ສະໂມສອນບານເຕະ ຈໍາປາສັກ ຮຸ່ນອາຍຸບໍ່ເກີນ 16 ປີສາມາດລາງຕາໄດ້ສໍາເລັດດ້ວຍການເອົາຊະນະ ເອສະຣາ ເອັຟຊີ 6-1 ຄວ້າແຊັມການແຂ່ງຂັນບານເຕະຊີງຂັນ ສຕລ ປະຈໍາປີ 2024 ຮຸ່ນອາຍຸບໍ່ເກີນ 14 ປີ ເມື່ອວັນທີ 28 ກໍລະກົດ 2024 ທີ່ສະໜາມ ສຕລ.

ຢູ 16 ຈໍາປາສັກ ລົງສະໜາມພົບກັບ ເອສະຣາ ເອັຟຊີ ໃນນັດຊີງຊະນະເລີດ ໂດຍຄູ່ນີ້ເຄີຍພົບກັນມາໃນຮອບທໍາອິດເປັນ ເອສະຣາ ເອັຟຊີ ເອົາຊະນະໄດ້ກ່ອນ 2-0, ແຕ່ນັດຊີງຊະນະເລີດ ສະໂມສອນ ຈຳປາສັກ ສາມາດລ້າງຕາໄດ້ສໍາເລັດດ້ວຍການເອົາຊະນະ ເອສະຣາ 6-1 ຄວ້າແຊັມໄປຄອງ ໂດຍ ຈຳປາສັກ ໄດ້ປະຕູຈາກ: ເບີ 7 ຊີກັນດາ ໄຊສົງຄາມ ຍິງໄປ 2 ປະຕູນາທີ 4 ( Pen) ກັບ 59, ເບີ 47 ໂກມິນ ທົງອາສາ ຍິງໄປ 3 ປະຕູ ນາທີ 44-65-78 ແລະ ເບີ 17 ມຸງຄຸນ ສີວິໄລ ນາທີ 90+3, ສ່ວນ ເອສະຣາ ໄດ້ປະຕູຈາກ: ເບີ 20 ແກ້ວປະເສີດ ອິນຍາວົງ ນາທີ 71.

ສໍາລັບ ຮູບແບບການແຂ່ງຂັນລາຍການນີ້ມີ 10 ສະໂມສອນແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock – Out ), ທີມຊະນະເຂົ້າໄປຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3.

ໂດຍບົດສະຫຼຸບການແຂ່ງຂັນມີດັ່ງນີ້:
-ຊະນະເລີດ: ຈໍາປາສັກ ໄດ້ຮັບຂັນ ພ້ອມເງິນລາງວັນ 50 ລ້ານກີບ ແລະ ຫຼຽນລາງວັນ
-ອັນດັບ 2 ສະໂມສອນ ເອສະຣາ ໄດ້ຮັບເງິນລາງວັນ 25 ລ້ານກີບ ແລະ ຫຼຽນລາງວັນ
-ອັນດັບ 3 ຕົກເປັນຂອງ ມາສເຕີ້ ເຊເວັ້ນ ໄດ້ຮັບເງິນລາງວັນ 15 ລ້ານກີບ ພ້ອມຫຼຽນລາງວັນ.

-ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ທົດສະກັນ ພົມມະຄູນ ຈາກ ສະໂມສອນ ບານເຕະ ຈຳປາສັກ
-ລາງວັນນັກກີລາດີເດັ່ນ ບິນລີ້ ໂດນສະໜູພິດ ສະໂມສອນ ເອສະຣາ
-ລາງວັນນັກເຕະຍິງປະຕູສູງສຸດ ຊີການດາ ໄຊສົງຄາມ ຈາກສະໂມສອນ ຈຳປາສັກ ຍິງໄດ້ 19 ປະຕູ
-ລາງວັນຜູ້ຮັກສາປະຕູດີເດັ່ນ ເປັນຂອງ ທິດສາຄອນ ສຳລີວົງຫວັດ ຈາກ ສະໂມສອນ ບານເຕະ ຈຳປາສັກ.
ຂ່າວ: Larh Creators; ຮູບຈາກ: ສຕລ