ຮູ້ຈັກໝາກເລກ M10 ນໍ້າຝົນ ກັບການປະກວດໃນເວທີນາງສາວບັນດາເຜົ່າ ໃນບົດບາດຊົນເຜົ່າເມີ້ຍ

0
458

ຖືວ່າເປັນອີກໜຶ່ງນ້ອງທີ່ໜ້າຕິດຕາມ ແລະ ມີຫຼາຍສິ່ງທີ່ໜ້າຄົນຫາສໍາລັບ ຫມາຍເລກ M10 ນາງ ນໍ້າຝົນ ມະນີວັນ ອາຍຸ 22 ປີ ກຳລັງສືກສາຢູ່ທີ່ສະຖາບັນທະນາຄານ ສາຂາການທະນາຄານ ທີ່ໄດ້ຕັດສິນໃຈລົງປະກວດສາວງາມລາວໃນເວທີນາງສາວບັນດາເຜົ່າ ເປັນເວທີທໍາອິດໃນຊີວິດ ເປັນ 1 ໃນ 50 ນ້ອງຊົນເຜົ່າໄດ້ສະແດງຄວາມສາມາດ.
ນ້ອງ ນໍ້າຝົນ ມະນີວັນ ໃຫ້ສໍາພາດວ່າ: ຜ່ານມານ້ອງບໍ່ເຄີຍປະກວດເວທີໃດມາກ່ອນ ແລະ ບໍ່ເຄີຍທີ່ຈະຢາກລົງປະກວດ ແຕ່ເວທີນາງສາວບັນດາເຜົ່າເຮັດໃຫ້ນ້ອງຢາກເຂົ້າຮ່ວມການປະກວດ ແລະ ເປັນເວທີທໍາອິດທີ່ຕັດສີນໃຈລົງປະກວດເວທີນີ້ ເພາະເປັນເວທີທີ່ເປິດໂອກາດໃຫ້ກັບ 50 ຊົນເຜົ່າໄດ້ສະແດງສັກກະຍາພາບຂອງຕົນ ແລະ ສົ່ງເສີມ ເຜີຍແຜ່ວັດທະນາທໍາ ບັນດາເຜົ່າອີກດ້ວຍ ແລະ ນ້ອງເອງກໍ່ເປັນຄົນໜຶ່ງທີ່ມັກໃນວີຖີຊີວິດ ກາຍແຕ່ງກາຍຊຸດຊົນເຜົ່າທີ່ມີເອກະລັກ ແລະ ວັດທະນາທໍາຂອງບັນດາເຜົ່າ

“ ຄະຕິປະຈໍາໃຈຄື ( ຢ່າຖ້າໂອກາດ ແຕ່ຈົ່ງຫາໂອກາດ ຖ້າຫາບໍ່ເຫັນໂອກາດ ກໍ່ຈົ່ງສ້າງໂອກາດ ) ນ້ອງເລືອກທີ່ຈະລົງປະກວດນີ້ ຈຸດປະສົງກໍ່ເພື່ອຢາກເປັນກະບອກສຽງ ແລະ ເຜີຍແຜ່ວັດທະນາທຳຂອງຊົນເຜົ່າຕົນໃຫ້ຄົນລາວທຸກຊົນເຜົ່າ ແລະ ຊາວຕ່າງຊາດໄດ້ເຫັນເຖີງຄວາມງົດງາມເຫລົ່ານັ້ນ ເຊິ່ງນ້ອງໄດ້ນໍາສະເຫນີ ຊົນເຜົ່າທີ່ຂື້ນຊື່ລືນາມຂອງແຂວງ ບໍລິຄໍາໄຊ ນັ້ນກໍ່ຄື ຊົນເຜົ່າເມີ້ຍ ເພາະເປັນຊົນເຜົ່າກຸ່ມນ້ອຍແລະບໍ່ຄ່ອຍມີຄົນຮູ້ຈັກຫລາຍ ສະນັ້ນການທີ່ລົງປະກວດນີ້ຖືເປັນໂອກາດອັນດີທີ່ຈະສາມາດເຜີຍແຜ່ໃຫ້ທຸກໆໄດ້ເຫັນແລະຮັບຮູ້ຄວາມງົດງາມຂອງຊົນເຜົ່າເມີ້ຍພວກເຮົາ ” ນໍ້າຝົນ ມະນີວັນ.

ນ້ອງບອກອີກວ່າ: ຖ້າໄດ້ຜ່ານເຂົ້າຮອບເລີກໆ ນ້ອງຢາກຈະນຳເອົາວັດທະນາທຳຂອງຊົນເຜົ່າເມີ້ຍມາເຜີຍແຜ່ໃຫ້ກັບທຸກຄົນໄດ້ເຫັນ, ສຳລັບຈຸດເດັ່ນໃນຕົວນ້ອງກໍ່ມີບໍ່ຫລາຍ ແຕ່ນ້ອງເປັນຄົນມີຄວາມຕັ້ງໃຈ ຊື່ສັດ ແລະ ມັກຊ່ວຍເຫລືອສັງຄົມ ສາມາດຍອມຮັບຄຊາຕິຊົມ ແລະ ພ້ອມທີ່ຈະພັດທະນາຕົວເອງເລື່ອຍໆ ພ້ອມຈະປະຕິບັດຫນ້າທີ່ກັບຕໍາແຫນ່ງທີ່ໄດ້ມອບຫມາຍຢ່າງເຕັມທີ ແລະ ສຸດກໍາລັງ

ສ່ວນການກຽມພ້ອມ ກ່ອນລົງປະກວດນ້ອງໄດ້ມີການຮຽນຍ່າງ ຮຽນແນະນໍາຕົວເອງ ແລະ ອື່ນໆ ແນ່ນອນວ່າຖ້ານ້ອງໄດ້ຕໍາແຫນ່ງ ນ້ອງຢາກຈະຊ່ວຍເຫລຶອສັງຄົມໂດຍການ ເປັນແບບຢ່າງທີ່ດີຂອງເຍົາວະຊົນ, ເຊີນຊວນໄວລຸ້ນຍຸກໃຫມ່ຫັນອານຸລັກຮັກສາວັດທະນາທໍາຮີດຄອງປະເພນີຂອງລາວ ຈັດກິດຈະກຳອານຸລັກສິ່ງແວດລ້ອມ ສົ່ງເສີມຜະລິດຕະພັນສີນຄ້າຊົນເຜົ່າ ແລະ ການທ່ອງທ່ຽວລາວໃຫ້ກ່າວຫນ້າຄຽງຄູ່ກັບການພັດທະນາເສດຖະກິດລາວ ຂະນະທີ່ ກິດຈະກຳຍາມວ່າງ ນ້ອງມັກຟັງເພງ, ອອກກຳລັງກາຍ ແລະ ອ່ານຫນັງສື
ຊ່ວຍໂຫວດ ຊ່ວຍເຊຍ ກົດໄລ ກັດແຊຣ ເປັນກຳລັງໃຈໃຫ້ກັບຫມາຍເລກ M10 ສາວເມີ້ຍ ບໍລິຄໍາໄຊ ຄົນນີ້ແນ່ເດີ ຂໍຂອບໃຈ

LEAVE A REPLY

Please enter your comment!
Please enter your name here