ແຂວງຈຳປາສັກໄດ້ທຳການເປີດນໍາໃຊ້ລະບົບຄຸ້ມຄອງ ເກັບຄ່າທໍານຽມ ແລະ ຄ່າບໍລິການ (Easy pass) ຢູ່ດ່ານຊາຍແດນສາກົນວັງເຕົ່າ ແຂວງຈໍາປາສັກ ໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ, ທ່ານ ສຸກກະເສີມ ສີຫານຸງວົງ ຫົວໜ້າພະແນກການເງິນ ແຂວງຈໍາປາສັກ ພ້ອມດ້ວຍພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ສຸກກະເສີມ ສີຫານຸງວົງ ໄດ້ກ່າວວ່າ: ການເປີດນໍາໃຊ້ລະບົບຄຸ້ມຄອງ ເກັບຄ່າທໍານຽມ ແລະ ຄ່າບໍລິການ ຢູ່ດ່ານຊາຍແດນສາກົນວັງເຕົ່າ ຄັ້ງນີ້ ຈຸດປະສົງ ກໍ່ເພື່ອຫັນການຄຸ້ມຄອງ ການເກັບແບບລວມສູນ ຜ່ານລະບົບທັນສະໄໝຂອງທະນາຄານ (ປະຕູດຽວ), ເພື່ອຫລຸດຜ່ອນຂອດຂັ້ນ ທັງເປັນການສະໜອງຕອບທິດຊີ້ນໍາ ຂອງພັກ ແລະ ລັດຖະບານ ໃນການຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ແລະ ໃນ 9 ພາກສ່ວນທີ່ເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການຢູ່ດ່ານ ເຂົ້າບັນຊີຮອງຮັບຂອງຄັງເງິນທີ່ເປີດໄວ້ຢູ່ທະນາຄານ ແລ້ວແຈກຢາຍລາຍຮັບ ໄປຍັງບັນຊີເງິນຝາກຂອງແຕ່ລະຂະແໜງການ ແບບອັດຕະໂນມັດ ເຊິ່ງແຕ່ລະຂະແໜງການ ສາມາດກວດສອບໄດ້ ແລະ ມອບໃຫ້ທະນາຄານພັດທະນາລາວ ພັດທະນາ ລະບົບ ແລະ ຕິດຕັ້ງອຸປະກອນ ພ້ອມເຊື່ອມຕໍ່ລະບົບ ໃຫ້ສໍາເລັດ ແລະ ມີຄວາມພ້ອມ 100% ໃນການນໍາໃຊ້.

ທ່ານ ຄໍາລຽນ ສິມມະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາພາກ ຈໍາປາສັກໄດ້ກ່າວວ່າ: ພະແນກການເງິນແຂວງ ແລະ ພະແນກການທີ່ກຽວຂ້ອງຂອງແຂວງ ຮ່ວມກັບທະນາຄານ ແຫ່ງ ສປປ ລາວ ສາຂາພາກໃຕ້ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງດ່ານຊາຍແດນສາກົນວັງເຕົ່າ ໄດ້ເປີດກອງປະຊຸມ ໃນທ້າຍເດືອນ ມິຖຸນາຜ່ານມາ ເພື່ອກະກຽມຄວາມພ້ອມຮອບດ້ານ ແກ່ການເປີດໃຊ້ລະບົບດັ່ງກ່າວ, ເຊິ່ງມາຮອດປັດຈຸບັນນີ້ ລະບົບ Easy pass ມີຄວາມພ້ອມຮອບດ້ານ ໃນການນໍາໃຊ້ເຂົ້າໃນການຄຸ້ມຄອງ ການຈັດເກັບຄ່າທໍານຽມ ແລະ ຄ່າບໍລິການ ຜ່ານລະບົບທັນສະໄໝ ຂອງທະນາຄານພັດທະນາລາວ ປະຕູດຽວ.
ຂ່າວ-ພາບ: ທູນທອງໃຈ