ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫລວງນ້ຳທາ ລາຍງານວ່າ ໂຄງການສົ່ງເສີມການປູກຖົ່ວເຫລືອງເປັນສິນຄ້າ ສົກປີ 2023-2024 ທົ່ວເມືອງຫລວງນໍ້າທາ ກວມເອົາ 10 ບ້ານເປົ້າໝາຍຄື: ບ້ານຫລວງ, ບ້ານຂອນ, ບ້ານດອນຄູນ, ບ້ານພຽງງາມ, ບ້ານນໍ້າແງ້ນ, ບ້ານໃໝ່, ບ້ານທົ່ງໃຈ້ເໜືອ, ບ້ານທົ່ງໃຈ້ໃຕ້, ບ້ານປ່າປົວະ ແລະ ບ້ານນໍ້າທຸງ ມີທັງໝົດ 328 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ 2.952 ໂຕນ ສ້າງລາຍຮັບໄດ້ 53,13 ຕື້ກວ່າກີບ.

ໃນປີຕໍ່ໄປ ທາງໂຄງການຈະສູ້ຊົນປູກໝາກຖົ່ວເຫລືອງໃຫ້ໄດ້ 350 ເຮັກຕາ ເພື່ອຜະລິດເປັນສິນຄ້າ ສົ່ງອອກໄປ ສປ ຈີນ ທັງເປັນການສ້າງວຽກເຮັດງານທໍາ ໃຫ້ພໍ່ແມ່ປະຊາຊົນ ແລະ ສ້າງລາຍຮັບໃຫ້ຄອບຄົວຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.
