W.I.G NAGA ທີມບານເຕະເຍົາວະຊົນລາວ ເດີນທາງໄປແຂ່ງຂັນລາຍການໃຫຍ່ທີ່ ສປ ຈີນ
ນັກເຕະບານເຍົາວະຊົນລາວ ລຸ້ນຍຸບໍ່ເກີນ 11 ປີຈາກສະໂມສອນ W.I.G NAGA ໄດ້ອອກເດີນທາງເຂົ້າຮ່ວມແຂ່ງຂັນລາຍການ ແຂງຫຍີ່ ທີ່ ສປ ຈີນ ເພາະເຂົ້າເຈົ້າໄດ້ເຊີນແຊັມຈາກອາຊີ ລະຫວ່າງວັນທີ 5-1 ສິງຫາ 2024.
ໃນຕອນເຊົ້າຂອງວັນທີ 4 ສິງຫາ 2024 ທີ່ສະໜາມສາກົນ ວັດໄຕ ທາງສະໂມສອນ WIG NAGA ໄດ້ອອກເດີນທາງເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ ນໍາໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ພ້ອມດ້ວຍຄະນະຄູຝຶ ແລະ ນັກກິລາ ທາມກາງພໍ່ແມ່ພີ່ນ້ອງໄດ້ໄປສົ່ງທີ່ສະໜາມບິນດັ່ງກ່າວ.
ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ໃຫ້ສໍາພາດວ່າ: ໄດ້ພານັກກີລາ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ແລະ 11 ປີ ໄປແຂ່ງຂັນລາຍການໃຫຍ່ທີ່ເມືອງເຊຍເມັ້ນ ສປ ຈີນ ເຊິ່ງການໄປຄັ້ງນີ້ກໍປຽບເໝືອນກັບການປ້ອງກັນແຊັມ ເພາະເຂົ້າເຈົ້າໄດ້ເຊີນທີມພວກເຮົາໃນຖານະແຊັມອາຊຽນ ກໍຄືແຊັມ TAR ຮອບຄັດເລືອກໃນທ້າຍປີ 2023 ທີ່ຜ່ານມາ.
ສໍາລັບ W.I.G NAGA ຢູ 10 ປີກ່ອນໜ້ານີ້ຄວ້າແຊັມລາຍການ TAR ຮອບຄັດເລືອກ ທີ່ປະເທດໄທ, ກ່ອນໄດ້ສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດສະເປນ ຈົບອັນດັບທີ 6 ຂອງດິວິຊັນ 2 ເຊິ່ງຈັດຢູ່ອັນດັບທີ 22 ຂອງລາຍການ TAR ຈາກສະໂມສອນເຂົ້າຮ່ວມທັງໝົດ 50 ສະໂມສອນຈາກ 12 ຊາດ.
W.I.G NAGA ທີມບານເຕະເຍົາວະຊົນລາວ ເດີນທາງໄປແຂ່ງຂັນລາຍການໃຫຍ່ທີ່ ສປ ຈີນ
04 Aug 2024
Tags:
ກີລາ
ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ
ຂ່າວທີ່ກ່ຽວຂ້ອງ
05 Oct 2026
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄຂຂຶ້ນຢ່າງເປັນທາງການ
08 Sep 2026
ກອງປະຊຸມຝຶກອົບຮົມເພື່ອກຽມຄວາມພ້ອມໃຫ້ແກ່ການສຶກສາເວລາກວດປ່ອຍສິນຄ້າ (TRS) ຂອງ ສປປ ລາວ ປະຈຳປີ 2026
04 Sep 2026
ທສວ ສະໜອງທຶນ 100 ຕື້ກີບໃຫ້ 3 ທະນາຄານທຸລະກິດ
03 Sep 2026