ສົ່ງ-ມອບລົດຈັກມ້າຂາວເປີດທາງໃຫ້ເຈົ້າໜ້າທີ່ ພາຍຫຼັງຊ້ອມແປງສຳເລັດ

17 Jul 2024

ຄລິກແຊຣ໌ 0 Facebook WhatsApp
ວັນທີ 16 ກໍລະກົດ 2024 ນີ້, ທີ່ບໍລິສັດ ນິວຈິບເຊັງ ຈຳກັດ ໄດ້ຈັດພິທີສົ່ງ-ມອບ ລົດຈັກວິຊາສະເພາະ (ລົດຈັກມ້າຂາວ) ຍີ່ຫໍ້ Honda ລຸ້ນ ST1300 ຈໍານວນ 40 ຄັນ ທີ່ມີການຊ້ອມແປງສໍາເລັດ ໃຫ້ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ, ເປັນກຽດມອບໂດຍ ທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ຮັບໂດຍ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ຫົວໜ້າຄະນະຮັບຜີດຊອບສ້ອມແປງລົດຈັກວິຊາສະເພາະ ເພື່ອກະກຽມຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ, ພ້ອມທັງຄະນະຮັບຜິດຊອບ ແລະ ພະນັກງານວິຊາການ ແຕ່ລະພາກສ່ວນກໍ່ມີໜ້າເຂົ້າຮ່ວມເປັນສັກຂີພະຍານ ໃນການສົ່ງ-ມອບ ລົດວິຊາສະເພາະ ທີ່ສ້ອມແປງສຳເລັດ ໃນຄັ້ງນີ້.
May be an image of 5 people, motorcycle, scooter and text
ເພື່ອເປັນຮັບປະກັນທາງດ້ານເຕັກນິກ ແລະ ຍັງເປັນການກະກຽມຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນທີ່ລາວຈະໄດ້ເປັນເຈົ້າພາບ ໃນທ້າຍປີ 2024 ນີ້, ໂດຍກ່ອນພິທີສົ່ງມອບ ຍັງໄດ້ມີການ ນຳເອົາລົດຈັກມ້າຂາວ ໃນຈຳນວນ 40 ຄັນ ທີ່ມີການສ້ອມແປງສໍາເລັດນັ້ນ, ໄປແລ່ນທົດລອງ ເປັນໄລຍະທາງກວ່າ 60 ກີໂລແມັດ ເພື່ອເປັນການກວດເຊັກສະພາບເຕັກນິກຂອງບັນດາຈຳນວນລົດດັ່ງກ່າວ, ພ້ອມກັນນັ້ນກໍ່ຍັງເປັນການຝຶກຊ້ອມຂະບວນລົດເປີດທາງໄປໃນໂຕ.
May be an image of 7 people, motorcycle, scooter, street, road and text
ຜ່ານການແລ່ນທົດລອງ ເຫັນວ່າໃນຈຳນວນລົດດັ່ງກ່າວ ແມ່ນຮັບປະກັນທາງດ້ານເຕັກນິກ ແລະ ມີຄວາມພ້ອມໃນການປ້ອງກັນ-ເປີດທາງ ໃຫ້ແກ່ແຂກການນຳຂັ້ນສູງ ພາຍໃນ ແລະ ພາຍນອກ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຊຽນ ທີ່ ສປປ ລາວ ຈະໄດ້ເປັນເຈົ້າພາບ ໃນທ້າຍປີ 2024 ນີ້.
—–
ຂ່າວ: ຄວາມສະຫງົບ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ