ອີກໜຶ່ງນັກມວຍລາວທີ່ໜ້າຈັບຕາ ລາວສະຕ້າ ກຽດທົງຍົດ ນ້ອງຊາຍຄົນເກັ່ງຂອງ ເມືອງລາວ ກຽດທົງຍົດ ກຽມຂຶ້ນຊົກໃນເວທີມວຍດັງລາຍການ ສຶກເຈົ້າມວຍໄທ ໃນມື້ອື່ນວັນເສົາທີ 17 ສິງຫາ 2024 ທີ່ເວທີມວຍສະຫຍາມອ້ອມນ້ອຍ ເລີ່ມແຕ່ເວລາ 12:15 – 14:00 ໂມງຖ່າຍທອດສົດທາງຊ່ອງ 3HD ຂອງປະເທດໄທ.
ທ່ານ ອາຈານ ແຫຼ ເປັນຄູມວຍຈາກແຂວງສະຫວັນນະເຂດ ເປັນທັງຜູ້ດູແລ ແລະ ພໍ່ຮັກຂອງ ເມືອງລາວ ແລະ ລາວສະຕ້າ ເປີດເຜີຍກັບແອັດມິນ ໄອບ໊ອກ ວ່າ: ລາວສະຕ້າ ເປັນນ້ອງຊາຍຂອງ ເມືອງລາວ, ເຊິ່ງໄດ້ຄິວຊົກກັບ ຍອດມະນີ ນັກມວຍຈາກໄທ ຈະຂຶ້ນຊົກໃນວັນທີ 17 ສິງຫາ 2024 ຊີງສາຍແອວຮຸ່ນນໍ້າໜັກ 105 ປອນຕອນນີ້ກຳລັງເຮັດນ້ຳຫນັກຢູ່ຄ້າຍມວຍບຖ້ນທີອຳເພີເລນູູຈັງຫວັດນະຄອນພະນົມ ຕອນແລງຂື້ນຍົນເດີ່ນທາງໄປກຸງເທບ ( ນະຄອນຫຼວງບາງກອງ ປະເທດໄທ ).
ອາຈານແຫຼ້ ເຄີຍເປັນຄູຝຶກມວຍທີມຊາດລາວ ຊຸດໄປມາເລເຊຍ ປີ 2017 ກ່າວອີກວ່າ: ສໍາລັບອາຈານ ເປັນຜູ້ດູແລນັກລາວແມ່ນ 3 ຄົນຄື ເມືອງລາວ, ລາວສະຕ້າ ແລະ ເສືອຝັ່ງຊ້າຍ, ສ່ວນປັດຈຸບັນກໍາລັງຕິດຕາມ ສອງແຜ່ນດິນ ທີ່ເປັນນັກມວຍລາວຈາກແຂວງສະຫວັນນະເຂດ, ໂດຍມີ ທ່ານສົມພົງ ກົງກຽມ ດູແລການຝຶກແອບຂອງນັກກິລາໃນຄ້າຍກຽດທົງຍົດ ແລະ ອາຈານ ກໍເປັນຜູ້ຊ່ວຍຝຶກຊ້ອມບາງຄັ້ງຄາວ ເຊິ່ງກໍໄດ້ຮັບການສະໜັບສະໜູນຈາກ ຜູ້ໃຫຍ່ ໄກ່ ຫຼື ທ່ານ ລັນສະກອນ ທົງຍົດ ເຈົ້າຂອງຄ້າຍກຽດທົງຍົດ.
ຝາກຕິດຕາມເຊຍນັກມວຍລາວ ໃນວັນເສົາວັນທີ17/08/2024 ເວລາແຕ່ເວລາ 12:45 ໂມງເປັນຕົ້ນໄປ ທີເວທີອ້ອມນ້ອຍຊ່ອງ 3 ຖ່າຍທອດ ນ້ອງຊາຍເມືອງລາວ ກໍຄື ລາວສະຕາ ກຽດທົງຍົດ ຈະຂຶ້ນຊົດມວນຊີງສາຍແອວມວຍລຸ້ນ 105 ປອນ.
ຂ່າວ: Larh Creators
ມວຍໃນສາຍເລືອດ! ກຽມເຊຍ ລາວສະຕ້າ ນ້ອງຊາຍຂອງ ເມືອງລາວ ນັກມວຍລາວຂຶ້ນຊົກໃນເວທີສຶກເຈົ້າມວຍໄທ
16 Aug 2024
ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ
ຂ່າວທີ່ກ່ຽວຂ້ອງ
02 Oct 2025
ການແຂ່ງຂັນເທຄວັນໂດ ຊີງຂັນເຈົ້າຄອງ ນວ ຈະເປີດສາກຂຶ້ນເສົານີ້
02 Oct 2025
ສະຫະພັນກີລາກ໊ອຟ ເລືອກສະໜາມກ໊ອຟ ລາວຄັນທຣີ ຄລັບ ຫຼັກ 14 ຈັດການແຂ່ງຂັນໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 12
12 Sep 2025
ສະຫະພັນກີລາເທັນນິສແຫ່ງຊາດລາວ ປະກາດການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານ ສົກປີ 2025-2029
01 Sep 2025