ລາວ-ສິງກະໂປ ຕົກລອງລົງນາມ 2 ເອກະສານການຮ່ວມມື ລະຫວ່າງການຢ້ຽມຢາມ ສິງກະໂປຂອງນາຍົກລັດຖະມົນຕີ

09 Jul 2024

ຄລິກແຊຣ໌ 0 Facebook WhatsApp

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສາທາ ລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 9 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ການຢ້ຽມຢາມຄັ້ງນີ້ ມີຂຶ້ນໃນທ່າມກາງທີ່ ສປປ ລາວ ແລະ ສ ສິງກະໂປ ກຳລັງສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ໃນປີ 2024.

May be an image of 13 people and text
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 9 ກໍລະກົດ 2024, ທີ່ ສະພາແຫ່ງຊາດ ສິງກະໂປ. ພາຍຫລັງສໍາເລັດພິທີ, ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ລໍເຣັນສ ວອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ. ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ລໍເຣັນສ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ຄົນທີ 4 ຂອງ ສິງກະໂປ ໃນເດືອນພຶດສະພາ ທີ່ຜ່ານມາ, ພ້ອມທັງສະແດງຍິນດີທີ່ຈະໄດ້ຮ່ວມເຮັດວຽກກັບ ຄະນະລັດຖະບານ ສິງກະໂປ ເພື່ອສົ່ງເສີມການຮ່ວມມືໃຫ້ກ້າວຂຶ້ນສູ່ຜົນສຳເລັດອັນໃໝ່ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືດ້ານການເມືອງ ໄປຄຽງຄູ່ກັບການພັດ ທະນາການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ.

May be an image of 4 people and dais

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງໄດ້ຕີລາຄາ ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃນໄລຍະຜ່ານມາ ທີ່ເຕັມໄປດ້ວຍໝາກຜົນ ແລະ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ການໄປມາຫາສູ່ລະ ຫວ່າງປະຊາຊົນດ້ວຍກັນ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການພົວພັນຮ່ວມມືຂອງບັນ ດາຫົວໜ່ວຍທຸລະກິດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບອາຊຽນ ແລະ ສປຊ. ພ້ອມນີ້, ສອງຝ່າຍ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເລີ່ມກົນໄກ ການປຶກສາຫາລືສອງຝ່າຍ ລາວ-ສິງກະໂປ (Bilateral Consultations) ໃນເດືອນຕຸລາ 2023 ຜ່ານມາ ເພື່ອຕິດຕາມຊຸກຍູ້ຂະແໜງ ການກ່ຽວຂ້ອງສອງຝ່າຍ ໃນການຈັດຕັ້ງປະຕິບັດການຕົກລົງເຫັນດີຂອງຜູ້ນໍາສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ. ພິເສດ, ໃນປີ 2024 ນີ້ ສອງປະເທດ ກໍກຳລັງຮ່ວມກັນສະເຫລີມ ສະຫລອງ ຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ເຊິ່ງໄດ້ມີການຈັດຫລາຍກິດຈະ ກຳຮ່ວມກັນ ຢ່າງມີຂະບວນຟົດຟື້ນ ແລະ ມີຄວາມໝາຍສຳຄັນ.

May be an image of 4 people and dais
ສຳລັບ ທິດທາງໃນຕໍ່ໜ້າ, ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນ ເພື່ອຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ ໂດຍສະ ເພາະ ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ການລົງທຶນ ເປັນຕົ້ນ ການຊື້-ຂາຍ ພະລັງງານສະອາດ ກໍຄື ການຊື້ຂາຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ, ການຮ່ວມມືດ້ານພະລັງງານທົດແທນ, ດ້ານແຮ່ທາດທີ່ຫາຍາກ, ດ້ານກະສິກຳ, ການສະໜອງທັນຍາຫານ (ສິນຄ້າດ້ານກະສິກໍາ) ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະບຽບອາຫານເຊິ່ງກັນ ແລະ ກັນ, ການຮ່ວມມືດ້ານຊັບພະຍາກອນທຳມະຊາດ ກໍຄື ການຊື້-ຂາຍ ສິນເຊື່ອກາກບອນ (Carbon Credit) ໂດຍສະເພາະການຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງລາວ, ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ເປັນທ່າແຮງບົ່ມຊ້ອນ, ລວມທັງການຮ່ວມມືໃນການພັດ ທະນາຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

May be an image of 2 people and text
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ສິງກະໂປ ຕະຫລອດໄລຍະຜ່ານມາ ເປັນຕົ້ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງໃຫ້ແກ່ບັນດາພະນັກງານລັດຖະກອນ, ນັກການທູດ ແລະ ການນຳຂັ້ນສູງຂອງ ສປປ ລາວ, ການພັດທະນາສີມືແຮງງານ, ລວມທັງການສົ່ງອາສາສະໝັກ, ຄູອາຈານ ແລະ ຜູ້ຊ່ຽວຊານ ມາປະຕິບັດໜ້າທີ່ຢູ່ລາວ ແລະ ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການເປັນປະທານໝູນວຽນອາຊຽນ ປີ 2024. ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ລໍເຣັນສ ວອງ ກໍໄດ້ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ເພີ່ມຕື່ມໃນຕໍ່ໜ້າ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ພາຍຫລັງສຳເລັດກອງປະຊຸມພົບປະ, ສອງຝ່າຍ ກໍໄດ້ເປັນສັກຂີພິຍານໃນການລົງນາມເອກະສານການຮ່ວມມື ລາວ-ສິງກະໂປ ຈຳນວນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂະແໜງ ການສຶກສາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແຫ່ງ ສ ສິງກະໂປ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືພາຍໃຕ້ສົນທິສັນຍາ ປາຣີ ມາດຕາ 6 ເຊິ່ງແມ່ນການຮ່ວມມືດ້ານສິນເຊື່ອກາກບອນ (Carbon Credit) ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແລະ ອຸດສາຫະກໍາ ແຫ່ງ ສ ສິງກະໂປ.
ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ລໍເຣັນສ ວອງ ຍັງໄດ້ເປັນກຽດຈັດງານລ້ຽງຕ້ອນ ຮັບ ໃຫ້ແກ່ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ, ສອງຝ່າຍ ຍັງໄດ້ຮ່ວມກັນເປີດໂລໂກ້(ກາໝາຍ) ການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ຄົບຮອບ 50 ປີ.

ຂ່າວ-ພາບ: ກຕທ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ