ທະນາຄານພັດທະນາອາຊີ ຫຼື ADB ປະກາດ “ ບົດລາຍງານການຄາດຄະເນການພັດທະນາອາຊີ ປີ 2024 ( ສະບັບເດືອນກໍລະກົດ )” ເມື່ອວັນທີ 17ກໍລະກົດ ໂດຍໄດ້ປັບອັດຕາການເຕີບໂຕທາງເສດຖະກິດຂອງກຸ່ມເສດຖະກິດພວມພັດທະນາໃນອາຊີ ຈາກ 4,9% ທີ່ຄາດໝາຍໄວ້ໃນເມື່ອກ່ອນ ເພີ່ມຂຶ້ນເປັນ 5%. ສ່ວນການຄາດໝາຍຕໍ່ອັດຕາການເຕີບໂຕທາງເສດຖະກິດໃນປີ 2025 ແມ່ນຈະຮັກສາຢູ່ໃນລະດັບ 4,9% ຄືເກົ່າ.

ໃນນັ້ນ, ທະນາຄານພັດທະນາອາຊີ ໄດ້ຮັກສາໂຕເລກຄາດໝາຍຕໍ່ການເຕີບໂຕທາງເສດຖະກິດຂອງຈີນບໍ່ໄດ້ປ່ຽນແປງ, ປີ2024 ຄາດວ່າຈະເຕີບໂຕ 4,8% ແລະ ປີ 2025 ແມ່ນ 4,5%.
ບົດລາຍງານຍັງຄາດຄະເນອີກວ່າ: ກຸ່ມເສດຖະກິດພວມພັດທະນາໃນອາຊີ ສຳລັບອັດຕາເງິນເຟີ້ໃນປີ 2024 ຈາກ 3,2% ທີ່ຄາດຄະເນໃນເດືອນເມສາ ໄດ້ຫຼຸດລົງເປັນ 2,9%, ປີ 2025 ແມ່ນຮັກສາໃນລະດັບ 3% ຄືເກົ່າ.