ການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ລະດັບຊາດ ລາຍການ ເບຍລາວ ບານສົ່ງ ລາວລີກ ປະຈຳປີ 2024 ຫຼື Laos Volleyball League 2024 ປີນີ້ຈັດເຕັມຝ່າຍຈັດການແຂ່ງຂັນຕັ້ງເງິນລາງວັນສູງທີ່ສຸດເທົ່າທີ່ບໍ່ເຄີຍມີມາ ຊີງເງິນລາງວັນລວມຫຼາຍກວ່າ 290 ລ້ານກີບ ຈະເປີດສາກຂຶ້ນ ໃນເດືອນກັນຍາ 2024 ທີ່ສະໂມສອນກິລາໃນຮົ່ມ ກອງທັບ (ຫຼັກ5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງປີນີ້ມີ 15 ສະໂມສອນເຂົ້າຮ່ວມຊີງໄຊ ພ້ອມເປີດໂອກາດໃຫ້ນັກກິລາຕ່າງຊາດເຂົ້າຮ່ວມແຂ່ງຂັນ 2 ຄົນຕໍ່ໜຶ່ງທີມສຳລັບທີມຊາຍ ມີ 10 ທີມ ແລະ ທີມຍິງມີ 5 ສະໂມສອນ.
ກອງປະຊຸມເຕັກນິກກຽມຈັດການແຂ່ງຂັນລາຍການ ເບຍລາວ ບານສົ່ງ ລາວລີກ ປະຈຳປີ 2024 ຈັດຂຶ້ນ ໃນຕອນເຊົ້າວັນທີ 12 ກັນຍາ 2024 ທີ່ຫ້ອງການປະສານງານໂອແລມປິກແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ແລະ ທ່ານ ປິໄຊ ສຸວັນໄຊ ຮອງປະທານ-ເລຂາທິການສະຫະພັນບານສົ່ງແຫ່ງຊາດລາວ ມີຄະນະຮັບຜິດຊອບຈັດແຂ່ງຂັນ, ຄະນະນຳ ແລະ ຄູຝຶກ ທັງ 15 ພາກສ່ວນເຂົ້າຮ່ວມ.
ລາຍການດັ່ງກ່າວ ຈັດຂຶ້ນ ກໍເພື່ອສົ່ງເສີມກິລາບານສົ່ງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ຶ້ອຍໆ ແນໃສ່ສ້າງນັກກິລາໃຫ້ມີຄວາມແຂງແກ່ນ ສາມາດກ້າວຂຶ້ນທົດແທນນັກກິລາທີມຊາດ ກຽມຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 32 ຈະຈັດຂຶ້ນ ທີ່ປະເທດໄທ ໃນປີ 2025 ລາຍການນີ້ ທັງສອງປະເພດແມ່ນແຂ່ງຂັນຮອບດຽວ ໃນຮອບຂາໄປ ທຸກທີມຈະໄດ້ພົບກັນໝົດຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດເປັນແຊ໋ມ ແລະ ຈະແຂ່ງຂັນສະເພາະແຕ່ວັນເສົາ-ອາທິດ
ສຳລັບທີມຊາຍ 10 ທີມເຂົ້າຮ່ວມ ປະກອບມີ ກະຊວງປ້ອງກັນປະເທດ ຫຼື ກອງທັບ, ລາວສະກາຍເວ, ໂກຣ-ອັບ (Grow-UP), ອິນເທັນເຊີນ, ວຽງຈັນ ວີຊີ, ສັນນິວາດ ວີຊີ, ແບັກບຸດເຕີນຟາຍ Black Butterfly, ຈັນທິລາດ, ນະຄອນຫຼວງ-Inthasone VC ແຊ໋ມເກົ່າ, ເອັມພີຊີ ບລູ ຮາວາຍ ສ່ວນທີມຍິງ 5 ທີມມີ ກອງທັບ, ກົມໃຫຍ່ການເມືອງກອງທັບ, ວຽງຈັນ ວີຊີ, ເອັສເອັນເຄ ແລະ ເອັດອີຊີ.