ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ໃນວັນທີ 17 ກໍລະກົດຜ່ານມາ ກະຊວງການຄ້າ ກຳປູເຈຍ ລາຍງານວ່າ: ມູນຄ່າການນຳເຂົ້ານໍ້າມັນກາຊວນ ແລະ ນໍ້າມັນເຊື້ອໄຟຂອງ ກຳປູເຈຍ ໃນໄລຍະເຄິ່ງປີທຳອິດ ( ມັງກອນ – ມິຖຸນາ ) ຂອງປີ 2024 ມີມູນຄ່າ 1,27 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 22% ຈາກ 1,04 ຕື້ໂດລາ ໃນໄລຍະດຽວກັນຂອງປີກ່ອນ.
ໂຕເລກນຳເຂົ້ານໍ້າມັນໃນໄລຍະເຄິ່ງປີທຳອິດ ແບ່ງເປັນງົບປະມານສຳລັບນຳເຂົ້ານໍ້າມັນກາຊວນ 757,5 ລ້ານໂດລາ ແລະ ນໍ້າມັນເຊື້ອໄຟ 512,5 ລ້ານໂດລາ ເພີ່ມຂຶ້ນ 16% ແລະ 31% ຕາມລຳດັບ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.
ປັດຈຸບັນ, ກຳປູເຈຍ ອາໄສການນຳເຂົ້ານໍ້າມັນກາຊວນ ແລະ ນໍ້າມັນເຊື້ອໄຟພຽງຢ່າງດຽວ ເນື່ອງຈາກຍັງບໍ່ໄດ້ເລີ່ມໃຊ້ມັນສຳຮອງຈາກຝັ່ງທະເລຂອງປະເທດ.
ກະຊວງບໍ່ແຮ່ ແລະ ພະລັງງານ ຄາດຄະເນວ່າ: ຄວາມຕ້ອງການນໍ້າມັນໃນກຳປູເຈຍ ຈະເພີ່ມຂຶ້ນເປັນ 4,8 ລ້ານໂຕນ ໃນປີ 2030 ຈາກ 2,8 ລ້ານໂຕນ ໃນປີ 2020.