ກວດພົບໝໍ້ໄຟ (Battery) ຍີ່ຫໍ້ GS Yuasa Corporation ຈຳນວນ 313 ໜ່ວຍ

0
766

ອາທິດແລ້ວນີ້ ຢູ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ ໄດ້ຈັດພິທີທໍາລາຍ ສິນຄ້າທີ່ລະເມີດເຄື່ອງໝາຍການຄ້າປະເພດໝໍ້ໄຟ (Battery) ຍີ່ຫໍ້ GS Yuasa Corporation ຈຳນວນ 313 ໜ່ວຍ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄອນສະຫວັນ ສຸກຂະເສີມ ຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ, ມີຄະນະກໍາມະການທີ່ກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຫຼາວເພັດຮຸ່ງຈະເລີນ ຈໍາກັດ ເຂົ້າຮ່ວມເປັນສັກຄີພິຍານ.

ພາຍຫຼັງທີໄດ້ຮັບໜັງສືສະເໜີ ຂອງບໍລິສັດ ຫຼາວເພັດຮຸ່ງຈະເລີນ ຈຳກັດ ເລກທີ 0098, ລົງວັນທີ 20 ພະຈິກ 2023 ທາງຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໄດ້ກວດກາເອກະສານຂອງບໍລິສັດ ເຫັນວ່າໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ ເລກທີ 55157, ລົງວັນທີ 01/09/2022 ຖືກຕ້ອງ ພະແນກອຸດສາຫະກຳ ແລະ ການຄ້າ ຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໄດ້ເຊີນຄະນະກຳມະການຈາກພະແນກຕຳຫຼວດເສດຖະກິດ ປກສ ແຂວງ, ອົງການໄອຍະການແຂວງ, ພະແນກຍຸຕິທຳແຂວງ, ຂະແໜງການຄ້າພາຍໃນ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກຊັນ ແລະ ຜູ້ຕາງໜ້າບໍລິສັດ GS Yuasa Corporation ເຈົ້າຂອງເຄື່ອງໝາຍການຄ້າມາຮ່ວມປຶກສາຫາລືກັນໃນການລົງກວດກາສິນຄ້າ.

May be an image of 2 people and text

ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໄດ້ອອກແຈ້ງການ ເຖິງບັນດາຮ້ານຈຳໜ່າຍຕາມທ້ອງຕະຫຼາດໃນທົ່ວເມືອງປາກຊັນ ຊາບວ່າ: ໃນວັນທີ 23 ພະຈິກ 2023 ພະນັກງານພະແນກອຸດສາຫະກຳ ແລະ ການຄ້າແຂວງ ກັບ ຄະນະກຳມະການທີ່ກ່ຽວຂ້ອງ ຮ່ວມບໍລິສັດຫຼາວເພັດ ຮຸ່ງຈະເລີນ ຈຳກັດ ຈະໄດ້ລົງກວດກາສິນຄ້າປະເພດໝໍ້ໄຟ (Battery) ຍີ່ຫໍ້ GS Yuasa Corporation.

ຜ່ານການຈັດຕັ້ງປະຕິບັດຕົວຈິງໃນການກວດກາທາງຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ລົງກວດກາຈຳນວນ 9 ຮ້ານ ໄດ້ພົບເຫັນສິນຄ້າທີ່ລະເມີດເຄື່ອງໝາຍການຄ້າປະເພດໝໍ້ໄຟ (Battery) ຍີ່ຫໍ້ GS Yuasa Corporation ຢູ່ 6 ຮ້ານ, ຈໍານວນໝໍ້ໄຟທັງໝົດ 313 ໜ່ວຍ ໃນນັ້ນໝໍ້ໄຟຂະຫນາດ 30 ແອມ ຈຳນວນ 50 ໜ່ວຍ 40 ແອມ 40 ໜ່ວຍ 70 ແອມ 38 ໜ່ວຍ 90 ແອມ 110 ໜ່ວຍ ແລະ ຂະໜາດ 120 ແອມ 40 ໜ່ວຍ ລວມມູນຄ່າ 326.000.000 ລ້ານກີບ.

May be an image of 7 people and text

ສິນຄ້າທີ່ກວດພົບໃນຄັ້ງນີ້ແມ່ນໄດ້ຢຶດ ແລະ ທໍາລາຍຕາມລະບຽບການ ບໍ່ໃຫ້ມີການນໍາສິນຄ້າດັ່ງກ່າວມາຈຳໜ່າຍອີກ ເພື່ອປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງເຄື່ອງໜາຍການຄ້າ, ບັນດາຫົວໜ່ວຍທຸລະກິດໃຫ້ເຄື່ອນໄຫວຖຶກຕ້ອງຕາມລະບຽບກົດໝາຍ ຮັບປະກັນໃຫ້ແກ່ຜູ້ຊົມໃຊ້ໄດ້ໃຊ້ສິນຄ້າທີມີຄຸນນະພາບ ແລະ ປອດໄພ.

ຂ່າວ-ພາບ: ວຽງສະຫວັນ

LEAVE A REPLY

Please enter your comment!
Please enter your name here