ຢູ 19 ລາວ ໄລ່ຕີສະເໝີ ມຽນມາ 1-1 ໂອກາດໄປຕໍ່ຮິບຮີ່ ໃນບານເຕະຊີງແຊັມອາຊຽນ, ລຸ້ນເບິ່ງກຸ່ມ C

21 Jul 2024

ຄລິກແຊຣ໌ 0 Facebook WhatsApp

ສະຖານະການຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຫຼັງອີງຝາ ຫຼັງຈາກລົງສະໜາມນັດທີ 2 ຂອງຮອບແບ່ງກຸ່ມໆ B ເຮັດໄດ້ພຽງສະເໝີ ມຽນມາ ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2024 ຮຸ່ນອາຍບໍ່ເກີນ 19 ປີທີ່ປະເທດ ອິນໂດເນເຊຍ ແລະ ນັດທໍາອິດເສຍໃຫ້ກັບ ອົດສະຕຣາລີ ໄປຂາດລອຍ 0-6.
ນັດດັ່ງກ່າວ ມຽນມາ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ໃນເຄິ່ງເວລາທໍາອິດ ກ່ອນທີ່ເຄິ່ງເວລາທີ 2 ທ້າຍເກມນາທີໆ 81 ປີເຕີ ພັນທະວົງ ຍິງປະຕູຕີສະເໝີໃຫ້ກັບ ຢູ 19 ລາວ ໄລ່ຕີສະເໝີເປັນ 1-1 ກ່ອນຈົບການແຂ່ງຂັນສະເໝີກັນ ຈາກຜົນການແຂ່ງຂັນນັດດັ່ງກ່າວ ເຮັດໃຫ້ ທີມຊາດລາວ ມີພຽງ 1 ຄະແນນຈາກ 2 ນັດເຮັດໃຫ້ໂອກາດໄປຕໍ່ຮິບຮີ່ ເນື່ອງຈາກການລຸ້ນອັນດັບ 2 ທີ່ດີທີ່ສຸດລໍາບາກ ເພາະສະຖານະການກຸ່ມ B ຕອນນີ້ ອົດສະຕຣາລີ ມີ 6 ຄະແນນຢຶດແຊັມກຸ່ມ B ເປັນທີ່ແນ່ນອນແລ້ວ, ສ່ວນ ມຽນມາ ເກັບເພີ່ມເປັນ 2 ຄະແນນຈາກ 2 ນັດ, ຫວຽດນາມ ແລະ ລາວ ມີ 1 ຄະແນນເທົ່າກັນ, ໂດຍນັດຕໍ່ໄປ ລາວ ພົບກັບ ຫວຽດນາມ ແລະ ອົດສະຕຣາລີ ພົບ ມຽນມາ.
ສະເພາະ ຢູ 19 ລາວ ຕ້ອງລຸ້ນໃຫ້ກັບກຸ່ມ C ໄທ ກັບ ມາເລເຊຍ ມີ 3 ຄະແນນເທົ່າກັນຈາກ 1 ນັດ ຖ້າຫາກວ່າ ທັງສອງທີມເກັບໄຊຊະນະໄດ້ອີກ 1 ນັດຈາກທັງໝົດ 2 ນັດ ກໍຖືວ່າຈົບ ລາວ ຈະຕ້ອງຮອບ 100%.
ສໍາລັບ ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:
– ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ຕີມໍ ເລສເຕ, ກຳປູເຈຍ ແລະ ຟີລິບປິນ
– ກຸ່ມ B: ລາວ, ຫວຽດນາມ, ມຽນມາ ແລະ ອົດສະຕຣາລີ
– ກຸ່ມ C: ມາເລເຊຍ, ໄທ, ສິງກະໂປ ແລະ ບຣູໄນ.
ສໍາລັບ ຕາຕະລາງແຂ່ງຂັນທີມຊາດລາວ ນັດຕໍ່ໄປມີດັ່ງນີ້:
– ວັນທີ 24/7/2024 ເວລາ 15:00 ລາວ ພົບ ຫວຽດນາມ ແຂ່ງຂັນທີ່ GBT Stadium.
ຂ່າວ: Larh Creators; ຮູບຈາກ: ສຕລ
B555: ທີມຊາດລາວ ຢູ 19 ເສຍໃຫ້ກັບ ອົດສະຕຣາລີ ນັດທໍາອິດ 0-6

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ