ໃນວັນທີ 29 ກໍລະກົດ 2024 ນີ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ຈັດສຳມະນາຫົວຂໍ້: ການແກ້ໄຂບັນຫາ ນໍ້າຖ້ວມຂັງໃນຕົວເມືອງນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເກດແກ້ວ ສີຫາລາດ ກໍາມາທິການເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ມີຮອງລັດຖະມົນຕີກະຊວງ ຍທຂ, ອະດີດລັດຖະມົນຕີກະຊວງ ຍທຂ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອປຶກ ສາຫາລືລະດົມຄວາມຄິດ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງຢູ່ບາງຈຸດ ແລະ ບາງເສັ້ນທາງໃນຕົວເມືອງນະຄອນຫຼວງວຽງຈັນ ໃນລະດູຝົນນີ້ ເຊິ່ງເປັນບັນຫາເຄັ່ງຮ້ອນ, ເປັນຜົນກະທົບຕໍ່ການສັນຈອນໄປມາຂອງປະຊາຊົນ; ເພື່ອຊອກວິທີແກ້ໄຂທີ່ຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິງໃຫ້ສໍາເລັດໂດຍໄວ. ເວລາມີຝົນຕົກແຮງ 2-3 ຊົ່ວໂມງຕິດຕໍ່ກັນນະຄອນຫຼວງວຽງຈັນ ຜະເຊີນກັບບັນຫານໍ້າຖ້ວມຂັງໃນຫລາຍຈຸດ ຕາມເສັ້ນທາງສາຍສໍາຄັນ ແລະ ຊຸມຊົນໃນຕົວເມືອງ ສົ່ງຜົນກະທົບຕໍ່ການສັນ ຈອນຕາມທ້ອງຖະໜົນ ແລະ ການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະເຮັດໃຫ້ເກີດມີຄວາມເສຍຫາຍຕໍ່ລະບົບເສັ້ນທາງ, ປະຊາຊົນມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ເຊິ່ງສະແດງໃຫ້ເຫັນເຖິງລະບົບພື້ນຖານໂຄງລ່າງຮ່ອງລະບາຍນໍ້າ ພາຍໃນຕົວເມືອງບໍ່ມີຄວາມພ້ອມໃນການຮັບມື ໃນສະພາບທີ່ມີຝົນຕົກໜັກ.

ບັນຫາດັ່ງກ່າວນີ້, ແມ່ນເກີດມາຈາກຫລາຍປັດໄຈເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການເພີ່ມຂຶ້ນຂອງປະລິມານນໍ້າຝົນ, ຍ້ອນງົບປະມານຍັງຈຳກັດ ເຮັດໃຫ້ການກໍ່ສ້າງຮ່ອງລະບາຍນໍ້າແຄມທາງ ແມ່ນຄິດໄລ່ແຕ່ລະບາຍນໍ້າໜ້າທາງ, ການອະນາໄມລວງຮ່ອງລະບາຍນໍ້າບໍ່ໄດ້ເຮັດເປັນປົກກະຕິ, ປະຊາຊົນບາງຄົນ ຍັງມີແນວຄິດຢຶດເອົາຮ່ອງເຂດສະຫງວນ ຮ່ອງລະບາຍນໍ້າ ເປັນບ່ອນຫາຜົນປະໂຫຍດສ່ວນຕົວ, ຍັງຖືເບົາຕໍ່ການຕິດຕາມກວດກາການຖົມດິນ ແລະ ການສະຫງວນດິນຮ່ອງລະບາຍນໍ້າ (ເວລາອອກໃບຕາດິນ) ບໍ່ໄດ້ສະຫງວນດິນຮ່ອງນໍ້າໄວ້, ຂາດການມີສ່ວນຮ່ວມຈາກປະຊາຊົນ ແລະ ສັງຄົມ.

ໄລຍະນໍ້າຖ້ວມຂັງ ໃນຕົ້ນລະດູຝົນປີ 2024 ນີ້, ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ສົມທົບກັບຫ້ອງການ ຍທຂ ປະຈໍາບັນດາເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງລົງສຳຫລວດແກ້ໄຂໄດ້ຫລາຍຈຸດ ໂດຍສະ ເພາະໄດ້ອະນາໄມຂີ້ຕົມ ຕາມຮ່ອງລະບາຍນໍ້າແຄມທາງທີ່ມີນໍ້າຖ້ວມຂັງ, ສົມທົບອໍານາດການປົກຄອງບ້ານ, ເມືອງ, ອະນາໄມລວງຮ່ອງລະບາຍນໍ້າບາງສາຍ ໃຫ້ນໍ້າໄຫລສະດວກດີ ແລະ ທວງຄືນເອົາດິນເຂດສະຫງວນໃນບາງຈຸດຂອງເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ. ອັນນີ້ ກໍເປັນສ່ວນໜຶ່ງໃນການແກ້ໄຂວຽກສະເພາະໜ້າຂອງພະແນກ ຍທຂ ເພື່ອເຮັດໃຫ້ການແກ້ໄຂບັນຫານໍ້າຖ້ວມຂັງຕາມເສັ້ນທາງ ແລະ ຕົວເມືອງ ໄດ້ຮັບການແກ້ໄຂໃຫ້ຖືກຈຸດ, ເປັນລະບົບ, ມີຄວາມຍືນຍົງ ແລະ ຮັບປະກັນໄດ້ ບໍ່ໃຫ້ເກີດມີສະພາບນໍ້າຖ້ວມຂັງອີກໃນເວລາມີຝົນຕົກໜັກ.

ດັ່ງນັ້ນ ການຈັດສຳມະນານີ້ຂຶ້ນມາ, ເພື່ອປຶກສາຫາລືລະດົມຄວາມຄິດເຫັນ ຊອກຊ່ອງທາງແກ້ໄຂບັນຫາໃຫ້ຖືກກັບສະພາບຄວາມເປັນຈິງ ແນໃສ່ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນ ກັບຜູ້ໃຊ້ລົດໃຊ້ຖະໜົນພາຍໃນ ນະຄອນ ຫລວງວຽງຈັນ ໃຫ້ໄດ້ໂດຍໄວ.
ຂ່າວ-ພາບ: ຍທຂ