ວາງສີລາລຶກ ໂຄງການກໍ່ສ້າງອະນຸສອນສະຖານ ພົນເອກ ສີສະຫວາດ ແກ້ວບຸນພັນ

18 Jul 2024

ຄລິກແຊຣ໌ 0 Facebook WhatsApp

ພິທີວາງສີລາລຶກໂຄງການກໍ່ສ້າງອະນຸສອນສະຖານ ພົນເອກ ສີສະຫວາດ ແກ້ວບຸນພັນ ມີຂຶ້ນທີ່ສວນມິດຕະພາບຫົວພັນ-ແທັງຮວາ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໃນວັນທີ 18 ກໍລະກົດ 2024.

ເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າພັກ-ລັດຖະບານ, ມີ ທ່ານ ພົນໂທ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ຮອງປະທານສູນກາງແນວລາວສ້າງຊາດ, ມີການນຳພັກ-ລັດ ຕາງໜ້າຈາກກະຊວງ-ອົງການ, ອາດີດການນຳພັກ-ລັດ ແລະ ຄະນະນຳຂອງແຂວງ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຊາວແຂວງຫົວພັນ ເຂົ້າຮ່ວມ.


ໃນພິທີໄດ້ຮັບຟັງການຫວນຄືນຊີວິດ, ປະຫວັດ ແລະ ຜົນງານການເຄື່ອນໄຫວຜະຕິວັດຂອງພົນເອກ ສີສະຫວາດ ແກ້ວບຸນພັນ ໂດຍຫຍໍ້ ເພື່ືອໃຫ້ຄົນຮຸ່ນຫລັງໄດ້ຮັບຮູ້ ແລະຈົດຈໍາຄຸນງາມຄວາມດີຂອງທ່ານຕະຫລອດໄປ.


ຫລັງຈາກນ້ນ ການນຳຂັ້ນສູງກໍ່ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອນ 9 ບາດ ແລະ ວາງເສົາເອກຢ່າງເປັນທາງການ ເພື່ອເປັນບ່ອນຕັ້ງຮູບຫລໍ່ຂອງພົນເອກ ສີສະຫວາດ ແກ້ວບຸນພັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ