ພາຍຫຼັງທີ່ ຊ້າງນ້ອຍ ເອັຟຊີ ແຊັມລາວລີກ 1 ປະຈໍາປີ 2023 ເປີດບ້ານເສຍໃຫ້ກັບ ສະເວຣຽງ ເອັຟຊີ ແຊັມກໍາປູເຈຍ ພຣີເມຍລີກ 2023-2024 ໃນນັດທໍາອິດ 2-3 ຂອງການແຂ່ງຂັນບານເຕະຊີງແຊັມສະໂມສອນອາຊຽນລາຍການ Shopee Cup 2024-2025 ຮອບເພລອ໊ອຟ ເມື່ອວັນທີ 17 ກໍລະກົດ 2024 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ແນ່ນອນນັດທີ 2 ບຸກໄປຢາມທີມຈາກກໍາປູເຈຍ ໃນແລງມືນີ້ວັນທີ 24 ກໍລະກົດ 2024 ເວລາ 19:00 ໂມງ ທີ່ສະໜາມກີລາແຫ່ງຊາດຂອງປະເທດກໍາປູເຈຍ ຫຼື ໂອແລມປິກ ສະເຕດ້ຽມ ໃນນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ຊ້າງນ້ອຍ ຕ້ອງຊະນະໃຫ້ໄດ້ ເພື່ອລຸ້ນໄປຕໍ່.
ການແຂ່ງຂັນລາຍການນີ້ ມີສະໂມສອນຈາກບັນດາປະເທດໃນອາຊຽນເຂົ້າຮ່ວມຊິງໄຊ ລວມ 14 ທີມ ໃນນັ້ນ 10 ທີມ ໄດ້ສິດລໍຖ້າໃນຮອບແບ່ງກຸ່ມຕາມອັນດັບຜົນງານ, ສ່ວນອີກ 4 ທີມ ໄປເພລອ໊ອຟ ເພື່ອຄັດເອົາ 2 ທີມເຂົ້າຮອບແບ່ງກຸ່ມຕໍ່ໄປ ໂດຍ 4 ທີມທີ່ຕ້ອງໄປເພລ໌ອ໊ອຟປະກອບມີ ຊ້າງນ້ອຍ ເອັຟຊີ ແຊ້ມລີກສູງສຸດຂອງລາວ ພົບກັບ ສະເວຣຽງ ແຊັມລີກສູງສຸດຂອງກໍາປູເຈຍ ແລະ ອີກຄູ່ໜຶ່ງ ຊານ ຢູໄນເຕັດ ແຊັມລີກສູງສຸດຂອງປະເທດມຽນມາ ພົບກັບ ກາຊູກ້າ ຮອງແຊັມລີກສູງສຸດຂອງປະເທດບຣູໄນ.
ສໍາລັບ ຊ້າງນ້ອຍ ເອັຟຊີ ຈະເປີດບ້ານຮັບການມາຢາມຂອງ ສະເວຣຽງ ເອັຟຊີ ກ່ອນນັດທໍາອິດໃນວັນທີ 17 ກໍລະກົດ 2024 ເວລາ 19:30 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ, ສ່ວນນັດທີ 2 ສະເວຣຽງ ຈະເປີດບ້ານຮັບການມຢາມຂອງ ຊ້າງນ້ອຍ ເອັຟຊີ ໃນວັນທີ 24 ກໍລະກົດ 2024 ທີ່ສະໜາມໂອແລມປິກ ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ໂດຍທີມຊະນະໃນຮອບເພລ໌ອ໊ອຟຈະຜ່ານເຂົ້າໄປຫຼິ້ນຮອບແບ່ງກຸ່ມໆ A ທີ່ມີ ບີຈີ ປະທຸມ ຢູໄນເຕັດ ທີມຈາກໄທ, ເຕເຣັງການູ ຈາກມາເລເຊຍ, ພີເອັສເອັມ ມາກາສຊ້າ ຈາກອິນໂດເນເຊຍ ແລະ ດົງອາ ແທັງຮວາ ຈາກຫວຽດນາມ.
ຂ່າວ: Larh Creators; ຮູບຈາກ: Young Elephants F.C.