ພິທີເຊັນສັນຍາການຄຸ້ມຄອງອະນຸຮັກ ຂະຫຍາຍພັນ, ຟື້ນຟູປ່າໝາກຈອງ ແລະ ເຄື່ອງປ່າຂອງດົງອື່ນໆ ຢູ່ບ້ານວັງຕັດນ້ອຍ, ບ້ານວັງຕັດໃຫຍ່, ບ້ານຢຽງດາກ ແລະ ບ້ານໜອງຟ້າໃໝ່ ເມືອງຊານໄຊ ລະຫວ່າງ ອົງການປົກຄອງແຂວງອັດຕະປື ກັບ ບໍລິສັດ ສົມສັກ ພັດທະນາຄົບວົງຈອນ ຈໍາກັດ ຜູ້ດຽວ ໃນທ້າຍອາທິດຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື.
ຕາງໜ້າເຊັນໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ກັບ ທ່ານ ສົມສັກ ແກ້ວສະໝອນ ອໍານວຍການ ບໍລິສັດ ສົມສັກ ພັດທະນາຄົບວົງຈອນ ຈຳກັດ ຜູ້ດຽວ, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍມີພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າເປັນສັກຂີພິຍານ.

ການເຊັນສັນຍາຄັ້ງນີ້ ກໍເພື່ອໃຫ້ບໍລິສັດຄຸ້ມຄອງ, ອະນຸຮັກຂະຫຍາຍພັນ, ຟື້ນຟູປ່າໝາກຈອງ ແລະ ເຄື່ອງປ່າຂອງດົງໃນ 4 ບ້ານ ຂອງເມືອງຊານໄຊ ເພື່ອພັດທະນາໂຄງການ, ຫັນຊັບພະຍາກອນທຳມະຊາດ ຕິດພັນກັບການພັດທະນາເສດຖະກິດ ເພື່ອສົ່ງເສີມການພັດທະນາວຽກງານກະສິກຳຢູ່ແຂວງອັດຕະປື ແລະ ອະນຸລັກຮັກສາຟື້ນຟູ ນຳໃຊ້ເຄື່ອງປ່າຂອງດົງໃຫ້ມີຄວາມຍືນຍົງ ໃນເນື້ອທີ່ດິນຂອງ 4 ບ້ານ ຂອງເມືອງຊານໄຊ.
ພາຍຫຼັງເຊັນສັນຍາສຳເລັດ ຕ້ອງໄດ້ດຳເນີນຕາມຂັ້ນຕອນໃນເນື້ອທີ່ໄດ້ຮັບອະນຸຍາດ ຈາກອົງການປົກຄອງແຂວງໃນທຸກຂັ້ນຕອນ ຕາມລະບຽບການ. ພ້ອມນີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈະໄດ້ລົງສຳຫຼວດກຳນົດທີ່ດິນຄືນໃໝ່ໃຫ້ລະອຽດ ເພື່ອພັດທະນາໂຄງການດັ່ງກ່າວຕາມແຜນທີ່ວາງໄວ້.