ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 11-12 ກໍລະກົດ 2024 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາ ຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ພິທີຕ້ອນຮັບ ສະຫາຍ ປະທານປະເທດ ໂຕ ເລິມ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດ ນາມ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ທີ່ສະພາແຫ່ງຊາດ ໃນຕອນເຊົ້າວັນທີ 11 ກໍລະກົດ 2024 ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ.

ພາຍຫລັງສໍາເລັດພິທີຕ້ອນຮັບ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງສະຫາຍປະທານປະເທດ ພ້ອມດ້ວຍຄະນະຂອງສອງຝ່າຍ ລາວ ແລະ ຫວຽດນາມ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນວາລະກອງປະຊຸມສະໄໝ ເທື່ອທີ VII ຂອງສະພາແຫ່ງຊາດ ຊຸດທີ XV ໃນທ້າຍເດືອນພຶດສະພາ ທີ່ຜ່ານມາ, ພ້ອມທັງສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງທີ່ ສະຫາຍ ໂຕ ເລິມ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕຳແໜ່ງປະທານປະເທດ, ອັນໄດ້ສະແດງໃຫ້ເຫັນເຖິງການຖືສໍາຄັນຂອງພັກ-ລັັດ ຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດ ນາມ-ລາວ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດຜ່ານ ສະຫາຍ ໂຕ ເລິມ ໄປຍັງ ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.

ໃນການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການໂດຍຫຍໍ້ ການພັດທະນາເສດຖະກິດ-ສັງຄົມ ໃນປະເທດຂອງຕົນ, ທັງໄດ້ຮ່ວມກັນປຶກສາຫາລືຕີລາຄາການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ກໍຄື ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ລວມທັງໄດ້ແລກປ່ຽນຄໍາຄິດເຫັນບາງສະພາບການທີີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ; ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ໃນທຸກໆດ້ານໃນໄລຍະຜ່ານມາ ກໍຄື ຜົນຂອງກອງປະຊຸມລະຫວ່າງ ສອງລັດຖະບານ ທີ່ໄດ້ເປັນເອກະພາບຮ່ວມກັນ, ສະແດງອອກຄື: ການຮ່ວມມືທາງດ້ານການເມືອງ ແລະ ການຕ່າງປະເທດ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມ ສ້າງໄດ້ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ໃນລະດັບສູງ, ມີການໄປມາ ແລະ ພົບປະລະຫວ່າງການນໍາຂັ້ນສູງ ແລະ ທຸກລະ ດັບເປັນປົກກະຕິ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບ ດ້ວຍຫລາຍຮູບການ ແລະ ວິທີການຕ່າງໆ ທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບມືກັບສະພາບການໃໝ່ທີ່ນັບມື້ນັບຜັນແປຢ່າງສະຫລັບສັບຊ້ອນ ແລະ ຮັກສາໄດ້ຊາຍແດນລາວ-ຫວຽດນາມ ໃຫ້ກາຍເປັນຊາຍແດນແຫ່ງ ສັນຕິພາບ ແລະ ພັດທະນາແບບຍືນຍົງ.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາ ຊົນສອງຊາດ ລາວ-ຫວຽດນາມ ເປັນຢ່າງດີ; ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງ ການ ແລະ ທ້ອງຖິ່ນ ລວມເຖິງອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງປະຊາຊົນກັບປະຊາຊົນ ກໍນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດຜົນ. ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ໃນການເພີ່ມທະວີ ແລະ ຮັດແໜ້ນປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍການຮ່ວມມືຮອບດ້ານ ໃນທຸກຂົງເຂດວຽກງານ ເປັນ ຕົ້ນ ການຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການ ທ່ອງທ່ຽວ ແລະ ອື່ນໆ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານ ຈໍານວນ 7 ສະບັບ, ໃນນັ້ນມີ ສັນຍາລະຫວ່າງລັດຖະບານ ຈໍານວນ 3 ສະບັບ ຄື: ບົດບັນທຶກຄວາມຊ່ວຍຈໍາ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ກ່ຽວກັບການກໍ່ສ້າງ ແລະ ຜັນຂະຫຍາຍລະບົບການຄຸ້ມຄອງພົນລະ ເມືອງ ແລະ ບັດປະຈຳຕົວຢູ່ ສປປ ລາວ; ສົນທິສັນຍາ ວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແລະ ສັນຍາແຜນການຮ່ວມມື 2024 ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ. ສ່ວນສັນຍາພາກທຸລະກິດ ມີ 4 ສະ ບັບ ຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານການບິນພົນລະເຮືອນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ບໍລິສັດຫວຽດເຈັດ; ສັນຍາສໍາປະທານສະບັບດັດ ແກ້ ຂອງໂຄງການເຂື່ອນໄຟຟ້າເຊຂະໝານ 3 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ໄຟຟ້າເຊຂະໝານ 3; ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາວ່າດ້ວຍ ການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ບົກຊິດ ແລະ ສ້າງຕັ້ງແຮງງານຜະລິດອາລູມີນາ ຢູ່ເຂດເມືອງດາກຈຶງ ແຂວງເຊກອງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຫຸ້ນສ່ວນ ກຸ່ມລົງທຶນຫວຽດເຟືອງ ແລະ ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາວ່າດ້ວຍ ການຊອກຄົ້ນ ແລະ ສໍາຫລວດ ແຮ່ອັງຕີມອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຫຸ້ນສ່ວນ ສັນຕິພາບຂຽວ ສສ ຫວຽດນາມ.
ຂ່າວ, ພາບ: ຂປລ