ກຸ່ມສະຫະກອນ 3F ກະສິກໍາຍືນຍົງຂອງລາວ ພ້ອມສະໜອງຄວາມຮູ້ໃຫ້ຜູ້ສົນໃຈລ້ຽງໝູເປັນອາຊີບ

0
189

ການຜະລິດກະສິກໍາທີ່ມີລະບົບຈັດການຕ່ອງໂສ້ແບບທັນສະໄໝ ແລະ ມີຕະຫຼາດຮອງຮັບແມ່ນມີໂອກາດຂະຫຍາຍຕົວໄດ້ໄປອີກຍາວໄກ ເຊິ່ງກຸ່ມສະຫະກອນ 3F ກະສິກໍາຍືນຍົງຂອງລາວ ແມ່ນຍັງຕ້ອງການສະມາຊິກໃນການລ້ຽງໝູເພື່ອສະໜອງຕະຫຼາດ ທາງກຸ່ມພ້ອມສະໜັບສະໜູນໃນການສ້າງສະມາຊິກ ແລະ ຂະຫຍາຍໂອກາດໃນການລ້ຽງລົງສູ່ຊຸມຊົນທ້ອງຖິ່ນ.

ທ່ານ ຂັນທອງ ສີປະເສີດ ປະທານສະຫະກອນ 3F ກະສິກໍາຍືນຍົງຂອງລາວ ທັງເປັນຜູ້ອໍານວຍການ ບໍລິສັດ KT Farm, ບໍລິສັດ UDA Farm ກ່າວວ່າ: ພວກເຮົາແມ່ນກຸ່ມການຜະລິດການລ້ຽງໝູ ເຊິ່ງມີພໍ່ແມ່ພັນ ແລະ ໝູພັນຊີ້ນສະໜອງໃຫ້ສັງຄົມ ເຊິ່ງມື້ນີ້ມາຮ່ວມປຶກສາຫາລືແລກປ່ຽນຂອງໂຄງການສົ່ງເສີມການມີວຽກເຮັດງານທໍາຢູ່ໃນຊົນນະບົດ ຖືວ່າເປັນໂອກາດທີ່ດີ ທີ່ຈະເຮັດໃຫ້ພວກເຮົາໄດ້ແລກປ່ຽນລະຫວ່າງຜູ້ຜະລິດກະສິກໍາດ້ວຍກັນ ແລະ ແລກປ່ຽນກັບບັນດາສະຖາບັນການສຶກສາຂອງລາວເຮົາ ເຊິ່ງໃນນັ້ນພວກເຮົາຕ້ອງການທີ່ຈະຂະຫຍາຍຟາມໝູ,  ຕ້ອງການຂະຫຍາຍກໍາລັງການຜະລິດ ແຕ່ຍັງຂາດພະນັກງານທີ່ມີສີມືທາງດ້ານການລ້ຽງໝູ ເຊິ່ງມື້ນີ້ພວກເຮົາກໍມີຄູ່ມືການລ້ຽງ, ເຕັກນິກການລ້ຽງ, ການເບິ່ງແຍງຮັກສາ ຈະໄດ້ລົງເລິກຮ່ວມກັນ ເພື່ອສ້າງຄູ່ມືການຝຶກງານ ເຊິ່ງເປົ້າໝາຍຂອງພວກເຮົາແມ່ນຢາກໃຫ້ທຸກຄົນໄດ້ມາເຮັດວຽກຕົວຈິງໃນຟາມຂອງກຸ່ມພວກເຮົາ ເພື່ອທີ່ຈະສ້າງທັກສະສີມືຄວາມຊໍານານສະເພາະດ້ານໃນການລ້ຽງໝູ ເພື່ອຈະໄດ້ສືບຕໍ່ເຮັດວຽກກັບຟາມຂອງພວກເຮົາ ຫຼື ກັບໄປເຮັດວຽກຢູ່ໃນທ້ອງຖິ່ນຂອງພວກເພິ່ນ.

อาจเป็นรูปภาพของ 1 คน, แท่นบรรยาย, ห้องข่าว และ ข้อความ

ທ່ານກ່າວວ່າ: ສໍາລັບຜູ້ທີ່ສົນໃຈຢາກລ້ຽງເຮົາກໍໃຫ້ ຄວາມຮູ້ໄດ້ຄົບວົງຈອນ ເລີ່ມແຕ່ລ້ຽງໝູແມ່ພັນ ເພື່ອສະໜອງໃຫ້ສັງຄົມ ຫຼື ຕ້ອງການເອົາລູກໝູໄປລ້ຽງເປັນໝູຊີ້ນ ມັນຈະມີເຕັກນິກການລ້ຽງ ລວມທັງໃຫ້ຮູ້ລົງເລິກເຖິງຕົ້ນທຶນການຜະລິດວ່າໃຊ້ແນວໃດ? ລ້ຽງແນວໃດ? ແລ້ວຂາຍອອກຈະເຫຼືອກໍາໄລເທົ່າໃດ? ແລະ ເຕັກນິກອື່ນໆ ເຊິ່ງພວກເຮົາກໍມີຕະຫຼາດຮອງຮັບຜົນຜະລິດໃຫ້ ເຊິ່ງຄວາມຕ້ອງການຂອງຕະຫຼາດຍັງມີຫຼາຍ.

ທ່ານກ່າວວ່າ: ຢູ່ໃນກຸ່ມສະຫະກອນ 3F ກະສິກໍາຍືນຍົງຂອງລາວ ຂອງພວກເຮົາມີພໍ່ແມ່ພັນ ລວມກັນທັງໝົດ 7 ພັນກວ່າໂຕ ສະໜອງລູກໝູໄດ້ 1,8 ແສນໂຕຕໍ່ປີ ເຊິ່ງກໍຍັງບໍ່ທັນພຽງພໍ ກຸ່ມຂອງພວກເຮົາສະໜອງພາຍໃນປະເທດໄດ້ພຽງ 20% ຂອງຄວາມຕ້ອງການເທົ່ານັ້ນ  ແລະ ຕ້ອງການຂະຫຍາຍສະມາຊິກເພີ່ມໃນຂອບເຂດທົ່ວປະເທດ. ທ່ານ ຂັນທອງ ກ່າວ.

LEAVE A REPLY

Please enter your comment!
Please enter your name here