ມື້ອື່ນເຮົາມີນັດເບິ່ງເພງເຕັມ “ຈັບໄດ້ຄາຕາ” ງານນີ້ອ້າຍໂອລາ ມາເອງພ້ອມຈັບສາວ ລິສາ ທັງງາມທັງແຊບ

10 Jul 2024

ຄລິກແຊຣ໌ 0 Facebook WhatsApp

ໃກ້ຈະສິ້ນສຸດການລໍຄອຍແລ້ວສໍາລັບ ແຟນໆຂອງ Blackeyes ແລະ Bee Whisper ໃນເພງຫລ້າສຸດ ພ້ອມ MV ແນວແບບຈັດເຕັມໄປເລີຍກັບຊຸດທີ່ຊວນໃຫ້ຈັບຕາ ໃນບົດເພງ ຈັບໄດ້ຄາຕາ ໂດຍກ່ອນໜ້ານີ້ໄດ້ Teaser MV ເຫັນແລ້ວກະໜາວໆຮ້ອນໆໄປຕາມໆກັນ ແຕ່ມື້ອື່ນໄດ້ເບິ່ງກັນແບບເຕັມໆ ເວລາ 11:00 ໂມງ ວັນທີ 11/07/2024 ເວລາ 11:00 ໂມງ.

ງານນີ້ຮັບປະກັນຄຸນນະພາບເພາະ ອ້າຍ ໂອລາ ຫຼື Ola Khampasong ( Ola BlackEyes ) ເພີ່ນມາເອງຮ້ອງເອງສະແດງ MV ເອງໂດຍໄດ້ຮັບການຊັບພອດຈາກ Bee Whisper ພ້ອມກັບວົງທຸກຄົນໃສ່ຊຸດນັກສືບ ໂດຍມີສາວ ລິສາ Lisa Xoumanivong ໃນບົດບາດນາງເອກທີ່ມາພ້ອມກັບຄວາມໜ້າຮັກ ແລະ ຄວາມງົດງາມຊວນໃຫ້ຫຼົງ ແຕ່ແອບແຝງໄປດ້ວຍຄວາມລັບຫຼາກຫຼາຍນາໆ ຕ້ອງໄປເບິ່ງ MV ເຕັມວ່າຈະຈົບແບບໃດມື້ອື່ນລຸ້ນນໍາກັນ.

ສໍາລັບ ວົງ Blackeyes ເປັນວົງນັກຮ້ອງ ແລະ ດົນຕີທີ່ມີຊື່ສຽງໃນລາວເຮົາມາແຕ່ດົນນານ ມີຫຼາກຫຼາຍຜົນງານ ໂດຍເພງຫຼ້າສຸດ ຈັບໄດ້ຄາຕາ ຈະປ່ອຍອອກມານີ້ຍິ່ງພິເສດຂຶ້ນໄປກວ່າເກົ່າ ເພາະໄດ້ນາງເອງກໍຄື ນ້ອງ ລິສາ ງາມປານນາງຟ້າຫລຸດອອກມາຈາກນິຍາຍ ໂດຍ ນ້ອງ ລິສາ ເລີ່ມເປັນທີ່ຮູ້ຈັກຈາກການເປັນ 1 ໃນວົງ Girlgroup ໃນທ້າຍປີ 2023 ນ້ອງໃຫມ່ຈາກຄ້າຍ A-List Talent Agency ໂດຍໃສ່ຊື່ວ່າ FIZCHE ເຊິ່ງມີສະມາຊິກທັງໝົດ 6 ຄົນ ປະກອບມີ: PIANO, LISA, ALICIA, BOUNG, KOUNG, NAMFON ທີ່ມາພ້ອມກັບຄວາມສາມາດທີ່ຫຼາກຫຼາຍ ບໍ່ວ່າຈະເປັນ ການເຕັ້ນ, ການສະແດງ ແລະ ການຮ້ອງເພງ.
ຂ່າວຈາກ: Larh Creators; ຮູບຈາກ: Ola Blackeyes Fanclub

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ