ນ້ອງ ກາເຊຍ ຄວ້າຊະນະເລີດລຸ້ນທີ 1 ແລະ ວາລິນ ຄວ້າຊະນະເລີດລຸ້ນທີ 2 ໃນເວທີ Centerstage lao model 2024

15 Jul 2024

ຄລິກແຊຣ໌ 0 Facebook WhatsApp

ນ້ອງ ກາເຊຍ ຄວ້າຊະນະເລີດລຸ້ນທີ 1 ແລະ ວາລິນ ຄວ້າຊະນະເລີດລຸ້ນທີ 2 ໃນການປະກວດເດີນແບບ ແລະ ປະກວດຊີງມົງກຸດໃນງານ Centerstagelao Model 2024 ເມື່ອວັນທີ 14 ກໍລະກົດ 2024 ທີ່ສະນວາງສະແດງສິນຄ້າ ລາວ-ໄອເຕັກ.

ງານດັ່ງກ່າວໄດ້ຮັບຄວາມສົນໃຈຫຼາຍຈາກນ້ອງທີ່ມີຄວາມສາມາດຫຼາກຫຼາຍ ເຊິ່ງຝ່າຍຈັດການແຂ່ງຂັນໄດ້ກໍານົດລາງວັນຊະນະເລີດເປັນເງິນສົດ 2 ລ້ານກີບ ສໍາລັບຜູ້ຊະນະເລີດ ພ້ອມມົງກຸດ ແລະ ສາຍສະພາຍ ພ້ອມດ້ວຍອີກຫຼາຍໆລາງວັນ ໂດຍມີການແຂ່ງຂັນອອກເປັນ 2 ລຸ້ນຄື: GEN 1 ( ລຸ້ນນ້ອຍ ) ມີເຖິງ 27 ນ້ອງເຂົ້າຮ່ວມຊີງໄຊ ແລະ GEN 2 ລຸ້ນ ມີເຖິງ 24 ນ້ອງເຂົ້າຮ່ວມ.

ຜ່ານການແຂ່ງຂັນປະກົດວ່າ:
-ນໍ້າເບີ CSM 19 ນາງ ກາເຊຍ ຄວ້າຊະນະເລີດລຸ້ນທີ 1 (GEN 1)
-ນໍ້າເບີ CSM 25 ນາງ ວາລິນ ຄວ້າຊະນະເລີດລຸ້ນທີ 2 (GEN 2)
ຂ່າວ: Larh Creators; ຮູບຈາກ: Centerstage Laos ສອນເດີນແບບ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ