ກຽມຕ້ອນຮັບຮີໂຣ ຊານົນ ມະນີຜົນ ກັບລາງວັນປະຫວັດສາດ 4th Runner Up Mister Supranational 2024

0
527

ກາຍຮີໂຣຂອງຊາວລາວທັງປະເທດ ຊານົນ ມະນີຜົນ ກັບລາງວັນປະຫວັດສາດຮອງອັນດັບ 4 ຫຼື 4th Runner Up Mister Supranational 2024 ທີ່ປະເທດໂປໂລຍ ແມ່ນຈະເດີນທາງ ກັບ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ວັນທີ 19 ກໍລະກົດ 2024, ເວລາ 15:00 ໂມງ ເຊິ່ງແນ່ນອນກ່ອນຈະມາຮອດຈຸດນີ້ມັນບໍ່ງ່າຍ ແລະ ມື້ນີ້ເຮົາຈະໄປຮູ້ຈັກໜຸ່ມຄົນເກັ່ງອີກຄັ້ງໜຶ່ງ.

ຊານົນ ກາຍເປັນຮີ່ໂຣຂອງຊາວລາວທັງປະເທດ ຈາກການຄວ້າ ຮອງອັນດັບ 4 ຫຼື 4th Runner Up Mister Supranational 2024 ໂດຍຮອບທໍາອິດສາມາດຕິດ 1 ໃນ 20 ແລະ 1 ໃນ 10 ອັນດັບທໍາອິດ, ຮອບທີ 2 ກໍສ້າງຜົນງານຢ່າງປະທັບໃຈ ແລະ ມື້ຕັດສິນສາມາດຕິດ 1 ໃນ 5 ຄົນທໍາອິດ ກ່ອນຈະສາມາດຍາດໄດ້ຮອງອັນດັບທີ 4 ເຊິ່ງເປັນຊາຍໜຸ່ມລາວ ຄົນທໍາອິດທີ່ສາມາດຍາດໄດ້ຂັນລາງວັນໃນເວທີປະກວດລະດັບໂລກ.

ຊານົນ ເປັນໜຸ່ມຫຼໍ່ຫຼາກຫຼາຍຄວາມສາມາດຈາກແຂວງຫຼວງພະບາງ ເປັນທັງນັກຮ້ອງ, ນັກສະແດງ, ເປັນກໍາມະການຂອງ Oishi Teen Idol ແລະ ຫຼ້າສຸດກ້າວມາເປັນຜູ້ກຳກັບໄວໜຸ່ມມາແຮງ ໂດຍໄດ້ເປີດຕົວສີລະປີນນັກສະແດງພາຍໃນສັງກັດ SN Tertainment Laos ໃນປີ 2021 ພ້ອມກັບຫຼາຍໆຜົນງານ.

ຊານົນ ໃຫ້ສໍາພາດກ່ອນໜ້ານີ້ວ່າ: ກ່ອນໜ້ານີ້ມີໂອກາດໄດ້ຮ່ວມວຽກກັບ Miracle production ມາຫລາຍຜົນງານ ທັງເບື້ອງຫນ້າ ແລະ ເບື້ອງຫລັງ, ເຄີຍເຮັດວຽກກັບຜູ້ກຳກັບລາຍການ ແລະ ທີມງານຫລາຍໆທ່ານ, ເພິ່ນກໍອາດຈະເຫັນວ່າ ຊານົນ ມີຄວາມສາມາດທີ່ເຫມາະກັບຫນ້າທີ່ນີ້ ລວມທັງຍັງເປັນກໍາມະການຂອງ Oishi Teen Idol ຊີຊັ່ນທໍາອິດເພື່ອຢາກເປັນໂຄຊ ຢາກມີສ່ວນຮ່ວມໃນການພັດທະນານ້ອງໆ.

ຂະນະທີ່ ຊານະ ມະນີຜົນ ນ້ອງຊາຍຂອງ ຊານົນ ເລົ່າວ່າ: ໃນຄອບຄົວໜຶ່ງຈະມີຄົນໜຶ່ງທີ່ແຕກຕ່າງຈາກຄົນໃນຄອບຄົວຫຼາຍທີ່ສຸດເຊັ່ນຄອບຄົວຂອງຂ້ອຍຄື ຊານົນ ຜູ້ເປັນອ້າຍທີ່ມັກການຮ້ອງເພງແຕ່ນ້ອຍ ແລະ ຍອມຖີ້ິ້ມເສັ້ນທາງສາຍອາຊີບທີ່ຕົວເອງໄດ້ຮຽນມາ ເພື່ອຕາມຫາຄວາມຝັນນັ້ນກໍຄືການເປັນນັກຮ້ອງໃນທີ່ສຸດກໍສົມຫວັງໄດ້ຮ້ອງເພງທໍາອິດຂອງຕົວເອງໃນຕອນອາຍຸ 18 ປີ, ກ້າວມາເປັນນັກສະແດງ ( ຮັບບົດເປັນພະເອກ ) ແລະ ເປັນຜູ້ກໍາກັບ ລວມເຖິງການກ້າວມາເປັນຄູຝຶກນັກສະແດງ ແລະ ອື່ນໆ.
ຂ່າວ: Larh Creators; ຮູບຈາກ: Nonh Sanonh Maniphonh

LEAVE A REPLY

Please enter your comment!
Please enter your name here