ຮູ້ຈັກສາວ ໄພວັນ ຈັນທະວົງ MIL08 ຜູ້ເຂົ້າປະກວດໃນເວທີ Miss International Laos 2024, ສາວຕາຄົມ…

0
467

ສ່ອງ ສາວ ໄພວັນ ຈັນທະວົງ ( ກຸ້ງ ) MIL08 ຜູ້ເຂົ້າປະກວດໃນເວທີ Miss International Laos 2024 ມາພ້ອມກັບຄວາມສາມາດຫຼາກຫຼາຍ ແລະ ເປັນອີກໜຶ່ງຄົນທີ່ຮັກມັກໃນວົງການບັນເທີງບໍ່ວ່າຈະເປັນການ ຟ້ອນຂັບລຳ, ເຕັ້ນໂຄເວີ ແລະ ເລີ່ມມີບົດບາດການສະແດງເລື່ອງສັ້ນ ພ້ອມໄລ່ລ່າຄວາມຝັນໃນເວທີນາງງາມ Miss International Laos 2024 ທີ່ຈະແຂ່ງຂັນໃນວັນທີ 21 ກັນຍາ 2024 ເພື່ອກຽມຫາຜູ້ຊະນະເລີດກາຍເປັນ Miss International Laos 2024 ໄປແຂ່ງຂັນລາຍການ Miss International 2024 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນເດືອນຕຸລາ 2024.

ສາວ ໄພວັນ ຈັນທະວົງ ມາຈາກແຂວງນະຄອນຫຼວງວຽງຈັນ ຫມາຍເລກ MIL08 ໃຫ້ສໍາພາດວ່າ: ສຳລັບນ້ອງເອງແລ້ວເວທີ່ນີ້ເປັນເວທີທີ່ມີຄຸນຄ່າອັນສູງກຽດທີ່ສາມາດພັກດັນຄວາມຝັນຂອງແມ່ຍິງໃຫ້ໄປສູ່ຄວາມສຳເລັດໄດ້ແລະສາມາດເຮັດໃຫ້ພິກຊີວິດຂອງຜູ້ຍິງຄົນໜຶ່ງໄດ້ ເຊິ່ງຕອນນີ້ກຳລັງສຶກສາຢູ່ທີ່ຄະນະວິສະວະກຳສາດ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ສາມາດສື່ສານໄດ້ 3 ພາສາຄື ລາວ-ໄທ-ອັງກິດ ແລະ ມີຄວາມສາມາດພິເສດຄືການ ຟ້ອນຂັບລຳ ເຕັ້ນ Cover dance.

“ Miss International Laos ສຳລັບນ້ອງຄິດວ່າຈະຕ້ອງເປັນຕົວຢ່າງ ແລະ ເປັນຕົ້ນແບບທີ່ດີທີ່ສຸດສາມາດເວົ້າ ແລະ ໃຫ້ກຳລັງໃຈຜູ້ຍິງສາມາດລຸກຂື້ນມາເຮັດຕາມຕວາມຝັນຂອງຕົນເອງໂດຍບໍ່ມີຂໍຈຳກັດໃດຈະສາມາດມາບັນທອນຈິດໃຈແລະກ້າທີ່ຈະເວົ້າແລະສົ່ງພະລັງບວກໃຫ້ແກ່ຄົນອ້ອມຂ້າງ ແລະ ແນ່ນອນ ນ້ອງເອງຖ້າໄດ້ຮັບໂອກາດເປັນ Miss International Laos ນ້ອງເອງກໍຈະເປັນຕົ້ນແບບທີ່ດີໃຫ້ແກ່ສັງຄົມໂດຍສະເພາະນ້ອງຈະໃຊ້ພະລັງສຽງຂອງນ້ອງເວົ້າຜ່ານສື່ອອນລາຍສັງຄົມຕ່າງໆໃຫ້ຜູ້ຍິງເຮົາກ້າທີ່ຈະລຸກຂຶ້ນມາເຮັດຕາມຄວາມຝັນຂອງຕົນເອງກ້າທີ່ຈະເວົ້າໃນສິ່ງທີ່ຖືກຕ້ອງກ້າທີ່ຈະສະແດງພະລັງຂອງຕົນເອງອອກມາ ເພາະມື້ນີ້ຂ້ອຍເຮັດໄດ້ແລ້ວເຈົ້າກໍຕ້ອງເຮັດໄດ້ຄືກັນເພາະດວງຕາເວັ້ນກ່ອນທີ່ຈະຂື້ນມາສາຍແສງໃນຍາມເຊົ້າກໍບໍ່ໄດ້ຂໍອະນຸຍາດໃຜກໍຄືກັບຕົວເຈົ້າຈົ່ງສາຍແສງທີ່ເຈົ້າມີອອກມາໃຫ້ຄົນຮັບຮູ້ຈົ່ງສັດທາໃນຕົວເຈົ້າເອງ ” ໄພວັນ ຈັນທະວົງ ກ່າວ.

ໄພວັນ ຈັນທະວົງ ກ່າວອີກວ່າ: ຖ້າບໍ່ໄດ້ເປັນ ໄພວັນ ຈັນທະວົງ ນ້ອງກໍຈະເປັນແບບຢ່າງໃຫ້ແກ່ສັງຄົມ ແລະ ຄົນອ້ອມຂ້າງຕໍ່ໄປ, ຢ່າຢຸດຝັນ ແລະ ຈົ່ງເດີນຕາມຄວາມຝັນຂອງຕົນເອງຕໍ່ໄປ ເພາະຄວາມພະຍະຍາມຈະບໍ່ທໍລະຍົດໃຜຈົ່ງກ້າວ ແລະ ດຳເນີນຊີວິດຕໍ່ໄປ, ສ່ວນຜົນງານໃນວົງການບັນເທິງເປັນ Influencer ແລະ ຍັງເປັນນາງແບບ ລວມທັງຍັງເຄີຍສະແດງເລື່ອງສັ້ນຄຸນນະທຳເລຶ່ອງ “ ແຊງຄິວ ” ແລະ ອີກເລື່ອງ LGBTI+ Social Acceptance ແລະ ຍັງໄດ້ເປັນອາສາສະໝັກໃນໂຄງການ The US mission to ASEAND

ສຸດທ້າຍນີ້ິ້ ນ້ອງຢາກເຫັນແມ່ຍິງລາວສະແດງສັກກະຍະພາບຂອງຕົວເອງອອກມາກ້າທີ່ຈະອອກຈາກກອບແລະເຮັດຕາມໃຈ ແລະ ຕາມຄວາມຖືກຕ້ອງກ້າທີ່ຈະເວົ້າໃນສິ່ງທີ່ຢາກເວົ້າຢ່າປ່ອຍໃຫ້ຄຳດູຖູໃດມາບັນທອນຫົວໃຈຂອງເພັດເມັດນີ້ໄດ້ຄວາມກ້າເທົ່ານັ້ນຈະເຮັດໃຫ້ແມ່ຍິງເຮົາມີບົດບາດໃນສັງຄົມຫຼາຍທີ່ສຸດ, ນ້ອງພູມໃຈໃນຕົວເອງທີ່ສາມາດເປັນຜູ້ຍິງທີ່ມີຄວາມມຸງໝັ້ນ ແລະ ກ້າຫານໃນການປະເຊີນກັບຄວາມທ້າທາຍແລະນ້ອງເອງກໍເຊຶ່ອໝັ້ນໃນຄວາມສາມາດຕົນເອງ ແລະ ຮູ້ສຶກດິໃຈທີ່ໄດ້ໂອກາດສະແດງໃຫ້ເຫັນວ່າຜູ້ຍິງທຸກຄົນລ້ວນແຕ່ເປັນແມ່ຍິງທີ່ປຽບດັ່ງດອກຈຳປາ ສະຫງ່າ ງົດງາມ ແລະມຸງໝັ້ນກ້າຫານ.

ຝາກຕິດຕາມຜົນງານໄວໆນີ້ຈະມີລະຄອນສັ້ນອອກມາ ແລະ ຕິດຕາມຜົນງານນ້ອງໄດ້ທີ່ຊ່ອງທາງເຟສບຸກ Phaivun Chnthavong( ກຸ້ງ ໄພວັນ) ແລະທີ່ສຳຄັນຢ່າລືມມາເຊຍການປະກວດ Miss International Laos2024ນີ້ ຝາກໝາຍເລກMIL08 ກັນໄວ້ໃນອ້ອມກອດຂອງທຸກຄົນແນ່ເດິ້ ຂໍຂອບໃຈ.

LEAVE A REPLY

Please enter your comment!
Please enter your name here