ການນຳເມືອງວຽງຄໍາ ຢ້ຽມຢາມປະຊາຊົນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

29 Jul 2024

ຄລິກແຊຣ໌ 0 Facebook WhatsApp

ໃນລະຫວ່າງວັນທີ 26 ຫາ 27 ກໍລະກົດ 2024, ທ່ານ ທະລະກອນ ບໍລະວົງ ເຈົ້າເມືອງວຽງຄໍາ ແຂວງຫລວງພະບາງ ພ້ອມດ້ວຍທີມງານຂັ້ນເມືອງ ໄດ້ພົບປະຢ້ຽມຢາມປະຊາຊົນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ບ້ານເມືອງໝ້ວຍ, ບ້ານວັງຄໍາ ກຸ່ມເມືອງໝ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ ແລະ ບ້ານສົບເຮືອງ ກຸ່ມສົບເຮືອງ.


ໂອກາດນີ້, ທ່ານເຈົ້າເມືອງ ໄດ້ສະແດງຄວາມໂສກເສົ້າເສຍໃຈ ແລະ ເປັນຫ່ວງຕໍ່ຊີວິດການເປັນຢູ່, ການດຳລົງຊີວິດຂອງປະຊາຊົນ, ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ຄະນະຮັບຜິດຊອບ ທຸກພາກສ່ວນ ຕ້ອງເພີ່ມທະວີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະກັນ ພ້ອມກັນສູ້ຊົນໃຫ້ຜ່ານພົ້ນວິກິດໃນຄັ້ງໄປດ້ວຍດີ ແລະປັບປຸງຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ຕິດພັນກັບການປ້ອງກັນພະຍາດລະບາດທີ່ອາດຈະເກີດຂຶ້ນ.


ໂອກາດດຽວກັນ, ຄະນະດັ່ງກ່າວກໍໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ປະເພດເຂົ້າສານ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງຈໍານວນໜຶ່ງ ໃຫ້ປະຊາຊົນ ເພື່ອແກ້ໄຂຄວາມຈໍາເປັນ, ບັນເທົາທຸກໃນເບື້ອງຕົ້ນ.


ສຳລັບເຫດການນ້ຳຖ້ວມຄັ້ງນີ້ ເຮັດໃຫ້ການເຂົ້າຫາບາງບ້ານ ທີ່ຖືກຜົນກະທົບ ຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກເສັ້ນທາງຖືກຕັດຂາດ, ບາງບ້ານໄດ້ຂ້າມນໍ້າ ເຊິ່ງໄດ້ລໍຖ້າລະດັບນໍ້າຫລຸດລົງ ຈຶ່ງສາມາດໄປໄດ້ ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ກຳລັງເລັ່ງແກ້ໄຂເສັ້ນທາງຫລວງແຫ່ງຊາດເລກທີ 1C ແຕ່ບ້ານເມືອງໝ້ວຍ ຫາ ບ້ານໜອງຄໍາ ເຂດແດນເມືອງຮ້ຽມ ແຂວງຫົວພັນ ຄາດວ່າຈະແກ້ໄຂຂັ້ນພື້ນຖານສໍາເລັດໃນໄວໆນີ້.

ສະເພາະບ້ານເມືອງໝ້ວຍ ມີຄອບຄົວທີ່ຖືກຜົນກະທົບມີ 89 ຄອບຄົວ, ໃນນັ້ນ ຄອບຄົວທີ່ບໍ່ສາມາດເອົາເຄື່ອງຂອງອອກຈາກເຮືອນໄດ້ ແລະ ມີຄວາມຈໍາເປັນທີ່ສຸດ 28 ຄອບຄົວ, ເນື້ອທີ່ນາເສຍຫາຍເກືອບ 9 ເຮັກຕາ, ລົດຈັກ 15 ຄັນ, ລົດໄຖນາ 4 ຄັນ, ຈັກປັ່ນເຂົ້າ 1 ເຄື່ອງ, ລວມທັງສັດລ້ຽງຂອງປະຊາຊົນຈຳນວນໜຶ່ງ, ຄາດຄະເນຄວາມເສຍຫາຍເບື້ອງຕົ້ນ ປະມານ 2,9 ຕື້ກວ່າກີບ, ເຊິ່ງອົງການປົກຄອງບ້ານ ພວມຮຽກຮ້ອງ ຂໍຄວາມຊ່ວຍເຫລືອນໍາທຸກພາກສ່ວນໃນສັງຄົມ ພ້ອມກັນປະກອບສ່ວນຊ່ວຍເຫລືອວັດຖຸປັດໄຈທີ່ຈໍາເປັນ ເພື່ອບັນເທົາທຸກຂອງປະຊາຊົນທີ່ຖືກຜົນກະທົບ ໃນຄັ້ງນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ