ຄົນລາວ 14 ຄົນ ທີ່ສາມາດສອບເສັງຜ່ານ ແລະ ໄດ້ຮັບໃບຢັ້ງຢືນນັກຂັບຂີ່ລົດໄຟ ແລະ ນໍາສົ່ງລົດໄຟຂະບວນປະຖົມມະລືກ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ ຂອງພະນັກງານຂັບລົດໄຟຄົນລາວ ຊຸດທໍາອິດ.

ໃນຕອນບ່າຍວັນທີ 5 ສິງຫາ 2024 ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ ສປປ ລາວ. ບໍລິສັດ ລົດໄຟລາວ – ຈີນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນນັກຂັບຂີ່ລົດໄຟ ແລະ ນຳສົ່ງລົດໄຟຂະບວນປະຖົມມະລືກ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ ຂອງພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາແຂກການນຳທີ່ເຂົ້າຮ່ວມ.
ທ່ານ ຫຼິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ – ຈີນ ຈຳກັດ ໄດ້ກ່າວວ່າ: “ ນັກຂັບຂີ່ລົດໄຟຄົນລາວ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ ແມ່ນໝາກຜົນຄວາມສຳເລັດອັນສຳຄັນຂອງຄວາມມານະພະຍາຍາມຮ່ວມກັນ ແລະ ການຮ່ວມມືຢ່າງຈິງໃຈ ລະຫວ່າງ ສອງປະເທດລາວ – ຈີນ ທີ່ສຸມໃສ່ດ້ານການຝຶກຝົນຫຼໍ່ຫຼອມ ຄວາມສາມາດໃຫ້ພະນັກງານດ້ານການລົດໄຟຂອງລາວ ແລະ ການດຳເນີນງານທາງລົດໄຟ ລາວ – ຈີນໃຫ້ມີຄຸນນະພາບສູງ ”.
ທ່ານຍັງໄດ້ກ່າວຕື່ມວ່າ: “ ໃນບາດກ້າວຕໍ່ໄປ, ບໍລິສັດຈະນຳໃຊ້ຊັບພະຍາກອນດ້ານວຽກງານການສຶກສາເຂົ້າໃນການສິດສອນຢ່າງເຕັມຮູບແບບ ເຊັ່ນ: ຊຸກຍູ້ໃຫ້ມະຫາວິທະຍາໄລການລົດໄຟຈີນ ແລະ ວິທະຍາໄລເຕັກນິກ – ວິຊາຊີບການລົດໄຟລາວ ເຂົ້າສົມທົບກັນໃຫ້ມີປະສິດທິຜົນສອດຄ່ອງກັບຄວາມເປັນຈິງ, ກຳນົດຕຳແໜ່ງງານ, ມີທັກສະທີ່ພົ້ນເດັ່ນ ແລະ ປັບປຸງລະບົບການຝຶກທັກສະດ້ານວິຊາຊີບຢ່າງຕໍ່ເນື່ອງ, ຝຶກອົບຮົມສ້າງຜູ້ບໍລິຫານ ແລະ ວິຊາການຄົນລາວຊຸດທຳອິດ ທີ່ມີທັກສະຄວາມຊຳນານດ້ານວຽກງານທາງລົດໄຟ, ສ້າງໜ່ວຍງານທີ່ມີ ຄວາມມັກຮັກຕໍ່ກັບວຽກງານການລົດໄຟ, ຖະໜັດໃນວິຊາຊີບ, ມີ ຄວາມຊຳນິຊຳນານໃນການດຳເນີນທຸລະກຳທາງລົດໄຟ ໂດຍສຸມໃສ່ເປົ້າໝາຍກໍຄືມີມາດຕະຖານທີ່ສູງ, ມີຄວາມຍືນຍົງ, ສ້າງຊີວິດການເປັນຢູ່ທີ່ດີແກ່ປະຊາຊົນ, ບໍລິສັດພວກເຮົາຈະຕັ້ງໃຈສືບຕໍ່ຊຸກຍູ້ວຽກງານທາງດ້ານການພັດທະນາເສັ້ນທາງລົດໄຟຂອງລາວ ໃຫ້ນັບມື້ມີຄຸນນະພາບທີ່ສູງຂຶ້ນ ”.

ຂະນະດຽວກັນ, ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນນັກຂັບຂີ່ລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ ຈຳນວນ 14 ຄົນ ເຊິ່ງມີລາຍຊື່ດັ່ງນີ້:
1. ທ້າວ ເຈີຈ້າງ ໃຈລີ
2. ທ້າວ ຂວັນ ຂຽນມະນີ
3. ທ້າວ ວິໄຊ ໄຊຍະວົງ
4. ທ້າວ ສົມຊາຍ ລາວລີ້ວ
5. ທ້າວ ທອງລຽນ ອຸດທະຍອດ
6. ທ້າວ ສົມບູນ ຕຸລາວົງ
7. ທ້າວ ຫົງຄຳ ບູນນະພາ
8. ທ້າວ ບຸນມີ ແກ້ວໃຈຍົມ
9. ທ້າວ ບຸນທະວີ ສຸລິໄຊ
10. ທ້າວ ໄຊສົມພອນ ພົມມະລັງສີ
11. ທ້າວ ສາຍວັນເພັງ ວົງເທວາ
12. ທ້າວ ສົມຈິດ ພົມປະເສີດ
13. ທ້າວ ກາເຢັງ ຊົງປໍລີ
14. ທ້າວ ຊຳພັນ ຫຼວງແພງສຸກ
ໃນຕອນທ້າຍຂອງພິທີ ໂດຍປະຕິບັດຕາມຄໍາສັ່ງອອກລົດຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສຽງແກຂະບວນລົດທີ່ດັງສະໜັ່ນຂອງຂະບວນລົດໄຟທີ່ຂັບເຄື່ອນດ້ວຍຕົນເອງ ຂອງພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ ໄດ້ຄ່ອຍໆຂັບອອກຈາກສະຖານີນະຄອນຫຼວງວຽງຈັນ ແລະ ຜ່ານເສັ້ນທາງຫຼາຍພັນກິໂລແມັດ ເພື່ອມຸ່ງໜ້າໄປສູ່ຕ່າງແດນ ກໍຄືສະຖານີຄຸນໝິງໃຕ້ ສປ ຈີນ, ພ້ອມດ້ວຍສຽງຕົບມື ແລະ ສຽງຊົມເຊີຍຢູ່ທີ່ຊານຊາລາບ່ອນອອກລົດຢ່າງຟົດຟື້ນດ້ວຍຄວາມພາກພູມໃຈ.