ມາສເຕີ ສ້າງທີມປີນີ້ດີທີ່ສຸດໄດ້ນັກເຕະເອຢິບ-ອັງກິດ-ອິນໂດເນເຊຍ-ຍີ່ປຸ່ນ ພ້ອມຕັ້ງຫວັງແຊັມ ລາວລີກ 1

0
310

ສະໂມສອນບານເຕະ ມາສເຕີ ເປີດຕົວສະໂມສອນ, ຊຸດແຂ່ງຂັນ, ໂລໂກ້ໃໝ່, ນັກກີລາ ແລະ ຜູ້ສະໜັບສະໜູນຢ່າງເປັນທາງການ ພ້ອມເປີດໃຈວ່າ: ປີນີ້ເປັນຊຸດທີ່ດີທີ່ສຸດ ຫຼັງໄດ້ນັກເຕະເອຢິບ, ອັງກິດ, ອິນໂດເນເຊຍ ແລະ ຍີ່ປຸ່ນ ພ້ອມຕັ້ງຫວັງແຊັມບານເຕະ ເປບຊີ ລາວລີກ 1 ລະດູການ 2024-2025 ທີ່ຈະເປີດສາກຂຶ້ນໃນທ້າຍອາທິດ.

ພິທີເປີດຕົວສະໂມສອນ, ນັກກີລາ ແລະ ຜູ້ສະໜັບສະໜູນຂອງ ມາສເຕີ ຈັດຂຶ້ນຢ່າງເປັນທາງການທີ່ສະໂມສອນ ມາສເຕີ ທີ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 11 ກັນຍາ 2024 ໃຫ້ກຽດເຂົ້າຮ່ວມ ແລະ ເຊັນສັນຍາໂດຍ ທ່ານ ບຸນຖະໜອມ ສີຫາລາດ ປະທານສະໂມສອນ ມາສເຕີ ໄດ້ເຊັນສັນຍາຮ່ວມກັບຜູ້ສະໜັບສະໜູນສະໂມສອນ ຢ່າງເປັນທາງການປະກອບມີຄື:
-ທ່ານ ພູເຂົາຄໍາ ກໍ່າກາຊົມພູ ປະທານສະໂມສອນ, ຮ້ານອາຫານ, ສະລອຍນໍ້າ ແລະ ເດີ່ນບານເຕະ KMT.
-ທ່ານ ນາງ ນ້ອຍພາວັນ ສີອຸດົມ ປະທານບໍລິສັດ ຂຸດຄົ້ນບໍ່ແຮ່

-ທ່ານ ທາວັດ ອາຣີລອບ ຕາງໜ້າ ບໍລິສັດ KAP ຂາອອກ-ຂາເຂົ້າ ຜູ້ຈັດຈໍາໜ່ວຍກະທິງແດງ-ສະປອນເຊີ ໃນສປປ ລາວ
-ທ່ານ ທິດຕາວັນ ວັນນະຈັກ ຜູ້ອໍານວຍການ Life Football ຜູ້ຜະລິດ ແລະ ຈໍາໜ່າຍເຄື່ອງກີລາທຸກຊະນິດ
-ທ່ານ ວັນປະສີດ ວົງມາຫຼັດ ເຈົ້າຂອງສູນອອກກໍາລັງກາຍ ເປເລ່ ຟິດເນັດ ຄົບວົງຈອນ

-ທ່ານ ສັນຕິໄຊ ຊະນິດນາ ຕາງໜ້າ ບໍລິສັດ ໄອເດຍລີ ຈໍາໜ່າຍ ນໍ້າດື່ມ ແລະ ນໍ້າຫວານ ໄອເດຍລີ
-ທ່ານ ອາຢອນ ຈາກບໍລິສັດ ໂຮງແຮມ ALLPOINTS HOTEL
-ບໍລິສັດ ຈັດຫານັກເຕະ
-ທ່ານ ນາງ ສະນິຕາ ລັດຕະນະພອນ ຈາກບໍລິສັດ ວິນເທີ້ ຜູ້ຜະລິດຫຍີ່ຫໍ່ນໍ້າດື່ມ ເພື່ອຈໍາໜ່າຍ ແລະ ສົ່ງອອກ
-ທ່ານ ຄໍາເພັດ ວົງສາ ຕາງໜ້າ ມູນນິທິ ມາສເຕີ ເພື່ອການພັດທະນາ.

ພ້ອມດ້ວຍພາກສ່ວນອື່ນໆ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ ນອກນັ້ນ, ພິທີດັ່ງກ່າວ ຍັງມີການແຕ່ງຕັ້ງ ແລະ ເຊັນສັນຍາກັບ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວໜ້າຄູຝຶກສະໂມສອນ ມາສເຕີ ລຸຍເປບຊີ ລາວລີກ 1 ລະດູການ 2024-2025 ພ້ອມທັງມີການເປີດຕົວຄະນະຄູຝຶກ ແລະ ນັກກີລາ ຢ່າງຍິ່ງໃຫຍ່.

ທ່ານ ບຸນຖະໜອມ ສີຫາລາດ ປະທານສະໂມສອນ ມາສເຕີ ກ່າວໃນພິທີວ່າ: ສໍາລັບ ສະໂມສອນ ມາສເຕີ ປີນີ້ແມ່ນປ່ຽນຊື່ມາຈາກ ມາສເຕີ 7 ເອັຟຊີ ມາເປັນ ມາສເຕີ ເອັຟຊີ ເຊິ່ງເປັນການປ່ຽນແປງໃໝ່ ແລະ ການສ້າງທີມທີ່ສົມແບບທີ່ສຸດຂອງສະໂມສອນທີ່ເຄີຍມີນີ້ ແລະ ມີການປັບປຸງໂລໂກ້ໃໝ່ ທີ່ເຫັນໄດ້ເຖິງຄວາມຊັດເຈນຂອງສະໂມສອນຫຼາຍຂຶ້ນ ໂດຍກ່ອນໜ້ານີ້ ທີມບານເຕະຍິງ ມາສເຕີ ກໍສ້າງປະຫວັດສາດຄວ້າແຊັມບານເຕະ ລາວລີກຍິງ 2024 ເຊິ່ງເປັນແຊັມຄັ້ງປະຫວັດສາດຂອງສະໂມສອນ ແນ່່ນອນສະໂມສອນບານເຕະຊາຍປີນີ້ພວກເຮົາກໍຫວັງສ້າງປະຫວັດສາດຄວ້າແຊັມ ລາວລີກ 1 ສະໄໝທໍາອິດໃນບານເຕະຊາຍໃຫ້ໄດ້ເຊັ່ນກັນ.

“ ເປັນຫຍັງຈິ່ງວ່າປີນີ້ ມາສເຕີ ພວກເຮົາເປັນປີທີ່ມີຄວາມພ້ອມທີ່ສຸດເນື່ອງຈາກ ພວກເຮົາໄດ້ເສີມນັກເຕະໃນລະດັບທີ່ດີທີ່ສຸດທັງໃນລາວ ແລະ ໄດ້ດືງນັກເຕະຈາກ ຍີ່ປຸ່ນ 2 ຄົນ, ເອຢິບ 2 ຄົນ, ອິນໂດເນເຊຍ 2 ຄົນ ແລະ ອັງກິດ 1 ຄົນ ມາຊ່ວຍທີມ ເຊິ່ງທັງນັກເຕະທີ່ເສີມມາແມ່ນຄາດວ່າຈະສາມາດເຂົ້າກັບທີມ ແລະ ເປັນຈຸດເດັດຂອງທີມພວກເຮົາໄດ້ດີທີ່ສຸດ. ແນ່ນອນອີກຢ່າງທີ່ພວກເຮົາຈະໄປເຖິງແຊັມໄດ້ນັ້ນພວກເຮົາມີຜູ້ສະໜັບສະໜູນ ແລະ ຕ້ອງຂໍຂອບໃຈຜູ້ສະໜັບສະໜູນຕ່າງໆທີ່ຢູ່ນໍາພວກເຮົາ ແລະ ເຊື່ອໝັ້ນພວກເຮົາ ພ້ອມຈະສ້າງປະຫວັດສາດໄປນໍາກັນ ” ທ່ານ ບຸນຖະໜອມ ສີຫາລາດ ປະທານສະໂມສອນ ມາສເຕີ.

ສໍາລັບ ມາສເຕີ ເຂົ້າຮ່ວມການແຂ່ງຂັນເປບຊີ ລາວລີກ ຄັ້ງທໍາອິດໃນປີ 2018 ຈົບອັນດັບທີ 4 ກ່ອນທີ່ ປີ 2019, 2020 ແລະ 2022 ສາມາດຄວ້າຮອງແຊັມໄດ້ທັງ 3 ລະດູການ ແຕ່ຍັງໄປບໍ່ເຖິງຈຸດສູງສຸດກໍຄືແຊັມໄດ້ເທື່ອ ເຊິ່ງປີ 2024 ເປັນປີທີ່ສະໂມສອນມີຄວາມພ້ອມຫຼາຍທີິ່ສຸດ ແລະ ຫວັງແຊັມສະໄໝທໍາອິດໃນປະຫວັດສາດຂອງ ເປບຊີ ລາວລີກ 1 ໂດຍມີນັດລົງສະໜາມນັດທໍາອິດໃນວັນທີ 15 ກັນຍາ 2024 ເວລາ 16:00 ມາສເຕີ ເປີດບ້ານຮັບການມາຢາມຂອງ ນໍ້າທາ ຢູໄນເຕັດ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.
ຂ່າວ-ຮູບຈາກ: Larh Creators

LEAVE A REPLY

Please enter your comment!
Please enter your name here