ຜັກປັງ (Ceylon spinach) ເປັນຜັກທີ່ຕ້ອງການຂອງຕະຫຼາດ ເຊິ່ງຄົນນິຍົມເອົາໄປເຮັດແກງ, ລວກ, ຂົ້ວ ແລະ ປະສົມກັບປຸງອາຫານອື່ນໆໄດ້ ພ້ອມນີ້ຍັງມີຜົນປະໂຫຍດຫຼາຍຢ່າງ ເຊັ່ນ: ຫຼຸດການອັກເສບ, ການຂັບປັດສະວະ, ບຳລຸງເລືອດລົມ, ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ, ແກ້ທ້ອງອືດ, ຊ່ວຍລ້າງສານຜິດ, ຖອນຜິດໄຂ້ ແລະ ແກ້ຮ້ອນໃນ.

ສະພາບແວດລ້ອມທີ່ເໝາະສົມ ໃນການເຕີບໃຫຍ່ ຂອງຜັກປັງແມ່ນເປັນດິນຮ່ວນປົນຊາຍ, ລະບາຍນໍ້າໄດ້ດີ, ມັກແດດ, ຮັກສາງ່າຍ, ຖ້າບໍ່ຕ້ອງການເຮັດຄ້າງໃສ່ກໍ່ຕັດໃຫ້ເປັນພຸ່ມໄດ້.
▶ວິທີການປູກ:
ປະສົມດິນ ໂດຍໃຊ້ດິນ 1 ສ່ວນ ກັບ ປຸ໋ຍໝັກ ຫຼື ປຸ໋ຍຄອກ 1 ສ່ວນ ແລະ ຂີ້ແກບດຳ 1 ສ່ວນ.
ການໃຊ້ແກ່ນປູກຕ້ອງກຽມຂຸມກ່ອນແລ້ວຈຶ່ງຄ່ອຍຢອດແກ່ນລົງໄປ 2-3 ແກ່ນຕໍ່ຂຸມ ແລ້ວຫົດນໍ້າປົກກະຕິ ເມື່ອຕົ້ນໄດ້ອາຍຸ 20-25 ວັນ ໃຫ້ເລີ່ມເຮັດຄ້າງໃຫ້ມັນເລືອຂຶ້ນ ເຊິ່ງໄລຍະຫ່າງລະຫວ່າງຕົ້ນ ກັບ ແຖວ ປະມານ 30x 40 ຊັງຕີີແມັດ.

ເໝາະທີ່ຈະປູກໃນແປງກາງແຈ້ງ ຫຼື ຖ້າມີພື້ນທີ່ໜ້ອຍກໍ່ສາມາດປູກໃນກະຖັງໄດ້ໂດຍຕັດເປັນພຸ່ມ.
ການດູແລຮັກສາ: ການໃຫ້ປຸ໋ຍ ຄັ້ງທີ 1-2 ຄັ້ງເມື່ອຕົ້ນພືດອາຍຸໄດ້ 20-25 ວັນ,40-45 ວັນ, ຄວນໃສ່ປຸ໋ຍໝັກ ຫຼື ປຸ໋ຍຄອກທີ່ຜ່ານການໝັກແລ້ວ (ໃຫ້ສັງເກດພືດພຽງພໍກັບຄວາມຕ້ອງການ ຫຼື ບໍ່ອາດຈະໃຫ້ເພີ່ມອີກໄດ້).
ການໃຫ້ນໍ້າ ຄວນໃຫ້ນໍ້າຢ່າງສະໝໍ່າສະເໜີ ໃຫ້ພໍເໝາະກັບພືດ ບໍ່ຄວນໃຫ້ແຫ້ງ ຫຼື ປຽກຫຼາຍເກີນໄປ (ໃຫ້ສັງເກດທີ່ດິນ)
ໄລຍະເວລາໃນການເກັບກ່ຽວ: ອາຍຸໃນການເກັບກ່ຽວ 35-40 ວັນ ກໍ່ເກັບຍອດໄດ້ແລ້ວ ແລະ ຜັກປັງອາຍຸ 90-100 ວັນ ຈະເລີ່ມອອກດອກ, ການເກັບເມັດພັນເພື່ອຈະນຳເອົາແນວພັນໄປປູກຄັ້ງຕໍ່ໄປໃນໄລຍະອາຍຸ 120 ວັນ.