ການແຂ່ງຂັນກີລາດອກປີກໄກ່ລາຍກາຍໃຫຍ່ທີ່ສຸດໃນສປປ ລາວ ກັບລາຍການ 23rd Beerlaos badminton Championship 2024 ໂດຍມີການຊີງໄຊເຖິງ 17 ລາຍການ ເປີດສາກຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 22 ສິງຫາ 2024 ແລະ ຈະແຂ່ງຂັນໄປຈົນເຖິງວັນທີ 25 ສິງຫາ 2024 ທີ່ສະໜາມດອກປີກໄກ່ໃນຮົ່ມ ເສດຖາ ( ເຂດບຶງຂະຫຍອງ ) ນະຄອນຫຼວງວຽງຈັນ ສປປ ລາວ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ທ່ານ ອາລຸນແສງ ພົງມະນີ ຜູ້ຈັດການອຸປະຖຳ ແລະ ກິດຈະກຳ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ໂດຍມີຄະນະ, ຄູຝຶກ ແລະ ນັກກີລາຈາກຫຼາຍໆພາກສວ່ນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ປອ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວລາຍງານວ່າ: ການຈັດແຂງຂັນກີລາດອກປີກໄກ່ທົ່ວປະເທດ ຄັ້ງທີ 23 ລາຍການ 23rd Beerlaos badminton Championship 2024 ເປັນການແຂ່ງຂັນກີລາດອກປີກໄກ່ທີ່ໃຫຍ່ທີ່ສຸດປະຈໍາປີຂອງລາວ ເຊິ່ງຄັ້ງນີ້ຈັດຂຶ້ນມາເປັນຄັ້ງທີ 23 ໂດຍໄດ້ຮັບການສືບຕໍ່ສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈໍາກັດ ຕັ້ງແຕ່ຄັ້ງທີ 1 ຕະຫຼອດຮອດຈົນເຖິງປັດຈຸບັນ ເຊິ່ງຈັດຂຶ້ນເພື່ອສ້າງຂະບວນການແຂ່ງຂັນດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົວເອງ ແລະ ສາມາດເລືອກໄດ້ນັກກີລາດີເດັ່ນປະກອບເຂົ້າໃນການເປັນນັກກີລາທີມໃນຮຸ່ນເຍົາວະຊົນ ແລະ ຮຸ່ນທົວໄປ ພ້ອມທັງເປັນການກະກຽມຄວາມພ້ອມຂອງນັກກີລາເຂົ້າຮ່ວມງານມະຫາກໍາກີລາໃນຮົ່ມ ແລະ ຕໍ່ສູ້ປ້ອງກັນຕົວ ຄັ້ງທີ 5 ທີ່ປະເທດໄທ ໃນເດືອນພະຈິກ 2024 ແລະ ງານມະຫາກໍາກີລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 8 ທີ່ແຂວງສາລະວັນໃນເດືອນທັນວາ 2024.

ສໍາລັບ ການແຂ່ງຂັນໃນຄັ້ງນີ້ມີ 17 ລາຍການປະກອບມີ:
+ຮຸ່ນເຍົາວະຊົນ 10 ລາຍການຄື: ດ່ຽວເຍົາວະຊົນຊາຍ 13 ປີ, ດ່ຽວເຍົາວະຊົນຍິງ 13 ປີ, ດຽ່ວເຍົາວະຊົນຊາຍ 15 ປີ, ດ່ຽວເຍົາວະຊົນຍິງ 15 ປີ, ຄູ່ເຍົາວະຊົນຊາຍ 15 ປີ, ດ່ຽວເຍົາວະຊົນຊາຍ 17 ປີ, ດ່ຽວເຍົາວະຊົນຍິງ 17 ປີ ແລະ ຄູ່ປະສົມ 17 ປີ.
-ຮຸ່ນຊາວໜຸ່ມ-ທົ່ວໄປ 7 ລາຍການຄື: ດ່ຽວຊາຍທົ່ວໄປ, ດ່ຽວຍິງທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ປະສົມທົ່ວໄປ, ຄູ່ສະໝັກຫຼິ້ນຊາຍ ( ສາຍ ຂ ) ແລະ ຄູ່ຊາຍອາຍຸລວມ 70 ປີຂຶ້ນໄປ ( ນັກກີລາແຕ່ລະຄົນຕ້ອງມີອາຍຸ 35 ປີຂຶ້ນໄປ ).

ເຊິ່ງມື້ນີ້ວັນທີ 22 ສິງຫາ 2024 ເປັນມື້ທໍາອິດຂອງການແຂ່ງຂັນ ເປັນການແຂ່ງຂັນຮອບທໍາອິດ ແລະ ຈະດໍາເນີນການແຂ່ງຂັນໄປຈົນເຖິງວັນທີ 25 ສິງຫາ 2024 ຈິ່ງສໍາເລັດ.
ຂ່າວ-ຮູບ: Larh Creators
