ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ຈັດກອງປະຊຸມ ໂຄສະນາ-ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ, ວັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ການສ້າງສາຍພົວພັນການທູດ-ລາວຫວຽດນາມ ຄົບຮອບ 62 ຂຶ້ນໃນວັນທີ 23 ສິງຫາ 2024 ທີ່ຫ້ອງປະຊຸມກະຊວງ ອຄ ເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ເຂົ້າຮ່ວມມີ ບັນດາເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ ແລະ ຫົວໜ້າພະແນກ ທົ່ວອົງຄະນະພັກ ກະຊວງ ອຄ ເຂົ້າຮ່ວມ.
ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ຕາງໜ້າໃຫ້ຄະນະພັກ-ຄະນະນຳ ມື້ນີ້ ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມເຜີຍແຜ່ເຊື່ອມຊຶມ ໂຄສະນາ-ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ, ວັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ການສ້າງສາຍພົວພັນການທູດ-ລາວຫວຽດນາມ ຄົບຮອບ 62 ປີ. ກອງປະຊຸມຄົ້ນຄວ້າເຊື່ອມຊຶມຄັ້ງນີ້ ມີ 2 ຈຸດປະສົງຫຼັກຄື:
- ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ;
- ເຜີຍແຜ່ວັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ການສ້າງສາຍພົວພັນການທູດ-ລາວຫວຽດນາມ ຄົບຮອບ 62 ປີ.
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ເອົາໃຈໃສ່ຕິດຕາມ ແລະ ຜັນຂະຫຍາຍ ເພື່ອໃຫ້ຕິດແທດກັບສະພາບຕົວຈິງ ແລະ ຄວາມອາດສາມາດໃນການຈັດຕັ້ງປະຕິບັດ. ຂະແໜງການ ອຄ ຂອງພວກເຮົາ ຖືວ່າແມ່ນໜຶ່ງໃນຟັນເຟືອງສຳຄັນ ຂັບເຄື່ອນການພັດທະນາເສດຖະກິດ, ສະນັ້ນ, ຖ້າພວກເຮົາຄົ້ນຄວ້າ ໄຈ້ແຍກ ແລະ ສາມາດຈັດຕັ້ງປະຕິບັດໄດ້ດີ, ແນວຄວາມຄິດ ຈະເຮັດໃຫ້ມີຜົນສຳເລັດຜົນໂດຍໄວ ແລະ ຕາມລະດັບຄາດໝາຍ.
ແນວໃດກໍຕາມ, ເນື່ອງຈາກເວລາຈຳກັດ ແລະ ມີຫຼາຍເອກະສານ, ຫຼາຍສະຫາຍ ກໍອາດຈະຍັງບໍ່ທັນໄດ້ລົງເລິກເນື້ອໃນເທົ່າທີ່ຄວນ. ສະນັ້ນ, ຮຽກຮ້ອງມາຍັງບັນດາເລຂາຄະນະພັກແຕ່ລະຂັ້ນ ຄົ້ນຄວ້າ ແລະ ຈັດເຊື່ອມຊຶມຕື່ມ ພາຍໃນກົມກອງຂອງຕົນ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍເຊື່ອມຊຶມ. ໃຫ້ເອົາໃຈໃສ່ການໂຄສະນາ ສ້າງຄວາມເຂົ້າໃຈ ຕໍ່ສັງຄົມຮັບຮູ້ ໃນຕະຫລອດຊີວິດການເຄື່ອນໄຫວຂອງປະທານ ສຸພານຸວົງ ບໍ່ວ່າໃນຄວາມຮັບຜິດຊອບ ວຽກງານສໍາຄັນໃດໆ, ໃນຖານະຕໍາແໜ່ງໃດ ເພິ່ນກໍໄດ້ອຸທິດໝົດຈິດໃຈໝົດໃຈ, ໝົດຄວາມສາມາດເພື່ອພາລະກິດປະຕິວັດ, ພາລະກິດແຫ່ງການປົກປັກຮັກສາ, ສ້າງສາປະເທດຊາດ. ຢາມໃດເພິ່ນກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນສູງກວ່າ ຜົນປະໂຫຍດຂອງສ່ວນຕົວ ແລະ ຖ່ອມຕົວ, ປະທານສຸພານຸວົງ ດໍາລົງ ຊີວິດແບບລຽບງ່າຍ, ກະທັດລັດ, ເພິ່ນເປັນຄົນດຸໝັ່ນ ມັກຄົ້ນຄວ້າຮໍ່າຮຽນ, ສະ ແຫວງຫາຄວາມກ້າວໜ້າ, ຫ້າວຫັນຕໍ່ວຽກງານ, ປະຢັດ, ບໍ່ຖືຕົວ, ນິ້ມນວນ, ມິນິໄສຄ່ຽມຄົມ, ເຮັດວຽກມີແບບແຜນ, ເວົ້າແທ້ທໍາຈິງ, ມີຄວາມເອື້ອເຟື້ອ ເພື່ອແຜ່, ຈິງໃຈຊື່ສັດບໍລິສຸດຕໍ່ປະເທດຊາດ.
ສ້າງສາຍພົວພັນການທູດ-ລາວຫວຽດນາມ ຄົບຮອບ 62 ປີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມໃຫ້ເຂົ້າສູ່ລວງເລິກ, ສູ້ຊົນເຮັດໃຫ້ການພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າສົມຄູ່ກັບຜົນສໍາເລັດໃນການພົວພັນດ້ານການເມືອງ ແລະ ຄວາມໝັ້ນຄົງ.
- ເພີ່ມທະວີການໂຄສະນາສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ເປັນຕົ້ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບມູນເຊື້ອສາມັກຄີພິເສດ, ການຮ່ວມມື ຮອບ ດ້ານລະຫວ່າງ ລາວ – ຫວຽດນາມ, ດັ່ງຄໍາສັ່ງສອນຂອງປະທານສຸພານຸວົງ “… ທະນຸຖະໜອມ ມິດຕະພາບນັ້ນ ຄືກັນ ກັບເກືອຮັກສາຄວາມເຄັມ, ໝາກເພັດຮັກສາຄວາມຮ້ອນ, ຕາບໃດຍັງມີຟ້າ ແລະ ດິນ, ຕາບນັ້ນກໍຍັງມີຄວາມສາມັກຄີລາວ-ຫວຽດນາມ”.
- ເພີ່ມທະວີຄວາມຕັ້ງໜ້າເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດສົນທີ ສັນຍາ, ສັນຍາ ແລະ ຂໍ້ຕົກລົງຂອງ 2 ກົມການເມືອງ ແລະ ລັດ ຖະບານຂອງ 2 ປະເທດ ລວມທັງສັນຍາ ແລະ ຂໍ້ຕົກລົງຕ່າງໆລະຫວ່າງຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໃຫ້ເກີດຜົນເປັນຈິງ, ປະສານ ສົມທົບກັບຫວຽດ ນາມຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາຕ່າງໆນໍາກັນດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ເຫັນອົກເຫັນໃຈກັນຖານສະຫາຍອ້າຍນ້ອງ.
- ອອກແຮງຊຸກຍູ້ ສ້າງບາດກ້າວບຸກທະລຸໃນການຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດ ຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ຄວາມ ອາດສາມາດຂອງແຕ່ລະປະເທດ ໃຫ້ໄດ້ຫຼາຍທີ່ສຸດ; ຍູ້ແຮງການປະຕິບັດບັນດາສົນທິສັນ ຍາ, ບົດບັນທຶກການຮ່ວມມື ລະ ຫວ່າງສອງລັດຖະບານ ແລະ ບັນດາແຜນການຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜ ງການ ແລະ ທ້ອງຖິ່ນຂອງສອງປະເທດ ຢ່າງມີປະສິດທິຜົນ.
- ເອົາໃຈໃສ່ຄົ້ນຄວ້າປັບປຸງລະບຽບການ ແລະ ກົນໄກໃຫ້ແທດເໝາະກັບການພົວພັນພິເສດ ເຊິ່ງ ກັນ ແລະ ກັນ ທັງສອດຄ່ອງກັບລະບຽບການເຊື່ອມໂຍງພາກພື້ນ ແລະ ສາກົນ, ທັງນີ້ກໍເພື່ອຊຸກຍູ້ສົ່ງເສີມ ການຮ່ວມມືດ້ານຕ່າງໆລະດັບສູນກາງ ແລະ ທ້ອງຖິ່ນໃຫ້ຂະຫຍາຍຕົວເພີ່ມຂຶ້ນຕາມຄາດໝາຍທີ່ວາງໄວ້.
- ໃນເງື່ອນໄຂທີ່ສະພາບແວດລ້ອມສາກົນມີການຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກນີ້ ພວກເຮົາຕ້ອງສືບຕໍ່ປົກປັກຮັກສາການພົວພັນ ແລະ ຄວາມສາ ມັກຄີພິເສດ ລະຫວ່າງ ລາວ ຫວຽດນາມໄວ້ໃຫ້ໝັ້ນຄົງ, ມີສະຕິລະວັງຕົວ ແລະ ເປັນເຈົ້າການສະກັດກັ້ນ ຕີຖອຍທຸກກົນອຸບາຍ ມ້າງເພທໍາລາຍຂອງອິດທິກຳລັງປໍລະປັກ; ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມື ແລະ ການປະສານ ສົມທົບການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນຢ່າງຄ່ອງແຄ້ວ ແລະ ເປັນເອກະພາບກັນ.