ບໍລິສັດບູຢອງລາວຈຳກັດໄດ້ຈັດພິທີມອບລົດເມຈຳນວນ 215 ຄັນໃຫ້ 8 ແຂວງພາກກາງ ແລະ ພາກໃຕ້ໃນວັນທີ 18 ກໍລະກົດຜ່ານມາ ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງສະຫວັນນະເຂດ ຊຶ່ງລົດເມຈຳ ນວນດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກບໍລິສັດບູຢອງລາວຈຳກັດ ມອບໃຫ້ບັນດາແຂວງຕ່າງໆ ເພື່ອນໍາໃຊ້ເຂົ້າໃນການບໍລິຫານວຽກງານຂອງພາກລັດໃນບັນດາແຂວງພາກກາງ ແລະ ພາກໃຕ້.

ລວມມີ ແຂວງໄຊສົມບູນ 20 ຄັນ, ບໍລິຄຳໄຊ 20 ຄັນ, ຄຳມ່ວນ 30 ຄັນ, ສະຫວັນນະເຂດ 45 ຄັນ, ສາລະວັນ 20 ຄັນ, ຈຳປາສັກ 40 ຄັນ, ເຊກອງ 20 ຄັນ ແລະ ແຂວງອັດຕະປື 20 ຄັນ.

ຕາງໜ້າມອບຂອງທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ແລະ ຕາງໜ້າກ່າວຮັບໂດຍທ່ານ ສຸພະສອນໄຊ ເພັດສີນໍລາດ ຮອງຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ ຈາກນັ້ນໄດ້ມອບຕໍ່ໃຫ້ 8 ແຂວງຢ່າງເປັນທາງການ.
ລົດເມ ຫຼືຫຼາຍຄົນເອີ້ນວ່າລົດເມຂຽວໄດ້ຖືກແຈກຍາຍໃຫ້ແກ່ສຳນັກງານ-ພະແນກການອົງການຂອງພາກລັດເກືອບທຸກພາກສ່ວນໄດ້ຮັບລົດດັ່ງກ່າວ ເຊິ່ງໃນທົ່ວປະເທດໄດ້ຮັບລົດ 600 ຄັນ ມີມູນຄ່າ 12 ລ້ານໂດລາສະຫະລັດ.