອງພວກເຮົາ. ບັນດາຜົນສໍາເລັັດດັ່ງກ່າວ ໄດ້ຊຸກຍູ້ການຄ້າພາຍໃນອາຊຽນ ໃຫ້ມີການຂະຫຍາຍຕົວ, ສະແດງອອກ ໃນປີ 2023 ມູນຄ່າການຄ້າພາຍໃນອາຊຽນ ສາມາດບັນລຸໄດ້ 759 ຕື້ ໂດລາສະຫະລັດ, ກວມເອົາ 21.5 % ຂອງມູນຄ່າການຄ້າທັງໝົດຂອງອາຊຽນ.


ທ່ານກ່າວຕື່ມວ່າ: ຂ້າພະເຈົ້າ ຕີລາຄາສູງຕໍ່ບັນດາຜົນສຳເລັດດັ່ງກ່າວ ເຊິ່ງເກີດມາຈາກ ຄວາມເອົາໃຈໃສ່ ແລະ ຄວາມເປັນເຈົ້າການຂອງ ຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ບັນດາໜ່ວຍງານທີ່ກ່ຽວຂ້ອງ ທີ່ໄດ້ຈັດຕັ້ງປະຕິບັດບັນດາຄຳໝັ້ນສັນຍາ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ແຜນງານອາຊຽນ ເພື່ອຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ປີ 2025. ເຊິ່ງ ໃນປີຜ່ານມາ, ພວກເຮົາໄດ້ຈັດຕັ້ງປະຕິບັດບັນດາແຜນວຽກກ່ຽວກັບການສ້າງເຂດການຄ້າເສລີອາຊຽນ ໄດ້ບັນລຸຕາມເປົ້າໝາຍຫຼາຍດ້ານ ໂດຍສະເພາະພວກເຮົາສາມາດແກ້ໄຂ ບັນດາຂໍ້ຄົງຄ້າງທີ່ເກີດຈາກການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການນໍາໃຊ້ການແລກປ່ຽນບັນດາເອກະສານການຄ້າແບບເອເລັກໂຕຼນິກ ຜ່ານລະບົບບໍລິການແຈ້ງພາສີປະຕູດຽວອາຊຽນ. ພ້ອມນັ້ນ, ຂໍສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າຂອງ ການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຫວັງຢ່າງຍິ່ງວ່າ ການເຈລະຈາຍົກລະດັບສັນຍາດັ່ງກ່າວ ຈະສາມາດສຳເລັດໃນປີ 2025 ຕາມທີ່ໄດ້ກໍານົດໄວ້.


ເພື່ອສືບຕໍ່ເພີ່ມທະວີການເຊື່ອມໂຍງການຄ້າດ້ານສິນຄ້າໃນພາກພື້ນຂອງພວກເຮົາ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕື່ມອີກ, ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງ ຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ບົດລາຍງານຄະນະເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຖະແຫຼງການຮ່ວມຂອງກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38.
ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ຂ້າພະເຈົ້າ ຮຽກຮ້ອງມາຍັງ ບັນດາທ່ານລັດຖະມົນຕີ ໃຫ້ການສະໜັບສະໜູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອແກ້ໄຂບັນຫາຮ່ວມກັນ ແລະ ມີທິດຊີ້ນໍາທີ່ຊັດເຈນຕໍ່ບັນຫາດັ່ງກ່າວ, ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍແກ່ການສົ່ງເສີມການຄ້າໃນພາກພື້ນຂອງພວກເຮົາ ໃຫ້ນັບມື້ນັບເພີ່ມຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ