ມູນຄ່າການສົ່ງອອກເຂົ້າສານ ຫວຽດນາມ ເພີ່ມຂຶ້ນຫຼາຍກວ່າ 25%

13 Aug 2024

ຄລິກແຊຣ໌ 0 Facebook WhatsApp

ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ລາຍງານຍອດມູນຄ່າການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນ 7 ເດືອນຕົ້ນປີ 2024 ບັນລຸ 3,27 ຕື້ໂດລາ ເພີ່ມຂຶ້ນ 25,1% ດ້ວຍຍອດມູນຄ່າການຜະລິດ 5,18 ລ້ານໂຕນ ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂະນະທີ່ລາຄາເຂົ້າສົ່ງອອກສະເລ່ຍບັນລຸ 632 ໂດລາ/ໂຕນ ເພີ່ມຂຶ້ນ 18,2%.

อาจเป็นรูปภาพของ 4 คน, ลานเก็บไม้ขาย และ ข้อความ

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ລາຍງານວ່າ: ໃນ 7 ເດືອນຕົ້ນປີ ທົ່ວປະເທດປູກເຂົ້າໄດ້ 6,25 ລ້ານເຮັກຕາ ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເນື້ອທີ່ເກັບກ່ຽວ 3,82 ລ້ານເຮັກຕາ ເພີ່ມຂຶ້ນ 1,3%; ຜົນຜະລິດສະເລ່ຍ 65,6 ໂຕນ/ເຮັກຕາ ເພີ່ມຂຶ້ນ 0,5 ໂຕນ/ເຮັກຕາ. ຜົນຜະລິດຕໍ່ເນື້ອທີ່ເກັບກ່ຽວແມ່ນ 25 ລ້ານໂຕນ ເພີ່ມຂຶ້ນ 2%.

ພິເສດແມ່ນການປູກເຂົ້າໃນລະດູໃບໄມ້ຫຼົ່ນ-ລະດູໜາວ ຢູ່ບັນດາເຂດທົ່ງພຽງແມ່ນ້ຳຂອງ 306.700 ເຮັກຕາ ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນອາທິດຜ່ານມາ, ຜູ້ຄ້າຂາຍເຂົ້າ ໃຫ້ຮູ້ວ່າ: ລາຄາເຂົ້າຫັກ 5% ຂອງຫວຽດນາມ ໃນວັນທີ 1 ສິງຫາຜ່ານມາ ຂາຍໃນລາຄາ 560 ໂດລາ/ໂຕນ ເມື່ອທຽບໃສ່ກັບ 550-560 ໂດລາ/ໂຕນ ໃນອາທິດກ່ອນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ