ເພື່ອສົ່ງເສີມການເຊື່ອມຈອດເຊື່ອມໂຍງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງອຸດສາຫະກຳການທ່ອງທ່ຽວຂອງ ສປປ ລາວ, ວັນທີ 4 ກັນຍາ 2024 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ມີພິທີເຊັນສັນຍາຮ່ວມມື ການໃຫ້ບໍລິການທີ່ປຶກສາ ລະຫວ່າງ ອົງການການເງິນສາກົນ (IFC) ກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອປັບປຸງ ສະໜາມບິນສາກົນຫຼວງພະບາງ ໃຫ້ມີຄວາມທັນສະໄໝ ດ້ວຍຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ຫຼື PPP.
ໂດຍຕາງໜ້າລົງນາມຂອງທ່ານ ນາງ ວັນ ດີລະພັນ ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ທ່ານ ໂທມັດ ລູເບກ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ຂອງ IFC ສໍາລັບການບໍລິການທີ່ປຶກສາດ້ານທຸລະກໍາຂອງວຽກງານການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ແລະ ທ່ານ ບຼົງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ສັນຍາດັ່ງກ່າວ, ອົງການ IFC ຈະເປັນທີ່ປຶກສາຫຼັກ ສໍາລັບ ການລົງທຶນຮ່ວມ PPP, ເຊິ່ງມີຈຸດປະສົງເພື່ອຍົກລະດັບ ແລະ ຂະຫຍາຍສະໜາມບິນສາກົນຫຼວງພະບາງ ຄຽງຄູ່ກັບການປັບປຸງຄວາມປອດໄພ ແລະ ປະສິດທິພາບຂອງສະໜາມບິນ ພາຍໃຕ້ສັນຍາສໍາປະທານໄລຍະຍາວ. ປະຈຸບັນ, ສະໜາມບິນສາກົນຫຼວງພະບາງ ຮອງຮັບຜູ້ໂດຍສານໄດ້ 1,3 ລ້ານຄົນຕໍ່ປີ, ຊຶ່່ງນຳໃຊ້ອາຄານຜູ້ໂດຍສານຫຼັງດຽວ ສຳລັບຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດ. ເມື່ອໂຄງການລົງທຶນຮ່ວມ PPP ນີ້ສໍາເລັດແລ້ວ, ສະໜາມບິນແຫ່ງນີ້ ຄາດວ່າຈະໃຫ້ບໍລິການຜູ້ໂດຍສານສາກົນຫຼາຍກວ່າ 4 ລ້ານຄົນ ແລະ ຜູ້ໂດຍສານພາຍໃນ 500.000 ຄົນຕໍ່ປີ, ພ້ອມທັງຍົກລະດັບການເຊື່ອມຈອດຂອງ ສປປ ລາວ ກັບພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ສາກົນ.
ທ່ານ ນາງ ວັນ ດີລະພັນ ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ແຂວງຫຼວງພະບາງ ແມ່ນປະຕູສູ່ການທ່ອງທ່ຽວແຫ່ງສຳຄັນຂອງ ສປປ ລາວ. ສະຫນາມບິນສາກົນຫຼວງພະບາງ ມີຜູ້ໂດຍສານເດີນທາງໜາແໜ້ນທີ່ສຸດອັນດັບ 2ຂອງປະເທດ ແລະ ເຮັດໜ້າທີ່ເປັນສູນກາງເຊື່ອມຈອດລະດັບພາກພື້ນກັບ ນະຄອນບາງກອກ, ແຂວງຊຽງໃໝ່, ແຂວງຊຽມລຽບ, ນະຄອນຫຼວງວຽງຈັນ ແລະ ແຂວງຜອື່ນໆພາຍໃນປະເທດ. ການຮ່ວມມືໃນຄັ້ງນີ້ນີ້,ແມ່ນປະຕິປັດຕາມການເຫັນດີຂອງ ລັດຖະບານ ໃນການນໍາໃຊ້ຄວາມຊ່ຽວຊານລະດັບໂລກຂອງ IFC ແລະ ຄົ້ນຫາທາງເລືອກທີ່ດີທີ່ສຸດ ເພື່ອນຳເອົາພາກເອກະຊົນມາມີສ່ວນຮ່ວມ ໃນການພັດທະນາໂຄງລ່າງພື້ນຖານດ້ານການທ່ອງທ່ຽວທີ່ສໍາຄັນນີ້.
ກ່ອນການລະບາດຂອງພະຍາດໂຄວິດ 19, ສປປ ລາວ ມີນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນຢ່າງຫຼວງຫຼາຍ ຈາກ 2,5 ລ້ານຄົນໃນປີ 2010 ເປັນເກືອບ 4,8 ລ້ານຄົນ ໃນປີ 2019. ໃນປີ 2019 ການທ່ອງທ່ຽວສ້າງລາຍຮັບໃຫ້ແກ່ເສດຖະກິດໄດ້ 934 ລ້ານໂດລາສະຫະລັດ ເທົ່າກັບ 9,1% ຂອງ ລວມຍອດຜະລິດຕະພັນພາຍໃນ. ເຖິງແມ່ນວ່າ ນັກທ່ອງທ່ຽວຂາເຂົ້າ ໄດ້ຢຸດເຊົາໃນໄລຍະທີ່ມີການແຜ່ລະບາດ, ແຕ່ການທ່ອງທ່ຽວທົ່ວໂລກກຳລັງຟື້ນຕົວ ອຸດສາຫະກຳການທ່ອງທ່ຽວຂອງ ສປປ ລາວ ຄາດວ່າຈະຟື້ນຕົວຄືນ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຄາດວ່າ ໃນປີ 2024 ຈະມີນັກທ່ອງທ່ຽວສາກົນ 4,6 ລ້ານເທື່ອຄົນ, ສ້າງລາຍຮັບ 1,3 ຕື້ໂດລາສະຫະລັດ.
ທ່ານ ໂທມັດ ລູເບກ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ຂອງ IFC ສໍາລັບການບໍລິການທີ່ປຶກສາດ້ານທຸລະກໍາຂອງວຽກງານການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ກ່າວວ່າ: “ການລົງທຶນດ້ານໂຄງລ່າງພື້ນຖານທີ່ເຂັ້ມແຂງ ເປັນກະແຈສຳຄັນໃນການຊຸກຍູ້ການເຊື່ອມຈອດກັບພາກພື້ນ ແລະ ການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວ ຂອງ ສປປ ລາວ. ດ້ວຍການຮ່ວມມືກັບ IFC, ໂຄງການນີ້ ຈະດຳເນີນໄປຕາມແນວທາງການປະຕິບັດທີ່ດີທີ່ສຸດຂອງສາກົນ ແລະ ແທດເໝາະກັບສະພາບຂອງ ສປປ ລາວ. ການນຳໃຊ້ເງິນທຶນຈາກພາກເອກະຊົນ ແລະ ຄວາມຊ່ຽວຊານດ້ານເຕັກນິກ ຈະຊ່ວຍ ສປປ ລາວ ສ້າງຜົນປະໂຫຍດສູງສຸດຈາກການນຳໃຊ້ທ່າແຮງຂອງສະໜາມບິນແຫ່ງນີ້, ພ້ອມດຽວກັນນັ້ນ ຍັງສ້າງເງື່ອນໄຂມາດຕະຖານລະດັບສາກົນ ສຳລັບໂຄງການລົງທຶນຮ່ວມແບບ PPP ທີ່ຄ້າຍຄືກັນໃນອະນາຄົດ.
ເປັນເວລາຫຼາຍກວ່າ 20 ປີ IFC ໄດ້ເປັນທີ່ປຶກສາທີ່ເຊື່ອຖືໄດ້ໃຫ້ແກ່ລັດຖະບານ ໃນການຈັດໂຄງສ້າງການດຳເນີນທຸລະກຳຂອງໂຄງການ PPP ຊຶ່ງໄດ້ດຳເນີນວຽກງານດັ່ງກ່າວມາໄດ້ຫຼາຍກວ່າ 350 ໂຄງການໃນ 99 ປະເທດ, ລວມທັງປະເທດດ້ອຍພັດທະນາ ແລະ ກຳລັງພັດທະນາ ໃນທົ່ວໂລກ ຊຶ່ງຊ່ວຍອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນໄດ້ປະມານ 45 ຕື້ ໂດລາສະຫະລັດ.
ອົງການການເງິນສາກົນ (IFC) – ສະມາຊິກຂອງກຸ່ມທະນາຄານໂລກ – ແມ່ນສະຖາບັນເພື່ອການພັດທະນາສາກົນທີ່ໃຫຍ່ທີ່ສຸດ ທີ່ເນັ້ນໃສ່ວຽກງານການຊ່ວຍເຫລືອພາກເອກະຊົນ ຢູ່ໃນບັນດາຕະຫຼາດກຳລັງພັດທະນາ. IFC ເຮັດວຽກຮ່ວມກັບຫຼາຍກວ່າ 100 ປະເທດທົ່ວໂລກ ໂດຍນຳໃຊ້ທຶນຮອນ, ວິຊາການ ແລະ ບົດບາດທີ່ພົ້ນເດັ່ນຂອງຕົນໃນການສ້າງຕະຫຼາດ ແລະ ກາລະໂອກາດ ຢູ່ປະເທດກຳລັງພັດທະນາ. ໃນສົກປີງົບປະມານ 2024 ໄດ້ສະໜອງທຶນ 56 ຕື້ໂດລາສະຫະລັດ ໃຫ້ແກ່ບໍລິສັດເອກະຊົນ ແລະ ສະຖາບັນການເງິນ ຢູ່ປະເທດກຳລັງພັດທະນາ ໂດຍໝູນໃຊ້ວິທີການແກ້ໄຂຂອງພາກເອກະຊົນ ແລະ ລະດົມທຶນຈາກພາກເອກະຊົນເພື່ອສ້າງໂລກທີ່ປາສະຈາກຄວາມທຸກຍາກ ແລະ ເປັນໂລກທີ່ຫນ້າຢູ່ອາໄສ.