ສ້າງຄວາມເຂັ້ນແຂງໃຫ້ແກ່ພາກທຸລະກິດ ກ່ຽວກັບ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

0
347

ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ຂອງອົງການ USAID ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ເປັນເວລາສອງວັນ(5-6ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ).

ການຝຶກ ອົບຮົມຄັ້ງນີ້ ເນັ້ນໃຫ້ຄວາມຮູ້ທີ່ຈຳເປັນ ແກ່ພະນັກງານລັດ ແລະ ບັນດາບໍລິສັດ ຈາກແຂວງພາກກາງ ຕໍ່ກັບການນຳໃຊ້ ອົງປະກອບຕ່າງໆ ຂອງລະບົບອອກໃບຍັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ເພື່ອຮັບປະກັນວ່າ ພວກເຂົາສາມາດນໍາໃຊ້ ສິດທິພິເສດຈາກຂໍ້ຕົກລົງທາງການຄ້າໄດ້ຢ່າງເຕັມທີ່.

ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມຄ້າຕ່າງປະເທດ ໄດ້ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ພ້ອມດ້ວຍຜູ້ເຂົ້າຮ່ວມ ປະມານ 70 ຄົນ ຈາກນະຄອນຫຼວງວຽງຈັນ ແລະ ແຂວງໃກ້ຄຽງ. ກອງປະຊຸມນີ້ ໄດ້ກວມເອົາຫຼາຍຫົວຂໍ້ ທີ່ກ່ຽວຂ້ອງກັບລະບົບ e-CO, ລວມທັງການອອກໃບຢັ້ງຢືນ, ພາບລວມຂອງກອບກົດໝາຍ ສໍາລັບກົດລະບຽບຂອງ ແຫຼ່ງກໍາເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ, ສຶກສາລາຍລະອຽດກ່ຽວກັບອົງປະກອບຂອງລະບົບ, ແລະ ຄໍາແນະນໍາ ກ່ຽວກັບຜົນປະໂຫຍດຈາກກົດລະບຽບຂອງແຫຼ່ງກໍາເນີດທີ່ມີສິດທິພິເສດພາຍໃຕ້ຂໍ້ຕົກລົງທາງການຄ້າສອງຝ່າຍໃນປະຈຸບັນ.

ທ່ານຮອງຫົວໜ້າກົມ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຝຶກອົບຮົມໃນຄັ້ງນີ້ ໂດຍໄດ້ກ່າວວ່າ “ການຝຶກອົບຮົມ ຈະຮັບປະກັນວ່າ ບັນດາທຸລະກິດຈະໄດ້ຮັບປະໂຫຍດຢ່າງເຕັມທີ່ຈາກລະບົບອອນລາຍນີ້, ໃນຂະນະທີ່ພະນັກງານ ລັດຖະບານທີ່ເຮັດວຽກກ່ຽວກັບ e-CO ຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ໃນການຈັດຕັ້ງປະຕິບັດວຽກງານນີ້.” ທ່ານຮອງຫົວໜ້າກົມຍັງກ່າວຕື່ມວ່າ ລະບົບ e-CO ຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກ ແລະ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຂອງປະເທດ.


ການຝຶກອົບຮົມນີ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບ e-CO (https://ecolao.gov.la), ເຊິ່ງອຳນວຍຄວາມ ສະດວກໃນການຍື່ນຂໍ ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ມີສິດທິພິເສດ, ຊ່ວຍໃຫ້ບັນດາວິສາຫະກິດສາມາດ ຮຽກຮ້ອງສິດທິພິເສດທາງການຄ້າ ລະຫວ່າງປະເທດ. ການປັບປຸງ ແລະ ເພີ່ມເຕີມອົງປະກອບໃສ່ລະບົບປະກອບມີ ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂທຣນິກທີ່ໄວຂຶ້ນ ແລະ ການອອກໃບຢັ້ງຢືນພາຍໃຕ້ ຂໍ້ຕົກລົງທາງການຄ້າໃໝ່, ການໃຊ້ງານທີ່ໄດ້ຮັບການປັບປຸງຂຶ້ນ, ແລະ ການຈັດປະເພດສິນຄ້າທີ່ຖືກຕ້ອງ ໂດຍໃຊ້ລະຫັດ HS ເພື່ອເຮັດໃຫ້ການດໍາເນີນທຸລະກິດດ້ານການຄ້າ ໄວຂຶ້ນ.
ຫຼັງຈາກການເປີດຕົວຢ່າງເປັນທາງການຂອງລະບົບ e-CO ທີ່ໄດ້ຮັບການປັບປຸງ ໃນວັນທີ 31 ກໍລະກົດ 2024, ແລະ ງານໃນມື້ນີ້, ກົມຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມມືກັບ ໂຄງການສ້າງສະພາບແວດ ລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ຂອງອົງການ USAID ສະໜອງການຝຶກອົບຮົມໃຫ້ຫຼາຍແຂວງ ໃນທົ່ວປະເທດ. ການຝືກອົບຮົບເຫຼົ່ານີ້ ມີຈຸດປະສົງເພື່ອຮັບປະກັນວ່າລະບົບດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢ່າງ ສະໝໍ່າສະເໝີ ແລະ ເພື່ອແກ້ໄຂຊ່ອງຫວ່າງ ກ່ຽວກັບກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໃນທົ່ວປະເທດ. ກົມຄ້າຕ່າງປະເທດ ມີແຜນຈະຈັດກິດຈະກໍາການສ້າງຄວາມສາມາດທີ່ຄ້າຍຄືກັນນີ້ໃນພາກໃຕ້ (ແຂວງຈໍາປາສັກ) ແລະ ພາກເຫນືອ (ແຂວງອຸດົມໄຊ) ອີກດ້ວຍ.

ໃນຊຸມປີທີ່ຜ່ານມານີ້, ອົງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວ ໄດ້ຮ່ວມມືກັນຢ່າງໃກ້ສິດກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃນການລົງທຶນ, ການຄ້າ ແລະ ຄວາມສາມາດດ້ານການແຂ່ງຂັນ ໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ. ການຮ່ວມມືນີ້ ໄດ້ນຳໄປສູ່ ການພັດທະນາ ແລະ ແກ້ໄຂຂໍ້ຫຍຸ້ງຍາກດ້ານ ກົດລະບຽບ ແລະ ຂັ້ນຕອນ ຮວມທັງການປັບປຸງລະບົບອອນລາຍ ແລະ ເວັບໄຊຕ່າງໆ.

LEAVE A REPLY

Please enter your comment!
Please enter your name here