ລາວ ມີແຫ່ງປະລິດໄຟຟ້າ 98 ແຫ່ງ ກໍາລັງຕິດຕັ້ງ 4.511 ກວ່າມາກາວັດ ມີໝໍ້ນັບໄຟທັງໝົດ 1,7 ລ້ານກວ່າໜ່ວຍ.

0
461

ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ ຂຶ້ນ, ທີ່ສຳນັກງານໃຫຍ່ ຟຟລ, ໃນວັນທີ 30 ກໍລະກົດ 2024, ໂດຍການເຂົ້າຮ່ວມຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທັງເປັນປະທານສະພາບໍລິຫານ ຟຟລ; ໂດຍການເປັນປະທານຂອງທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ຟຟລ, ພ້ອມມີບັນດາຄະນະອຳນວຍການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ລາຍງານບາງຕອນ ວ່າ: ໃນໄລຍະຜ່ານມາ ໄຟຟ້າລາວ ໄດ້ສຸມໃສ່ວຽກງານການປັບປຸງ-ຂະຫຍາຍລະບົບສາຍສົ່ງ-ສະຖານີໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດນໍາສົ່ງພະລັງງານໄຟຟ້າ ຈາກແຫຼ່ງຜະລິດ 98 ແຫ່ງ, ກໍາລັງຕິດຕັ້ງ 4.511,8 MW ໃຫ້ໄປເຖິງຜູ້ຊົມໃຊ້ໄຟຟ້າທົ່ວປະເທດ ທີ່ມີກໍາລັງຊົມໃຊ້ໄຟຟ້າສູງສຸດ 2.015 MW ຢ່າງພຽງພໍ ແລະ ມີຄວາມສະຖຽນລະພາບ. ມາຮອດປະຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 80 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ 8.884 MVA.

ມີລະບົບສາຍສົ່ງໄຟຟ້າແຮງສູງ 500 kV ລວງຍາວ ທັງໝົດ 372 km/ວົງຈອນ, 230 kV ລວງຍາວ ທັງໝົດ 3.530 km/ວົງຈອນ ແລະ ລະບົບສາຍສົ່ງໄຟຟ້າ 115 kV ລວງຍາວ ທັງໝົດ 7.085 km/ວົງຈອນ; ລະບົບຕາຂ່າຍແຮງດັນກາງ 22 kV-35 kV ລວງຍາວທັງໝົດ 37.949 km/ວົງຈອນ; ລະບົບຕາຂ່າຍແຮງດັນຕໍ່າ 0.4 kV ລວງຍາວທັງໝົດ 22.262,58 km/ວົງຈອນ; ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 39.041 ໜ່ວຍ, ລວມກໍາລັງຕິດຕັ້ງ 9.404.983 kVA; ມີຈໍານວນໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ໄຟຟ້າລາວ ທັງໝົດ 1.744.819 ໜ່ວຍ.

ທ່ານກ່າວຕື່ມວ່າ: ພ້ອມນີ້ໄດ້ສຸມໃສ່ບາງວຽກງານທີ່ສຳຄັນ ເປັນຕົ້ນແມ່ນ:
1). ວຽກງານແກ້ໄຂສະພາບບັນຫາໄຟຕົກ-ໄຟມອດ: 1. ສຸມໃສ່ວຽກງານການປັບປຸງລະບົບຈໍາໜ່າຍ ໃນຂອບເຂດທົ່ວປະເທດ, ໂດຍສະເພາະ ນະຄອນ ຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນສູງຂຶ້ນ ເພື່ອຫຼຸດຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ) ໂດຍແນໃສ່ການປັບປຸງປ່ຽນສາຍຈາກສາຍຂະໜາດນ້ອຍ ເປັນ ສາຍຂະໜາດໃຫຍ່, ເສີມໝໍ້ແປງໄຟຟ້າ ເພື່ອໃຫ້ແທດເໝາະກັບສະພາບຂອງການຊົມໃຊ້ໄຟຟ້າຕົວຈິງ ໃນແຕ່ລະເຂດ, ເຮັດໃຫ້ການສະໜອງໄຟມີທ່າອ່ຽງສະຖຽນລະພາບສູງຂຶ້ນ ແລະ ຫຼຸດຜ່ອນບັນຫາແຮງດັນຕົກໄດ້ຫຼາຍຈຸດ ໂດຍສະເພາະ ໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ; 2. ສຳເລັດການຄົ້ນຄວ້າຮ່ວມກັບ ພາກສ່ວນກ່ຽວຂ້ອງຂອງລັດ ແລະ ບັນດາບໍລິສັດໂທລະຄົມຕ່າງໆ ໃນການອອກລະບຽບການເກາະຫ້ອຍສາຍໂທລະຄົມ ແລະ ອຸປະກອນສື່ສານ ໃສ່ລະບົບຕາຂ່າຍໄຟຟ້າ ໃຫ້ເປັນໄປຕາມມາດຕະຖານ ເພື່ອຮັບປະກັນຄວາມປອດໄພ ແລະ ຫຼີກລ່ຽງບັນຫາການເກີດອັກຄີໄພຄືໃນໄລຍະຜ່ານມາ; 3. ສໍາເລັດການຄົ້ນຄວ້າຂໍ້ກໍານົດ ວ່າດ້ວຍ ມາດຕະຖານການຕິດຕັ້ງ ແລະ ການເຊື່ອມຕໍ່ລະບົບຜະລິດພະລັງງານໄຟຟ້າດ້ວຍແສງຕາເວັນ ທີ່ຕິດຕັ້ງເທິງຫຼັງຄາ (Solar Rooftop) ສໍາລັບພາກທີ່ຢູ່ອາໄສ ເພື່ອກໍານົດຫຼັກການການຕິດຕັ້ງ ແລະ ເຊື່ອມເຂົ້າລະບົບໄຟຟ້າຂອງ ໄຟຟ້າລາວ ໃຫ້ມີຄວາມຮັບປະກັນທາງດ້ານເຕັກນິກ ແລະ ມີຄວາມປອດໄພ. ປັດຈຸບັນສືບຕໍ່ຄົ້ນຄວ້າທົບທວນຄືນພາກນະໂຍບາຍການຮັບຊື້ໄຟ ຈາກພະລັງງານແສງຕາເວັນ ທີ່ຕິດຕັ້ງເທິງຫຼັງຄາ (Solar Rooftop) ສໍາລັບພາກທີ່ຢູ່ອາໄສ ເຊື່ອມເຂົ້າລະບົບໄຟຟ້າ ຂອງ ໄຟຟ້າລາວ, ເພື່ອເປັນການສົ່ງເສີມໃຫ້ຜູ້ຊົມໃຊ້ໄຟຟ້າພາກທີ່ຢູ່ອາໄສ ທີ່ລົງທຶນຕິດຕັ້ງ Solar Rooftop ຊົມໃຊ້ໄຟເອງ ແລະ ທັງເປັນການຫຼຸດຜ່ອນການແບກຫາບຕົ້ນທຶນຈາກການຂາຍໄຟປະເພດທີ່ຢູ່ອາໄສ ແລະ ພະລັງ ງານຕົກເຮ່ຍໃນລະບົບຂອງ ຟຟລ ໄດ້ຈໍານວນໜຶ່ງ; 4. ຄົ້ນຄວ້າອອກລະບຽບການ ໃນການກໍານົດມາດຕະຖານການຕິດຕັ້ງ ສະຖານີສາກລົດໄຟຟ້າ (EV) ສໍາລັບທີ່ຢູ່ອາໄສ, ອາຄານທີ່ພັກ ແລະ ສໍານັກງານອົງການຕ່າງໆ ເພື່ອກໍານົດເປັນຫຼັກການໃນການຈັດຕັ້ງປະຕິບັດໃຫ້ມີຄວາມສະດວກໃນການໃຊ້ງານ ເປັນໄປຕາມມາດຕະຖານກໍານົດ ແລະ ສືບຕໍ່ຄົ້ນຄວ້າຂໍ້ກໍານົດເງື່ອນໄຂການເຊື່ອມຕໍ່ສະຖານີສາກ ແລະ ເຄື່ອງສາກລົດໄຟຟ້າ ເຂົ້າກັບຕາຂ່າຍໄຟຟ້າ ຂອງ ໄຟຟ້າລາວ ລວມທັງການກໍານົດກົນໄກດ້ານລາຄາແບບ (Time of Use) TOU ໂດຍການກໍານົດລາຄາຖືກໃນຊ່ວງເວລາທີ່ມີການຊົມໃຊ້ໄຟຟ້າບໍ່ສູງ Off-Peak ເພື່ອເປັນການສົ່ງເສີມການຊົມໃຊ້ພະລັງງານໄຟຟ້າສໍາລັບການສາກລົດ EV ສໍາລັບທີ່ຢູ່ອາໄສ ສາມາດມີທາງເລືອກໃນການສາກຊ່ວງ Off-Peak ໄດ້ ແລະ 5. ອັນທີ່ພົ້ນເດັ່ນ ສໍາເລັດການກະກຽມຄວາມພ້ອມ ໃນການສະໜອງໄຟຮັບໃຊ້ກອງປະຊຸມ ສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຄວາມຄືບໜ້າມາຮອດປະຈຸບັນ ສຳເລັດ ການແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບແຕ່ລະໜ້າວຽກ, ສຳເລັດ ວາງແຜນການສະໜອງໄຟ 02 ທິດທາງໃຫ້ມີຄວາມຮັບປະກັນ ໃຫ້ກັບບັນດາສະຖານທີ່ ຈຸດສຸມສໍາຄັນໃນການຈັດງານຕ່າງໆຂອງກອງປະຊຸມ ເຊັ່ນ: ຫໍປະຊຸມແຫ່ງຊາດ, ບັນດາໂຮງແຮມ, ຮ້ານອາຫານ…. ນອກນັ້ນ ຍັງໄດ້ລົງເຮັດວຽກຮ່ວມກັບ ບັນດາໂຮງແຮມຕ່າງໆ ໃຫ້ມີລະບົບໄຟສໍາຮອງ ເພື່ອຮັບມືໃນກໍລະນີສຸກເສີນຕ່າງໆ.

2). ວຽກງານການແກ້ໄຂສະພາບບັນຫາໄຟຟ້າບໍ່ພໍ
ສໍາເລັດການສຶກສາຄົ້ນຄວ້າຄວາມເປັນໄປໄດ້ທາງດ້ານເຕັກນິກ ໃນການຮັບໂຄງການພະລັງງານແສງຕາເວັນ ເພື່ອມາຮອງຮັບການສະໜອງໄຟຟ້າພາຍໃນປະເທດ ກັບພຽງພໍກັບຄວາມຕ້ອງການ ໂດຍສະເພາະແມ່ນໄລຍະເລັ່ງດ່ວນ ຊ່ວງໄລຍະປີ 2024-2027. ໂດຍກໍານົດຈຸດທີ່ເໝາະສົມ ແລະ ລະບົບສາມາດຮັບພະລັງງານໄຟຟ້າ ຈາກໂຄງການພະລັງງານແສງຕາເວັນໄດ້ ມີທັງໝົດ 12 ຈຸດ (ແຕ່ລະຈຸດມີແບັດເຕີລີ ຢ່າງໜ້ອຍ 10-20% ຂຶ້ນໄປ), ລວມກໍາລັງຕິດຕັ້ງ ຈໍານວນ 650 MW ໃນຂອບເຂດທົ່ວປະເທດ. ເຊິ່ງໄດ້ຮັບການເຫັນດີດ້ານຫຼັກການຈາກ ກະຊວງພະລັງງານ ແລະ ບໍ່ແຮ່, ປັດຈຸບັນ ຟຟລ ກໍາລັງດໍາເນີນການຄົ້ນຄວ້າກໍານົດຫຼັກການ ແລະ ເງື່ອນໄຂຕ່າງໆ ເພື່ອເປັນບ່ອນອີງໃນການຄັດເລືອກເອົາຜູ້ພັດທະນາທີ່ມີຄວາມພ້ອມ ແລະ ເໝາະສົມທີ່ສຸດ ເພື່ອມາພັດທະນາໂຄງການໃນໄລຍະເລັ່ງດ່ວນ ໃຫ້ສໍາເລັດໂດຍໄວ; ດໍາເນີນການສຶກສາຄົ້ນຄວ້າ ແຜນສະໜອງພະລັງງານໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນ ແລະ ການສົ່ງອອກພະລັງງານໄຟຟ້າ ແຕ່ປີ 2024-2050 ແລະ ສືບຕໍ່ປັບປຸງຄືນແຜນສະໜອງພະລັງງານໄຟຟ້າ ແຕ່ນີ້ຮອດປີ 2030 ແລະ ຈະເຮັດວຽກຮ່ວມກັບກົມກ່ຽວຂ້ອງ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເອກະພາບກັນຕື່ມ.
[ຂ່າວ: ຄຳນ້ອຍ; ພາບ: ຄຳສອນ]

 

LEAVE A REPLY

Please enter your comment!
Please enter your name here