ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ II ຄັ້ງວັນທີ 9 ກໍລະກົດ 2024 ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ແລະ ບັນດາສະມາຊິກສະພາປະຊາຊົນເຂດ I ເຂົ້າຮ່ວມ.

ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ລາຍງານບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ ຂະແໜງການເງິນ ໄດ້ຈັດຕັ້ງປະການອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບງົບປະມານ ໄດ້ 6 ບັນຫາພົ້ນເດັ່ນຄື:
1). ໄດ້ຂະຫຍາຍຖານອາກອນມູນຄ່າເພີ່ມ ແລະ ເຄື່ອງບັນທຶກການຂາຍສິນຄ້າ ໂດຍປະຕິບັດໄດ້ 1.427 ຫົວໜ່ວຍ ເທົ່າກັບ 133,74% ຂອງແຜນການປີ (1.067 ຫົວໜ່ວຍ), ສົມທຽບ ພາຍຫລັງຫັນເຂົ້າລະບົບແລ້ວ ກັບການແຈ້ງຈາກເຄີຍເສຍອາກອນແບບມອບເໝົາຜ່ານມາ, ສາມາດຈັດເກັບໄດ້ 299,94 ຕື້ກີບ ເພີ່ມຂຶ້ນເປັນເງິນ 48,79 ຕື້ກີບ;
2). ໄດ້ລົງເລິກໃນການຈັດຕັ້ງປະຕິບັດການຄຸ້ມຄອງ ເຂດຖະກິດພິເສດ ແລະ ເຂດແຂກເສດຖະກິດສະເພາະ ສາມາດປະຕິບັດໄດ້ 167 ຫົວໜ່ວຍ ເປັນເງິນ 43,31 ຕື້ກີບ ເທົ່າກັບ 79,43% ຂອງແຜນການປີ, ທຽບໄລຍະດຽວປີກາຍເທົ່າກັບ 242,53%, ເປັນເງິນລື່ນປີຜ່ານມາ 25,45 ຕື້ກີບ;

3). ວຽກພາສີທີ່ດິນ ແລະ ຄ່າທໍານຽມທາງ: ໄດ້ລົງສົມທົບກັບອຳນາດການປົກຄອງເມືອງ, ບ້ານ ໃນການ ປະຕິຮູບລະບົບທັນສະໄໝ ທີ່ທາງກະຊວງການເງິນໄດ້ພັດທະນາລະບົບການຈັດເກັບພາສີທີ່ດິນ-ຄ່າທາງ, ຊຶ່ງທ່ານລັດຖະມົນຕີກະຊວງການເງິນ ແລະ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດຈັດເກັບລາຍຮັບພາສີທີ່ດິນ ຢູ່ບ້ານ ຕານມີໄຊ ເມືອງໄຊທານີ ແລະ ລ້າສຸດ ແມ່ນໄດ້ພັດທະນາລະບົບ ທົດລອງນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບ ຄ່າທຳນຽມທາງ ແລະ ພາສີທີ່ດິນ ທີ່ທາງກະຊວງການເງິນເປັນຜູ້ພັດທະນາ ຊຶ່ງໃຫ້ນະຄອນຫລວງ ເປັນຕົວແບບໃນການປະຕິບັດ ມາດຮອດປະຈຸນ ສາມາດເກັບພາສີທີ່ດິນໄດ້ 12,47 ຕື້້ກີບ ເທົ່າກັບ 112,43% ຂອງໄລຍະດຽວຂອງປີຜ່ານມາ ເປັນເງິນລື່ນ 1,95 ຕື້ກີບ ແລະ ສາມາດເກັບຄ່າທໍານຽມທາງໄດ້ 43,77 ຕື້້ກີບ ເທົ່າກັບ 103,06% ຂອງໄລຍະດຽວຂອງປີຜ່ານມາ ເປັນເງິນລື່ນ 1,29 ຕື້ກີບ;
4). ໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມການນຳເຂົ້າ-ສົ່ງອອກ ແລະ ການຜ່ານແດນສິນຄ້າ ຄຽງຄູ່ກັບມາດຕະການເຂັ້ມງວດບັງຄັງໃຊ້ກົດໝາຍ, ໄດ້ອຳນວຍຄວາມສະດວກໃນການນຳເຂົ້າ-ສົ່ງອອກ ເພື່ອເຮັດໃຫ້ຂອດບໍລິການ ມີຄວາມສະດວກ, ວ່ອງໄວ ທັງເປັນການຫຼຸດຜ່ອນຄວາມແອອັດຂອງພາຫະນະຂົນສົ່ງ ແລະ ສິນຄ້າ, ເຄື່ອງຂອງ ລວມໄປເຖິງຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໃຫ້ແກ່ຜູ້ປະກອບການ ແລະ ໄດ້ໂຄສະນາ-ເຜີຍແຜ່ບັນດານິຕິກຳລຸ່ມກົດໝາຍຕ່າງໆ ໃຫ້ແກ່ຜູ້ປະກອບການຮັບຊາບ; ສາມາດເກັບລາຍຮັບໄດ້ເປັນຕົ້ນ: ນໍ້າມັນເຊື້ອໄຟ ຈັດເກັບໄດ້ 980,07 ຕື້ກີບ ສົມທຽບປີຜ່ານມາເພີ້ມຂື້ນ 255,24 ຕື້ກີບ ເທົ່າກັບ 26,04%, ພາຫະນະ ຈັດເກັບໄດ້ 940,87 ຕື້ກີບ ສົມທຽບປີຜ່ານມາເພີ້ມຂື້ນ 43,82 ຕື້ກີບ ເທົ່າກັບ 4,66%, ແລະ ເຄື່ອງອຸປະໂພກ-ບໍລິໂພກ ໄດ້ 763,51 ຕື້ກີບ ສົມທຽບປີຜ່ານມາເພີ້ມຂື້ນ 277,20 ຕື້ກີບ ເພີ້ມເທົ່າກັບ 36,31%;

5). ສຳເລັດການອະນຸມັດລາຍຈ່າຍງົບປະມານປົກກະຕິ ແລະ ວິຊາການ ໃຫ້ບັນດາຫົວໜ່ວຍງົບປະມານ ທົ່ວນະຄອນຫຼວງວຽງຈັນ ໂດຍມີການກວດກາລະອຽດ ແລະ ຮັດກຸມ ໃຫ້ໄປຕາມແຜນປະຈໍາປີ ແລະ ງວດ; ໂດຍເລັງໃສ່ສະເພາະລາຍຈ່າຍທີ່ຈໍາເປັນ, ວຽກງານອັນຮີບດ່ວນ ແລະ ລາຍຈ່າຍທີ່ເປັນບູລິມະສິດ ເງິນເດືອນ, ເງິນນະໂຍບາຍຕ່າງໆຂອງພະນັກງານລັດຖະກອນເຊີ່ງສາມາດປະຕິບັດໃນ ງວດ 1,2 ສຳເລັດ 99 % ທັງໝົດມີ 38 ພາກສ່ວນ ເປັນເງິນ 226,43 ຕື້ກີບ;
6). ສໍາເລັດການຈັດຕັ້ງປະຕິບັດ ເງິນອຸດໜູນຄ່າຄອງຊີບ ປີ 2024; 150.000 ກີບ ຕໍ່ຄົນ ຕໍ່ເດືອນ ປະຈໍາງວດ I ແລະ ງວດ II ຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 1105/ກງ, ລົງວັນທີ 02 ເມສາ 2024.