ສສຂ ສະຫວັນນະເຂດ ສະເໜີໃຫ້ປາບຮ້ານແລກປ່ຽນທີ່ບໍ່ເກງກົວກົດໝາຍ

30 Jul 2024

ຄລິກແຊຣ໌ 0 Facebook WhatsApp

ທຸກວັນນີ້ ສັງຄົມລາວເຮົາກຳລັງປະເຊີນໜ້າກັບບັນຫາໄພເງິນເຟີ້ທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ເຖິງລັດໄດ້ພະຍາຍາມແກ້ບັນຫານີ້ດ້ວຍການປິດບັນດາຮ້ານແລກປ່ຽນ ເພື່ອໃຫ້ເງິນຕາເຂົ້າລະບົບ ແຕ່ຮ້ານແລກປ່ຽນເກົ່າຫຼາຍບ່ອນກໍ່ຍັງປ່ຽນຮູບແບບທຸລະກິດ ໃຊ້ເບື້ອງຫຼັງຮັບແລກປ່ຽນຕາມປົກກະຕິ ຊຶ່ງບໍ່ເປັນໄປຕາມແນວທາງນະໂຍບາຍຂອງພັກ-ລັດ ບັນຫານີ້ເຫັນວ່າຕ້ອງໄດ້ຮັບການແກ້ໄຂຢ່າງຈີງຈັງ.

ທ່ານ ນາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງອາດສະພອນ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດຂອງແຂວງສະຫວັນນະເຂດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຊຸດທີ II.

May be an image of 2 people and dais

ຊຶ່ງທ່ານ ນາງ ຫົງຄົມ ໄຊຍະຄົມໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ກໍ່ຄືຄະນະປົກຄອງແຂວງໄດ້ຖືເອົາວຽກງານການແກ້ໄຂບັນຫາເງິນເຟີ້, ບັນຫາລາຄາສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກທີ່ມີລາຄາແພງທີ່ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ, ພະນັກງານ, ທະຫານ-ຕໍາຫຼວດຢູ່ພາຍໃນແຂວງ ພ້ອມສະເໜີໃຫ້ອົງການປົກຄອງແຂວງລະບຸຕື່ມ ກ່ຽວກັບການແກ້ໄຂບັນຫາເງິນເຟີ້ນີ້ຢ່າງລະອຽດ, ກຳນົດມາດຕະການບັງຄັບທີ່ຊັດເຈນ ແລະ ປາບປາມຢ່າງເດັດຂາດຕໍ່ຜູ້ລະເມີດກົດໝາຍ ໂດຍສະເພາະບັນດາຮ້ານແລກປ່ຽນ ທີ່ກຳນົດອັດຕາແລກປ່ຽນຕາມລຳພັງໃຈ. ເພາະຈາກການລາຍງານຂອງທ່ານຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ປະຈຳພາກກາງໄດ້ລາຍຕໍ່ກອງປະຊຸມສະໄໝສາມັນເທື່ອ 7 ຂອງສະພາປະຊາຊົນແຂວງຊຸດທີ II ວ່າຜ່ານການກວດກາການຈັດຕັ້ງປະຕິບັດຕົວຈິງຜ່ານມາເຫັນວ່າມີຮ້ານແລກປ່ຽນຈຳນວນໜຶ່ງທີ່ບໍ່ປະຕິບັດຕາມລະບຽບ,ຕາມກົດໝາຍເຊິ່ງເປັນຮ້ານໃຫຍ່,ຮ້ານດັງ ກໍ່ເລີຍບໍ່ສາມາດເຮັດຫຍັງກັບເຂົາໄດ້ ນັ້ນກໍ່ສະແດງວ່າການບັງຄັບໃຊ້ກົດໝາຍຂອງເຈົ້າໜ້າທີ່ຍັງບໍ່ເດັດຂາດ.

May be an image of 1 person, money and text
ສະນັ້ນຈຶ່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງເວົ້າລວມເວົ້າສະເພາະກໍຄືອົງການປົກຄອງແຂວງ ໃຫ້ນໍາໃຊ້ກົດໝາຍຕໍ່ການຄຸ້ມຄອງ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນດາຜົນກະທົບຕ່າງໆໃນໄລຍະນີ້ປັດໄຈພື້ນຖານແມ່ນເກີດຈາກອັດຕາແລກປ່ຽນເງິນ.

ຂອບໃຈຂ່າວຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ