ແຂວງສະຫວັນນະເຂດ ຄົ້ນຄວ້າ ແລະ ກຳນົດ ມາດຕະການ ຄຸ້ມຄອງລາຄາສິນຄ້າ

0
465

ກອງປະຊຸມຄົ້ນຄວ້າ ແລະກຳນົດມາດຕະການຄຸ້ມຄອງລາຄາສິນຄ້າຢູ່ແຂວງສະຫວັນນະເຂດ ມີຂຶ້ນໃນວັນທີ 12 ສິງຫາ ພາຍໃຕ້ການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ແລະທ່ານ ກິແກ້ວ ສິງນະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງຂັ້ນສູງກາງ ແລະທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມຮ່ວມປຶກສາຫາລືຂອງພວກເຮົາໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ, ເປັນການຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ກໍຄືການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ກາຍເປັນຮູບປະທໍາຕົວຈິງ, ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະມີຄວາມເປັນເອກະພາບ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ບັນລຸຜົນໍາເລັດຕາມທິດທາງແຜນການ ແລະ ຄາດໝາຍທີ່ວາງໄວ້ເທື່ອລະກ້າວ.

ໂດຍລວມແລ້ວ ໃນໄລຍະ 6 ເດືອນຜ່ານມານີ້ ພາຍໃນແຂວງສະຫວັນນະເຂດ ເຫັນໄດ້ວ່າລາຄາສິນຄ້າ ແລະຄ່າບໍລິການຈໍານວນໜຶ່ງ ແມ່ນໄດ້ມີການປັບຕົວຂຶ້ນ ຍ້ອນສະພາບອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ບໍ່ມີສະຖຽນລະພາບ. ໃນໄລຍະຜ່ານມາ ທາງອົງການປົກຄອງແຂວງ ກໍໄດ້ຄົ້ນຄວ້າວິເຄາະວິໄຈຂໍ້ມູນຕົວຈິງໃນຂອດລ້ຽງສັດ, ການປູກພືດຜັກຕ່າງເປັນຕົ້ນ: ການຜະລິດ-ເກັບຊື້ເຂົ້າ, ຕົ້ນທຶນການລ້ຽງໝູ-ລ້ຽງງົວ, ການລ້ຽງໄກ່ຊີ້ນ-ໄກ່ໄຂ່, ການລ້ຽງປານິນກະຊັງ ແລະການປູກພືດຜັກສະໜອງໃຫ້ຕະຫຼາດພາຍໃນແຂວງ; ເພື່ອນຳມາຄິດໄລ່ໂຄງປະກອບລາຄາ ຕັ້ງແຕ່ຂອດການລ້ຽງ, ການປູກຈົນເຖິງຂອດຈຳໜ່າຍໜ້າຟາມ, ໜ້າໂຮງສີເຂົ້າ ຫຼື ໜ້າສວນປູກຂອງຊາວກະສິກອນ; ຮອດຂອດໂຮງຂ້າສັດ, ຂອດແມ່ຂຽງ(ທີ່ຂຶ້ນກັບພະແນກກະສິກຳ-ປ່າໄມ້) ຈົນເຖິງຂອດລູກຂຽງ(ຂຶ້ນກັບພະແນກອຸດສາຫະກຳ-ການຄ້າ).

ມາຮອດປະຈຸບັນ ແມ່ນໄດ້ສຳເລັດເບື້ອງຕົ້ນການຄິດໄລ່ໂຄງປະກອບລາຄາທັງໝົດແລ້ວ ແລະກໍາລັງນຳສະເໜີເຂົ້າກອງປະຊຸມຂອງຄະນະກຳມະການຄຸ້ມຄອງລາຄາຂັ້ນແຂວງ ເລກທີ 1622/ຈຂ, ຮັບຮອງ ແລະປະກາດໃຊ້ຢ່າງເປັນທາງການໃນມໍ່ໆນີ້ເປັນຕົ້ນແມ່ນ: ໂຄງປະກອບລາຄາເຂົ້າສານ ເກັບຊື້ເຂົ້າເປືອກນໍາຊາວນາ 8 ພັນກີບ/ກິໂລ, ແປຮູບເຂົ້າເປືອກຂາຍຍົກໜ້າໂຮງສີ 15 ພັນກີບ/ກິໂລ, ຂາຍຍ່ອຍຢູ່ຕະຫຼາດ 16.583 ກີບ/ກິໂລ.

ລາຄາຊີ້ນໝູໜ້າຟາມ 46 ພັນກີບ/ກິໂລ, ຂອດໂຮງຂ້າສັດ 65 ພັນກີບ/ກິໂລ, ຂາຍຍ່ອຍຢູ່ຕະຫຼາດຊີ້ນກ້ອນ, ຊີ້ນສາມຊັ້ນ, ໂຄງກະດູກ, ກົກເຫຼັກ 82 ພັນກີບ/ກິໂລ, ຊີ້ນສັນ ລາຄາ 78 ພັນກີບ/ກິໂລ, ເຄື່ອງໃນລວມ 62 ພັນກີບ/ກິໂລ, ໜັງໝູ 47 ພັນກີບ/ກິໂລ(ສະເລ່ຍລູກຂຽງ ໄດ້ກໍາໄລ 536.000 ກີບ/ໝູ 1 ໂຕ);

ລາຄາໄຂ່ໄກ່ ໜ້າຟາມ 1.950 ກີບ/ໜ່ວຍ(58.500 ກີບ/ແຕະ), ຂາຍສະເລ່ຍ 65 ພັນກີບ/ແຕະ(ໄຂ່ໄກ່ ເບີ 1 ລາຄາ 77 ພັນກີບ, ເບີ 3 ລາຄາ 72 ພັນກີບ, ເບີ 5 ລາຄາ 58 ພັນກີບ), ລາຍການສິນຄ້າຄວບຄຸມ ທີ່ສາມາດສະໜອງໄດ້ພຽງພໍ ມີ: ເຂົ້າສານໝຽວ, ຊີ້ນໝູ ແລະພືດຜັກຈໍານວນໜຶ່ງ).

ສ່ວນລາຍການສິນຄ້າຄວບຄຸມ ທີ່ບໍ່ສາມາດສະໜອງໄດ້ພຽງພໍ ເຂົ້າສານຈ້າວ ຄວາມຕ້ອງການ 23 ໂຕນ/ວັນ ສາມາດສະໜອງໄດ້ 5 ໂຕນ/ວັນ ຍັງຕ້ອງການ 18 ໂຕນ/ວັນ; ປະເພດໄຂ່ໄກ່ ຄວາມຕ້ອງການ 8.004 ແຕະ/ວັນ ສະໜອງໄດ້ 1.585 ແຕະ/ວັນ, ບໍ່ພຽງພໍ 6.419 ແຕະ/ວັນ; ປະເພດໄກ່ຊີ້ນ ຄວາມຕ້ອງການ 3.855 ຕົວ/ວັນ ສະໜອງໄດ້ພຽງ 1.680 ຕົວ/ວັນ, ບໍ່ພຽງພໍ 2.175 ຕົວ/ວັນ.
ຈາກນັ້ນ, ຄະນະປະທານ ກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນ ແລະໂອ້ລົມຕໍ່ກອງປະຊຸມ ພ້ອມນີ້, ໃນພິທີ ຍັງໄດ້ມີການລາຍງານຜົນກອງປະຊຸມວິຊາການໃນການປຶກສາຫາລືແລກປ່ຽນໃນວັນທີ 9 ສິງຫາ 2024 ໂດຍສັງເຂບ ກ່ຽວກັບວຽກງານຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າ, ການສົ່ງເສີມການຜະລິດສິນຄ້າກະສິກຳ ເພື່ອທົດແທນການນຳເຂົ້າ, ວຽກງານສະກັດກັ້ນສິນຄ້ານອກລະບົບ, ລາຍງານກ່ຽວກັບການສົ່ງເສີມການຜະລິດ 5 ລາຍການສິນຄ້າ(ເຂົ້າ, ຊີ້ນໝູ, ປາ, ໄຂ່ ແລະພືດຜັກ) ແລະລາຍງານວຽກງານຕ່າງໆທ່ີກ່ຽວຂ້ອງ ພ້ອມທັງໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນຮ່ວມກັນໃນວຽກງານດັ່ງກ່າວນຳອີກ.

LEAVE A REPLY

Please enter your comment!
Please enter your name here