ນໍາສະເໜີນະວັດຕະກໍາດິຈິຕອນສໍາລັບຜູ້ປະກອບການຍິງໃນຂົງເຂດອາຊຽນ

0
474

ກະຊວງການຕ່າງປະເທດສະຫະລັດອາເມລິກາ ໄດ້ເປັນເຈົ້າພາບຈັດງານນະວັດຕະກໍາດິຈິຕອນສໍາລັບຜູ້ປະກອບການຍິງໃນຂົງເຂດອາຊຽນ ຫຼື Digital Innovations for Female Entrepreneurs in ASEANMeeting (DIFEM) ຢູ່ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 11-12 ກັນຍາ 2024 ໂດຍເປັນສ່ວນໜຶ່ງຂອງການດຳເນີນກອງປະຊຸມ ການເຊື່ອມໂຍງ ເສດຖະກິດດິຈິຕອນ ລະຫວ່າງ ສະຫະລັດອາເມລິກາ-ອາຊຽນ.

ງານDIFEM ທີ່ໄດ້ຈັດຂື້ນໃນຄັ້ງນີ້ເພື່ອເປັນການສະໜັບສະໜູນ ສປປ ລາວ ໃນການເປັນປະທານກອງປະຊຸມສຸດຍອດອາຊຽນ ເພື່ອໃຫ້ໄດ້ຕາມຄາດໝາຍບູລິມະສິດດ້ານເສດຖະກິດ ໃນປີ 2024 ເພື່ອໃຫ້ມີຄວາມຄືບໜ້າໃນການແກ້ໄຂຊ່ອງຫວ່າງດ້ານການເງິນລະຫວ່າງວິສາຫະກິດຈຸນລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMES) ແລະ ຍັງເປັນການສະໜັບສະໜູນການຮັບຮອງເອົາແຜນງານທາງດ້ານມາດຕະຖານການຄ້າດິຈິຕອນໃນອາຊຽນ.

ງານດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ ໂດຍໄດ້ເຕົ້າໂຮມເອົາ ຜູ້ປະກອບການດ້ານເສດຖະກິດດີຈີຕອນ ຈຳນວນ75 ທ່ານ ຈາກໃນຂະແໜງການ MSMEs ໃນ ອາຊຽນ, ບັນດາບໍລິສັດເຕັກໂນໂລຊີພາກເອກະຊົນ, ເຈົ້າໜ້າທີ່ພາກລັດ ແລະ ຜູ້ເຂົ້າຮ່ວມທ່ານອື່ນໆ ຈາກ MSMEs ໃຫ້ມີສ່ວນຮ່ວມເພື່ອຊອກຫາແນວທາງການເພີ່ມປະສິດທິພາບທຸລະກິດ ແລະ ການຮ່ວມມືທາງການຄ້າ ໃນອະນາຄົດ.

ຜູ້ຊ່ຽວຊານສະເພາະດ້ານຈາກພາກເອກະຊົນໄດ້ນຳພາການສົນທະນາກ່ຽວກັບອະນາຄົດຂອງເສດຖະກິດດິຈິຕອນໃນອາຊຽນ ແລະ ວິທີທາງຂອງຕະຫຼາດທີ່ເກີດຂຶ້ນໃຫມ່ ກໍຄື ສປປ ລາວ ທີ່ສາມາດນຳໃຊ້ເຕັກໂນໂລຊີ ເຊັ່ນ ບັນຍາປະດິດ AI ເພື່ອໃຫ້ “ກ້າວກະໂດດ” ຈາກຈຸດໝາຍສໍາຄັນທາງດ້ານເສດຖະກິດໜຶ່ງໄປສູ່ອີກຈຸດໜຶ່ງ.

ຜູ້ເຂົ້າຮ່ວມຍັງໄດ້ຝຶກການນຳໃຊ້ Al ແລະ ເຄື່ອງມືດິຈິຕອນເພື່ອໃຫ້ຜູ້ເຂົ້າຮ່ວມເພີ່ມປະສິດທິພາບຂອງທຸລະກິດ ແລະ ຂະຫຍາຍຕະຫຼາດຂອງເຂົາເຈົ້າ. ໃນງານ DIFEM ຄັ້ງນີ້, ຜູ້ຊ່ຽວຊານ ແລະ ຜູ້ປະກອບການໃໝ່ ໄດ້ເຊື່ອມໂຍງກັນ ໂດຍຜ່ານການປຶກສາຫາລືແບບເຊິ່ງຫນ້າກັບຜູ້ຊ່ຽວຊານໂດຍຜ່ານການເຮັດກິດຈະກໍາທີ່ຖືກອອກແບບມາຢ່າງຫລາກຫຼາຍ, ແລະຍັງເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ໃຊ້ເວລາຂອງແຕ່ລະຄົນໃນການລະດົມຄວາມຄິດກ່ຽວກັບສິ່ງທ້າທາຍທາງທຸລະກິດກັບຜູ້ຊ່ຽວຊານໃນດ້ານອຸດສາຫະກຳຕ່າງໆ. ຜູ້ເຂົ້າຮ່ວມທັງເຊິ່ງຫນ້າ ແລະ ທາງອອນລາຍ ໄດ້ຮຽນຮູ້ຈາກການເສວະນາເຊິ່ງນໍາໂດຍຜູ້ຊ່ຽວຊານດ້ານການເງິນ, ຜູ້ປະກອບການດ້ານດິຈິຕອລ ແລະ Al ແລະ ຈາກການສົນທະນາ ລະຫວ່າງ ທ່ານນາງ Heather Variava, ເອກອັກຄະລັດຖະທູດສະຫະລັດອາເມລິກາ, ໃນການໂອ້ລົມກັບ ທ່ານ Grata EndahWerdaningtyas ເອກອັກຄະລັດຖະທູດ ອິນໂດເນເຊຍ, ທ່ານ Deena Joy Amatong ເອກອັກຄະລັດຖະທູດຟີລິບປິນ ແລະ ທ່ານ Morakot Sriswadi ເອກອັກຄະລັດຖະທູດແຫ່ງລາຊະອານາຈັກໄທ ປະຈຳ ສປປ ລາວ.

ງານ DIFEM ໄດ້ສະແດງໃຫ້ເຫັນວິທີການສົ່ງເສີມທີ່ເຂັ້ມແຂງຂອງເຄືອຄ່າຍ ຜູ້ກໍ່ຕັ້ງແລະນັກປະດິດເພດຍິງ ແລະຫນ້າທີ່ພາກລັດທີ່ສາມາດຂະຫຍາຍທ່າແຮງຂອງຕະຫຼາດ, ການຮວມກຸ່ມ, ແລະ ຄວາມຍືນຍົງສໍາລັບເສດຖະກິດດິຈິຕອນທັງຫມົດຂອງອາຊຽນ.

 

LEAVE A REPLY

Please enter your comment!
Please enter your name here