ມື້ໃດທີ່ຝົນຕົກແຮງນອກຈາກການຈາລະຈອນຈະເປັນອໍາມະພາດແລ້ວ ຍັງສ່ຽງຕໍ່ເຫດການທີ່ນໍ້າລໍຖ້າການລະບາຍ ຫຼື ໄຫຼລົງບ່ອນຕໍ່າບໍ່ທັນ ເຮັດໃຫ້ນໍ້າຖ້ວມອັ່ງອໍເປັນເວລາດົນ ການຂັບລົດລຸຍນໍ້າຖ້ວມ ຈຶ່ງເປັນສິ່ງທີ່ຫຼີກລຽງບໍ່ໄດ້. ແນ່ນອນລົດສ່ວນໃຫຍ່ບໍ່ໄດ້ອອກແບບມາໃຫ້ລຸຍນໍ້າຖ້ວມສູງ ເພາະສະນັ້ນສິ່ງທໍາອິດຜູ້ຂັບລົດຕ້ອງຄໍານືງຄື ຫຼີກລຽງການຂັບລົດລຸຍນໍ້າ ແຕ່ຖ້າຫຼີກລຽງບໍ່ໄດ້ ຄວນປະຕິບັດດັ່ງນີ້: ຄວນປະເມີນນໍ້າທີ່ຖ້ວມຢູ່ ວ່າສ່ຽງເກີນໄປຫຼື ບໍ່ ຫາກນໍ້າທີ່ຖ້ວມຂັງ 10 ຊັງຕີແມັດ ລົດສ່ວນໃຫຍ່ສາມາດຂັບຜ່ານໄດ້ ສໍາລັບລົດແບບຕ່າງໆ ຈະມີຄວາມສູງຈາກພື້ນເຖິງໃຕ້ທ້ອງລົດ (ground clearance) ລົດນ້ອຍ (ລົດເກັງທົ່ວໄປ, ລົດອີຄາໂຄ, ລົດ MPV) ລະດັບຕໍ່າສຸດຈາກພື້ນສະເລ່ຍ 14,5 ຊັງຕີແມັດ, ລົດກະບະເຕ້ຍ, ລະດັບຕໍ່າສຸດຈາກພື້ນສະເລ່ຍ 18 ຊັງຕີແມັດ, ລົດກະບະສູງ ລະດັບຕໍ່າສຸດຈາກພື້ນສະເລ່ຍ 22 ຊັງຕີແມັດ, ລົດອະເນກປະສົງ (SUV, PPV) ລະດັບຕໍ່າສຸດຈາກພື້ນ ສະເລ່ຍ 22 ຊັງຕີແມັດ
ຜູ້ຂັບລົດສາມາດຂັບຄ່ອຍໆ ຂັບລົດຜ່ານຈຸດນໍ້າຖ້ວມຂັງໄດ້ ໂດຍບໍ່ມີບັນຫາ ແຕ່ຖ້າລະດັບນໍ້າສູງກວ່ານັ້ນ ຄືສູງຈົນຈຸພື້ນລົດ ຫຼື ຖ້ວມເຖິງຂອບປະຕູລົດ ຫຼື ປາຍທໍ່ຄວັນລົດ ຄວນລະມັດລະວັງ ແລະ ປະຕິບັດດັ່ງນີ້:
– ປິດແອທັນທີ ເພາະຖ້າເປີດແອໄວ້ ພັດລົມລະບາຍຄວາມຮ້ອນໝໍ້ນໍ້າຈະເຮັດວຽກ ເມື່ອນໍ້າຖ້ວມເຖິງ ພັດລົມຈະຕີເອົານໍ້າກະຈາຍໄປທົ່ວເຄື່ອງຈັກ ອາດເກີດໄຟຊັອດ ແລະ ເຮັດໃຫ້ເຄື່ອງຈັກດັບໄດ້ ພ້ອມຍັງມີຄວາມສ່ຽງທີ່ໃບພັດລົມຈະແຕກຫັກໄດ້.
– ໃຊ້ເກຣຍຕໍ່າ ຫາເປັນລົດເກຍທໍາມະດາ ຄວນໃຊ້ເກຍ 1-2 ເພາະລົດຕ້ອງໃຊ້ແຮງໃນການລຸຍນໍ້າຖ້ວມ ຄວບຄຸມຄວາມໄວໃຫ້ຕໍ່າ ລົດເບົາດັບຍາກທີ່ສຸດ ສ່ວນກໍລະນີທີ່ເປັນເກຍໂອໂຕ ປັບຕໍາແໜ່ງຄັນເກຍມາທີ L (Low).
-ຮັກສາຄວາມໄວຢ່າງສະໝໍ່າສະເໝີ ບໍ່ຂັບໄວ ເພາະອາດເຮັດໃຫ້ເກີດຄື້ນທີ່ກະທົບຂອບທາງ ຫຼື ສິ່ງກີດຂວາງນອກຈາກນັ້ນ ການຂັບຕາມຄັນໜ້າໃນໄລຍະທີ່ປອດໄພ ເປັນເລື່ອງດີ ເພາະຈະໄດ້ສາມາດຄາດການ ລັກສະນະຂອງພື້ນເສັ້ນທາງວ່າມີຂຸມຫຼືບໍ່
ຢ່າງໃດກໍຕາມ ກໍລະນີບໍ່ແນະນໍາຢ່າງຍິ່ງ ສໍາລັບການຂັບລົດລຸຍນໍ້າຖ້ວມສູງຄື ຫາກປະເມີນສະຖານະການແລ້ວພົບວ່າ ມີໂອກາດທີ່ຕ້ອງຢຸດ ຫຼື ຈອດລົດແຊ່ນໍ້າ ຫຼື ເສັ້ນທາງທີ່ຜ່ານມີນໍ້າຖ້ວມສູງເປັນໄລຍະ ໄກເກີນໄປ ແບບນີ້ມີຄວາມສ່ຽງ ທີ່ລົດຈະດັບ ຫຼື ເກີດຄວາມເສຍຫາຍໄດ້ ກໍລະນີລົດດັບໃນນໍ້າ ຫ້າມຕິດຈັກ ໂດຍເດັດຂາດ ເພາະນໍ້າອາດຈະເຂົ້າໃນເຄື່ອງຈັກ ເຮັດໃຫ້ເກີດຄວາມເສຍຫາຍ ເຊິ່ງວິທີທີ່ດີສຸດຄືການນໍາລົດມາດືງ ຫຼື ລາກອອກ ນໍາລົດເຂົ້າສູນ ຫຼື ຮ້ານສ້ອມແປງທັນທີ.
ຂໍ້ມູນ: https://car.kapook.com/view158126.html