ຖ້າຈະເອີ່ຍເຖິງຕະຫຼາດທີ່ຮອງຮັບສິນຄ້າກະສິກຳຈາກ ສປປ ລາວ ຂອງບັນດາປະເທດທີ່ມີຊາຍແດນຕິດກັບ 5 ປະເທດ ຖືວ່າ ສປ ຈີນ ເປັນຕະຫຼາດຫຼັກໆ ຫຼື ອັນດັບໜຶ່ງ ທີ່ລາວສົ່ງອອກສິນຄ້າປະເພດກະສິກຳໄປຫຼາຍກວ່າໝູ່ ແລະ ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດກໍໄດ້ຫັນມາລົງທຶນປູກພືດກະສິກຳເພື່ອສົ່ງອອກໄປ ສປ ຈີນ.
ດັ່ງນັ້ນ ກ່ອນທີ່ເຮົາຈະລົງມືປູກຄວນຮູ້ສິ່ງເຫຼົ່ານີ້ ຈາກບົດແນະນຳກ່ຽວກັບການຈົດທະບຽນພື້ນທີ່ປູກ ແລະ ສະຖານທີ່ຫຸ້ມຫໍ່ຜະລິດຕະພັນພືດ ເພື່ອສົ່ງອອກໄປ ສປ ຈີນ ເຊິ່ງໃນພາກທີ II ການຈົດທະບຽນພື້ນທີ່ປູກພືດເປັນສິນຄ້າ.
ໃນມາດຕາ 4: ການຈົດທະບຽນພື້ນທີ່ປູກພືດເປັນສິນຄ້າ: ການຈົດທະບຽນພື້ນທີ່ປູກພືດເປັນສິນຄ້າຂອງບັນດາຫົວ ໜ່ວຍທຸລະກິດ/ຜູ້ປະກອບການ, ຊາວກະສິກອນເປັນລາຍບຸກຄົນ ຫຼື ນິຕິບຸກຄົນເພື່ອເປັນບ່ອນອີງໃຫ້ແກ່ການລົງຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດ ແລະ ການອອກໃບທະບຽນພື້ນທີ່ປູກພືດເປັນສິນຄ້າທີ່ສົ່ງອອກໄປ ສປ ຈີນ.
ມາດຕາ 5: ເງື່ອນໄຂການຈົດທະບຽນພື້ນທີ່ປູກພືດເປັນສິນຄ້າ
▶ຜູ້ມີເງື່ອນໄຂຈົດທະບຽນພື້ນທີ່ປູກພືດເປັນສິນຄ້າ ມີດັ່ງລຸ່ມນີ້:
1. ບັນດາຫົວໜ່ວຍທຸລະກິດ/ຜູ້ປະກອບການ ແລະ ກຸ່ມຊາວກະສິກອນທີ່ມີເປົ້າໝາຍຜະລິດພືດເປັນສິນຄ້າ ເພື່ອສົ່ງອອກໄປ ສປ ຈີນ ຕ້ອງປະກອບເອກະສານ ( ແບບຟອມ 1 ) ນຳຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍເຊັນຢັ້ງຢືນຈາກ ນາຍບ້ານ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ;
2. ຕ້ອງມີຄວາມສົນໃຈໃນການຜະລິດພືດເປັນສິນຄ້າ ເພື່ອສົ່ງອອກໄປ ສປ ຈີນ, ສະໝັກໃຈດ້ວຍຕົນເອງ ແລະ ຕ້ອງມີພື້ນທີ່ປູກຢູ່ໃນພື້ນທີ່ດຽວກັນ 1 ເຮັກຕາຂຶ້ນໄປ, ໃນກໍລະນີພື້ນທີ່ນ້ອຍກວ່າ 1 ເຮັກຕາ ຕ້ອງຈັດຕັ້ງເປັນກຸ່ມ ແລະ ຂໍຈົດທະບຽນ;
3. ຕ້ອງຈັດຕັ້ງລະບົບການຄຸ້ມຄອງ ແລະ ບໍລິຫານໃຫ້ມີປະສິດທິພາບ ເປັນຕົ້ນແມ່ນໂຄງປະກອບດ້ານການຈັດຕັ້ງ, ລະບົບເອກະສານ, ແຜນການຜະລິດ, ແຜນການຕະຫຼາດ, ການຈັດຝຶກອົບຮົມ, ການຕິດຕາມ ແລະ ເຝົ້າລະວັງສັດຕູພືດທີ່ເປັນອັນຕະລາຍ, ການນຳໃຊ້ແນວພັນ, ການນຳໃຊ້ຝຸ່ນ ແລະ ຢາປາບສັດຕູພືດ;
4. ມີໃບຕາດິນ, ໜັງສືສິດຄອບຄອງທີ່ດິນ, ໜັງສືການເຊົ່າ, ສໍາປະທານທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນຕ່າງໆ ຈາກພາກສ່ວນກ່ຽວຂ້ອງ ເພື່ອຢັ້ງຢືນໃນເວລາຈົດທະບຽນ;
5. ບໍລິເວນພື້ນທີ່ປູກ ຕ້ອງຫ່າງຈາກສະຖານທີ່ຖິ້ມຂີ້ເຫຍື້ອ, ໂຮງງານອຸດສາຫະກໍາ ຫຼື ສະພາບແວດລ້ອມທີ່ເປັນອັນຕະລາຍ;
6. ຕ້ອງຮັກສາຄວາມສະອາດ, ເກັບມ້ຽນສິ່ງເສດເຫຼືອຕ່າງໆ ຢູ່ໃນພື້ນທີ່ປູກພືດໃຫ້ຖືກຕ້ອງຕາມຫຼັກວິຊາການ ເຊັ່ນ: ຕ້ອງມີສະຖານທີ່ເກັບສິ່ງເສດເຫຼືອ (ເປົ່າຝຸ່ນ, ອຸປະກອນບັນຈຸຢາ, ຜ້າຢາງຫຸ້ມຫໍ່ຜະລິດຕະພັນ, ຜ້າຢາງຄຸມໜານ, ທໍ່ນ້ຳຢອດ ແລະ ອື່ນໆ) ແລະ ສິ່ງເສດເຫຼືອຈາກການຜະລິດ (ເຫງົ້າ, ລຳຕົ້ນ, ກ້ານ, ໃບ ແລະ ອື່ນໆ);
7. ພື້ນທີ່ປູກພືດ ຕ້ອງປາສະຈາກການລະບາດຂອງສັດຕູພືດທີ່ເປັນອັນຕະລາຍ ໃນໄລຍະ 2 ປີທີ່ຜ່ານມາ;
8. ຕ້ອງມີພະນັກງານວິຊາການສະເພາະດ້ານເຊັ່ນ: ດ້ານເຕັກນິກການປູກພືດ, ແນວພັນພືດ, ຝຸ່ນ, ຢາປາບສັດຕູພືດ, ປ້ອງກັນພືດ ແລະ ວິທະຍາການຫຼັງການເກັບກ່ຽວ;
9. ຕ້ອງມີລະບຽບພາຍໃນຂອງຕົນ ແລະ ມີສັນຍາຜູກພັນທີ່ເປັນລາຍລັກອັກສອນ ລະຫວ່າງ ຜູ້ປູກ ກັບ ຜູ້ເກັບຊື້ທີ່ສອດຄ່ອງກັບລະບຽບກົດໝາຍ ຂອງ ສປປ ລາວ.