ສະຫະລັດອາຣັບເອມີເຣດ ສຳເລັດການກໍ່ສ້າງໂຮງງານໄຟຟ້ານິວເຄລຍແຫ່ງທຳອິດ

12 Sep 2024

ຄລິກແຊຣ໌ 0 Facebook WhatsApp

ຂ່າວສານຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນມານີ້, ປະເທດສະຫະລັດອາຣັບເອມີເຣດ ( UAE ) ປະກາດສຳເລັດໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດ ແລະ ເນັ້ນໜັກວ່າ: ນີ້ແມ່ນຂີດໝາຍສຳຄັນທີ່ສຸດໃນບັນດາ ຄວາມພະຍາຍາມຂອງ UAE ເພື່ອເພີ່ມທະວີຄວາມຍືນຍົງໃນຂະແໜງໄຟຟ້າ, ພ້ອມທັງບັນລຸຄາດໝາຍນຳເອົາການປ່ອຍອາຍພິດໃຫ້ເປັນສູນ.

ไม่มีคำอธิบายรูปภาพ

ໃນການປະກາດດັ່ງກ່າວ ບໍລິສັດ ພະລັງງານນິວເຄລຍ Emirates ( ENEC ) ຂອງ UAE ໄດ້ລະບຸວ່າ: ໂຮງງານໄຟຟ້ານິວເຄລຍ ບາຣາກາ ( Barakah ) ທີ່ຕັ້ງຢູ່ ອາບູ ດາບີ ຈະຜະລິດໄຟຟ້າ 40 ເທລາວັດຕໍ່ຊົ່ວໂມງ ( TWh ) ຕໍ່ປີ ຫຼັງຈາກເຕົາປະຕິກອນທີສີ່ ແລະ ແມ່ນເຕົາປະຕິກອນສຸດທ້າຍໄດ້ເລີ່ມດຳເນີນການທາງການຄ້າ. ການຜະລິດໄຟຟ້າຂອງໂຮງງານດັ່ງກ່າວຈະຕອບສະໜອງຄວາມຕ້ອງການໄຟຟ້າຂອງປະເທດ 25%.

UAE ເປັນປະເທດຜະລິດນໍ້າມັນຊັ້ນນໍາຂອງອົງການປະເທດຜູ້ສົ່ງອອກນ້ຳມັນ ( OPEC ). ປັດຈຸບັນ UAE ພວມໃຊ້ງົບປະມານຫຼາຍຕື້ໂດລາ ເພື່ອພັດທະນາພະລັງງານທົດແທນໃຫ້ຢູ່ໃນລະດັບທີ່ພຽງພໍ ເພື່ອຕອບສະໜອງຄວາມຕ້ອງການເຄິ່ງໜຶ່ງຂອງປະເທດໃນປີ 2050.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ