ຫ້າມພາດກັບເວທີມວຍຄຸນນະພາບ ໂດຍສະເພາະຄູ່ລະຫວ່າງ ເພັດນໍ້າໂຂງ ມຸງຄຸນເພັດ ນັກມວຍຊາວລາວ ຈາກຄ້າຍມວຍລາວ ມຸງຄຸນເພັດ ທີ່ໄດ້ສິດໄປຊົກໃນລາຍການ ONE LUMPINEE 2024 ເລີ່ມແຕ່ເວລາ 19:30 ໂມງເປັນຕົ້ນໄປ ເຊິ່ງເປັນເປັນໄຟທ໌ທີ 4 ໃນຊີວິດຂອງ ເພັດນໍ້າໂຂງ ຈະຂຶ້ນຊົກໃນວັນສຸກທີ 26 ກໍລະກົດ 2024 ເປັນຄູ່ທີ 8.


ທຸກຢ່າງຖືວ່າພ້ອມ 100% ຫຼື ພຽງການຊົກ ເພາະການຝຶກຊ້ອມ ແລະ ການຊັ່ງນໍ້າໜັກແມ່ນຜ່ານທັງສອງ ເພາະລາຍການນີ້ຕ້ອງໃຫ້ໄດ້ຕາມທີ່ພິກັດ ຫຼື ນໍ້າ ໂດຍ ເພັດນໍ້າຂອງ ສະຖິຕິການຊົກ 3 ໄຟທ໌ຊະນະ 2 ແລະ ເສຍ 1 ໄຟທ໌ ຂຶ້ນຊົກກັບ ລູກຂວັນ ຊູຈີບະໝີ່ກ້ຽວ ນັກມວຍຈາກໄທ ໃນຮຸ່ນນໍ້າໜັກ 122 ປອນ ຫຼື 55 ກິໂລກຣາມ (ຜົນງານກ່ອນໜ້ານີ້ຂອງ ເພັດນໍ້າໂຂງ ເບິ່ງໄດ້ທີ່ຄລິບ )
ກ່ອນຂຶ້ນຊົກ ເພັດນໍ້າໂຂງ ໃຫ້ສໍາພາດວ່າ: ຝາກພີ່ນ້ອງຊາວ ແລະ ກອງເຊຍທີ່ ເພັດນໍ້າໂຂງ ຮ່ວມໃຫ້ກໍາລັງໃຈ ແລະ ເຊຍ ເພັດນໍ້າໂຂງ ຂຶ້ນຊົກກັບນັກມວຍໂທໃນວັນທີ 26 ກໍລະກົດ 2024 ( ລາຍລະອຽດຕາມຄລິບ )
ຂະນະດຽວກັນ ທ່ານ ບຸນປອນ ລາດຊະວົງສີ ໃຫ້ສໍາພາດເຖິງເງື່ອນໄຂກົດລະບຽບຂອງລາຍການນີ້ ແລະ ຄວາມພ້ອມຂອງ ເພັດນໍ້າໂຂງ ກ່ອນຂຶ້ນຊົກ ( ລາຍລະອຽດຕາມຄລິບ )
ສໍາລັບ ການແຂ່ງຂັນມວຍ ONE LUMPINEE ຄັ້ງນີ້ຈັດເປັນຄັ້ງທີ 72 ມີຄູ່ຊົກເຖິງ 12 ຄູ່ລາຍລະອຽດຕາມຮູບ ພິເສດອີກ 1 ຄູ່ທີ່ໜ້າສົນໃຈເປັນນັກມວຍລາວພົບນັກມວຍລາວຄື: ສອງແຜ່ນດິນ ຊ.ແກ້ວວິເສດ ພົບ ເມືອງລາວ ກຽດທົງຢົດ ຊົກເປັນຄູ່ທີ 7.
ຂ່າວ: Larh Creators
