ຫໍສະໝຸດແຫ່ງຊາດຈັດກິດຈະກໍາ ວັນລຶບລ້າງການກືກໜັງສື

31 Jul 2024

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 31 ກໍລະກົດ 2024 ທີ່ຫໍສະໝຸດແຫ່ງຊາດ ໄດ້ມີກິດຈະກໍາ ວັນລຶບລ້າງການກືກໜັງສືຂຶ້ນ ເຂົ້າຮ່ວມຂອງທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ,  ທ່ານ ສໍາລານ ຫຼວງອາໄພ ອໍານວຍການ ຫໍສະໝຸດແຫ່ງຊາດ, ທ່ານ ນາງ ສີວຽງແກ້ວ ບຸນລືໄຕ ຜູ້ຈັດການໂຄງການ ການສື່ສານ ແລະ ພັດທະນາຄວາມສາມາດ ຂອງມູນນິທີເອເຊຍ ເຂົ້າຮ່ວມມີ ຄູ ອາຈານ ແລະ ນ້ອງນັກຮຽນ ທີ່ເຂົ້າຮ່ວມ

ທ່ານ ນາງ ບົວພັນ ພານິດສະວົງ ຮອງອໍານວຍການຫໍສະໝຸດແຫ່ງຊາດ ໄດ້ກ່າວວ່າ:  ເນື່ອງໃນໂອກາດວັນລືບລ້າງການກືກໜັງສືສາກົນ 8 ກັນຍາ ໄດ້ບັນຈົບຄົບຮອບມາອີກວາລະໜຶ່ງ ທີ່ທາງຫໍສະໝຸດແຫ່ງຊາດໄດ້ຮັບການສະໜັບ ສະໜູນຈາກອົງການມູນນິທິເອເຊຍໄດ້ຈັດກິດຈະກໍາ ວັນລຶບລ້າງການກືກໜັງສືສາກົນ ຫຼື ວັນແຫ່ງການຮຽນຮູ້ໜັງສືສາກົນ.

 

ສໍາລັບຄວາມເປັນມາຂອງວັນລືບລ້າງການກືກໜັງສືສາກົນ ເຊິ່ງ ແຕ່ກ່ອນໄດ້ຈັດກອງປະຊຸມຂຶ້ນທີ່ ກຸງ ເຕຫາຣານ ປະເທດອີຮ່ານ ໃນວັນທີ 8 ກັນຍາ 1965, ແຕ່ການສະເຫຼີມສະຫຼອງວັນລຶບລ້າງການກຶກໜັງສືສາກົນ 8 ກັນຍາຂອງທຸກໆປີ ໂດຍເລີ່ມຕົ້ນມາແຕ່ປີ 1966 ເປັນປີທໍາອິດທີ່ໄດ້ມີການສະເຫຼີມສະຫຼອງວັນດັ່ງກ່າວ, ໂດຍແມ່ນຫຼັກການລວມຂອງອົງການສະຫາປະຊາຊາດ ດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ(UNESCO) ເພື່ອໃຫ້ທຸກຄົນ ອ່ານອອກ, ຂຽນໄດ້ ແລະ ລຶບລ້າງການກຶກໜັງສື ເພື່ອໃຫ້ບັນດາປະເທດຕ່າງໆ ໃນທົ່ວໂລກເຫັນໄດ້ຄວາມສໍາຄັນຂອງວັນລຶບລ້າງການກຶກໜັງສື.

ດັ່ງນັ້ນ ສ ປ ປ ລາວ ໃນປີ 2014 ໄດ້ປະກາດຈົບຊັ້ນປະຖົມສຶກສາ ບໍາລຸງທົ່ວປະເທດ ສາມາດບັນລຸເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາ ເຊິ່ງສາມາດບຸກທະລຸໄດ້ໃນເປົ້າໝາຍທີ່ 2 ກໍຄືພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ ສາມາດອ່ານອອກ ຂຽນໄດ້ ເຊິ່ງໄດ້ຕາມເປົ້າໝາຍຂອງການສຶກສາໂລກທີ່ວາງອອກ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ກະຊວງສຶກສາທິການ ແລະ ກີລາ ໄດ້ຖືເອົາວຽກງານພັດທະນາການສຶກສາໄປກ່ອນບາດກ້າວໜຶ່ງ ເພື່ອເປັນກູນແຈໄຂຊ່ອງທາງໃຫ້ແກ່ການພັດທະນາບຸກຄະລາກອນ ແລະ ປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ, ສະນັ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍດັ່ງກ່າວພັກ ແລະ ລັດຖະບານຈຶ່ງສ້າງຍຸດທະສາດປະຕິຮູບການສຶກສາແຫ່ງຊາດ, ເພື່ອໃຫ້ມີບົດບາດສໍາຄັນໃນການສ້າງໂອກາດ ແລະ ສົ່ງເສີມໃຫ້ເດັກໃນເກນອາຍຸ 6-14 ປີ ໂດຍສະເພາະຜູ້ຍິງ ຜູ້ທີ່ດ້ອຍໂອກາດ, ປະລະການຮຽນໃນສາຍສາມັນຢູ່ເຂດຊົນນະບົດຫ່າງໄກສອກຫຼີກໄດ້ເຂົ້າຮຽນປະຖົມຕາມຫຼັກສູດການຮຽນ-ການສອນຂອງການສຶກສານອກໂຮງຮຽນ ແລະ ຄຽງຄູ່ກັນນັ້ນກໍສົ່ງເສີມການສຶກສາຜູ້ໃຫຍ່ໃນການລຶບລ້າງຄວາມບໍ່ຮູ້ໜັງສື.

ການອ່ານແມ່ນກິດຈະກໍາໜຶ່ງ ແລະ ມີຄວາມສໍາຄັນຕໍ່ມະນຸດ ເພາະການອ່ານຈະເປັນການເພີ່ມພູນຄວາມຮູ້ ເປັນການເປີດໂລກະທັດຢ່າງກວ້າງຂວາງ ເປັນການພັດທະນາຄວາມຄິດໃຫ້ມີຄວາມສົມບູນ ແລະ ເກີດປະໂຫຍດ ຊ່ວຍໃຫ້ຜູ້ອ່ານເກີດປັນຍາ ພັດທະນາຕົນເອງໃຫ້ມີຄວາມຮູ້ ສາມາດຮັບຮູ້ຂໍ້ມູນຂ່າວສານທີ່ທັນຕໍ່ເຫດການ ແລະ ທັນໂລກ.

ຂ່າວ: ພຸດຕີ້

 

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ