ກະຊວງໂຍທາທິການ ແລະ ຂົນສົ່ງ ມີແຜນປັງປຸງສະໜາມບິນສາກົນຫຼວງພະບາງ ໃຫ້ມີຄວາມທັນສະໄໝ ດ້ວຍຮູບແບບການລົງທຶນຮ່ວມ ລະ ຫວ່າງ ພາກລັດ ແລະ ເອກະຊົນ ເພື່ອຍົກລະດັບ ແລະ ຂະຫຍາຍສະໜາມບິນແຫ່ງນີ້ ໃຫ້ຮອງຮັບຜູ້ໂດຍສານໄດ້ 4,5 ລ້ານຄົນຕໍ່ປີ.
ວັນທີ 4 ກັນຍາ 2024 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ມີພິທີເຊັນສັນຍາຮ່ວມມື ການໃຫ້ບໍລິການທີ່ປຶກສາ ລະຫວ່າງ ອົງການການເງິນສາກົນ ( IFC ) ກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອປັບປຸງສະໜາມບິນສາກົນຫຼວງພະບາງ ໃຫ້ມີຄວາມທັນສະໄໝ ດ້ວຍຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ຫຼື PPP.
ຕາງໜ້າລົງນາມຂອງ ທ່ານ ນາງ ວັນ ດີລະພັນ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ໂທມັດ ລູເບກ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ຂອງ IFC ສໍາລັບການບໍລິການທີ່ປຶກສາດ້ານທຸລະກໍາຂອງວຽກງານການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ແລະ ທ່ານ ບຼົງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ສັນຍາດັ່ງກ່າວ, ອົງການ IFC ຈະເປັນທີ່ປຶກສາຫຼັກ ສໍາລັບການລົງທຶນຮ່ວມ PPP ເຊິ່ງມີຈຸດປະສົງເພື່ອຍົກລະດັບ ແລະ ຂະຫຍາຍສະໜາມບິນສາກົນຫຼວງພະບາງ ຄຽງຄູ່ກັບການປັບປຸງຄວາມປອດໄພ ແລະ ປະສິດທິພາບຂອງສະໜາມບິນ ພາຍໃຕ້ສັນຍາສໍາປະທານໄລຍະຍາວ. ປັດຈຸບັນສະໜາມບິນສາກົນຫຼວງພະບາງ ຮອງຮັບຜູ້ໂດຍສານໄດ້ 1,3 ລ້ານຄົນຕໍ່ປີ ເຊິ່ງນຳໃຊ້ອາຄານຜູ້ໂດຍສານຫຼັງດຽວ ສຳລັບຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດ. ເມື່ອໂຄງການລົງທຶນຮ່ວມ PPP ນີ້ສໍາເລັດ ສະໜາມບິນແຫ່ງນີ້ ຄາດວ່າຈະໃຫ້ບໍລິການຜູ້ໂດຍສານສາກົນຫຼາຍກວ່າ 4 ລ້ານຄົນ ແລະ ຜູ້ໂດຍສານພາຍໃນ 500.000 ຄົນຕໍ່ປີ, ພ້ອມທັງຍົກລະດັບການເຊື່ອມຈອດຂອງ ສປປ ລາວ ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສາກົນ.
ທ່ານ ນາງ ວັນ ດີລະພັນ ກ່າວວ່າ: ແຂວງຫຼວງພະບາງ ແມ່ນປະຕູສູ່ການທ່ອງທ່ຽວແຫ່ງສຳຄັນຂອງ ສປປ ລາວ. ສະໜາມບິນສາກົນຫຼວງພະບາງ ມີຜູ້ໂດຍສານເດີນທາງໜາແໜ້ນທີ່ສຸດອັນດັບ 2 ຂອງປະເທດ ແລະ ເຮັດໜ້າທີ່ເປັນສູນກາງເຊື່ອມຈອດລະດັບພາກພື້ນກັບ ນະຄອນບາງກອກ, ຈັງຫວັດຊຽງໃໝ່, ແຂວງຊຽມລຽບ, ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆພາຍໃນປະເທດ. ການຮ່ວມມືໃນຄັ້ງນີ້ແມ່ນປະຕິບັດຕາມການເຫັນດີຂອງລັດຖະບານ ໃນການນໍາໃຊ້ຄວາມຊ່ຽວຊານລະດັບໂລກຂອງ IFC ແລະ ຄົ້ນຫາທາງເລືອກທີ່ດີທີ່ສຸດ ເພື່ອນຳເອົາພາກເອກະຊົນມາມີສ່ວນຮ່ວມໃນການພັດທະນາໂຄງລ່າງພື້ນຖານດ້ານການທ່ອງທ່ຽວທີ່ສໍາຄັນນີ້.
ທ່ານ ໂທມັດ ລູເບກ ກ່າວວ່າ: ” ດ້ວຍການຮ່ວມມືກັບ IFC, ໂຄງການນີ້ ຈະດຳເນີນໄປຕາມແນວທາງການປະຕິບັດທີ່ດີທີ່ສຸດຂອງສາກົນ ແລະ ແທດເໝາະກັບສະພາບຂອງ ສປປ ລາວ; ການນຳໃຊ້ເງິນທຶນຈາກພາກເອກະຊົນ ແລະ ຄວາມຊ່ຽວຊານດ້ານເຕັກນິກ ຈະຊ່ວຍ ສປປ ລາວ ສ້າງຜົນປະໂຫຍດສູງສຸດຈາກການນຳໃຊ້ທ່າແຮງຂອງສະໜາມບິນແຫ່ງນີ້, ພ້ອມດຽວກັນນັ້ນ ຍັງສ້າງເງື່ອນໄຂມາດຕະຖານລະດັບສາກົນ ສຳລັບໂຄງການລົງທຶນຮ່ວມແບບ PPP ທີ່ຄ້າຍຄືກັນໃນອະນາຄົດ.